728x90 AdSpace

LightBlog

Breaking

Showing posts with label ຕັດໄມ້. Show all posts
Showing posts with label ຕັດໄມ້. Show all posts

3.26.2018

March 26, 2018

ຈີນ ເຕືອນວ່າ ການກະທຳ ຂອງ ສະຫະລັດ ອາດເຮັດໃຫ້ ຄວາມສຳພັນ ເຂົ້າສູ່ອັນຕະລາຍ


ຈີນ​ໄດ້​ຕອບ​ໂຕ້​ໃນ​ທັນທີ ​ຕໍ່ການ​ປະກາດ​ຂອງປະທານາທິບໍດີ​ດໍໂນ​ລ ທຣໍາ ກ່ຽວກັບ
ແຜນການ​ເກັບ​ພາສີ ທີ່ມີມູນຄ່າ​ເຖິງ 60 ພັນ​ລ້ານ​ໂດ​ລາ ​ຕໍ່​ສິນຄ້າ​ຈີນ ໂດຍ ​ເຕືອນ​ວ່າ
​ການສະ​ເໜີກ່ຽວກັບການເຄື່ອນ​ໄຫວ​ດັ່ງກ່າວແມ່ນສ່ຽງຕໍ່ການຊຸກຍູ້ໃຫ້​ຄວາມສຳພັນ
ທາງດ້ານ​ການ​ຄ້າ ກ້າວ​ເຂົ້າ​ສູ່​ເຂດ​ອັນຕະລາຍ.
ຢູ່​ໃນ​ຖະ​ແຫຼ​ງການສະບັບນຶ່ງ ​ໃນ​ຕອນ​ເຊົ້າ​ວັນ​ສຸກ​ມື້​ນີ້ ບໍ່ເທົ່າ​ໃດ​ຊົ່ວ​ໂມງ​ຫຼັງ​ຈາກປະ
ທານາທິບໍດີ​ທຣໍາ​ໄດ້​ເຊັນ​ເອກ​ກະສາ​ນ ທີ່ແຜ້ວທາງໄປສູ່ການ​ເກັບ​ພາສີ ​ຕໍ່ສິນຄ້າຂາ
ເຂົ້າ​ທີ່​ສຳຄັນ​ເກືອບ 1,300 ຊະນິດຂອງ​ຈີນ ຊຶ່ງກະຊວງ​ການ​ຄ້າຂອງ​ຈີນ​ໄດ້​ຮ້ອງຂໍ
ໃຫ້ວໍ​ຊິງ​ຕັນ ພິຈາລະນາ​ຢ່າງ​ລະມັດ​ລະວັງ​ ໃນບາດກ້າວຂັ້ນຕໍ່ໄປຂອງ​ນະ​ໂຍບາຍ​
ຂອງ​ຕົນ ແລະຮຽກຮ້ອງໃຫ້ “ຖອຍຄືນ​ຈາກ​ເຂດອັນຕະລາຍດັ່ງກ່າວ.”
ນອກນັ້ນ ກະຊວງ​ການຄ້າຈີນຍັງ​ໄດ້​ປະກາດ ​ຢູ່​ໃນ​ຖະແຫລ​ງການ​ຕ່າງຫາກ​ໃນ​ວັນ​
ສຸກ​ມື້​ນີ້ວ່າ ຕົນ​ໄດ້​ພິຈາລະນາກ່ຽວກັບການເອົາ​ມາດຕະການ​ຕອບ​ໂຕ້ຕໍ່​ການ​ເກັບ​
ພາສີ​ເຫລັກ​ກ້າ ​ແລະ​ອາ​ລູມີ​ນຽມ ທີ່​ລັດຖະບານປະທານາທິບໍດີ​ທຣໍາ​ໄດ້​ປະ ກາດ​ໃນ​
ຕົ້ນ​ເດືອນ​ນີ້. ຢູ່່​ໃນ​ຖະ​ແຫລ​ງການ​ນັ້ນກະຊວງການຄ້າ​ກ່າວ​ວ່າ ຖ້າ​ຫາກ​ມີ​ຄວາ​ມຈຳ
​ເປັນຕົນ​ຈະ​ແນ​ເປົ້າ​ໝາຍໃສ່ ສິນຄ້ານຳເຂົ້າ 128 ຊະນິດ​ຂອງ ​ສະ ຫະລັດ.
ຈີນ​ໄດ້​ກ່າວ​ວ່າການ​ເອົາມາດຕະການນີ້ ຊຶ່ງ​ມີມູນຄ່າ​ຢູ່​ປະມານ 3 ພັນ​ລ້ານ​ໂດ​ລາ​
ສຳລັບ​ການ​ຄ້າ ຈະ​ມີການຈັດຕັ້ງ​ປະຕິບັດ ​ຖ້າ​ຫາກ​ວ່າຂໍ້​ຕົກລົງ​ແກ້ໄຂທາງ ດ້ານ
ການ​ຄ້າ​ບໍ່​ສາມາດ​ບັນລຸ​ກັນໄດ້ ​ລະຫວ່າງ​ຈີນ ​ແລະ​ສະຫະລັດ. ປັກ​ກິ່ງ​ຍັງ​ກ່າວວ່າ
​ຕົນ​ຈະ​ເອົາບາດກ້າວ ​ຢູ່​ອົງການ​ການ​ຄ້າ​ໂລກ ​ໃນ​ການ​ຕອບ​ໂຕ້​ຕໍ່​ການ​ເຄື່ອນໄຫວ
ທາງດ້ານການຄ້າ ​ຂອງ​ທ່ານ​ທຣໍາ ​ເພື່ອ​ປ້ອງ​ກັນ​ສິດທິ​ຂອງ​ຕົນ.

2.07.2018

February 07, 2018

ຍຸບກວ່າ 1 ພັນຫົວໜ່ວຍ 300 ກວ່າໂຮງງານໄມ້ໃນທົ່ວປະເທດ


ໃນໄລຍະຜ່ານມາ ລັດຖະບານໄດ້ເອົາໃຈໃສ່ຢ່າງຕໍ່ເນື່ອງໃນການສະກັດກັ້ນ ແລະສົ່ງອອກໄມ້ທ່ອນໄປຕ່າງ ປະເທດ ໂດຍໄດ້ອອກຄຳ ສັ່ງເລກທີ 15/ນຍ ເພື່ອໃຫ້ພາກສ່ວນກ່ຽວຂ້ອງ ຈັດຕັ້ງປະຕິບັດຢ່າງເຂັ້ມງວດຜ່ານ ການປະຕິບັດ
ຄຳສັ່ງດັ່ງກ່າວ ຮອດປະ ຈຸບັນ ຂະແໜງອຸດສາຫະກຳ ແລະການ ຄ້າ ສາມາດດັດສົມ-ຍຸບເລີກ ໂຮງງານ ປຸງແຕ່ງໄມ້ໄປແລ້ວ 349 ໂຮງງານ ຈາກ 1,5 ພັນໂຮງງານ ແລະຍຸບເລີກທຸລະກິດປຸງແຕ່ງໄມ້ແບບຄອບຄົວໄດ້ ພັນກວ່າຫົວໜ່ວຍ.
ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ກ່າວໃນກອງປະຊຸມສະຫຼຸບ ວຽກງານອຸດສາ ຫະກຳ ແລະການຄ້າ ປະຈຳປີ 2017 ວ່າ: ໃນປີ 2017 ຜ່ານ ມາຍອດມູນຄ່າການຜະລິດອຸດສາຫະ ກຳປຸງແຕ່ງ ແລະຫັດຖະກຳທົ່ວປະເທດປະຕິບັດໄດ້ 8,94 ພັນຕື້ກີບ ອັດຕາຂະຫຍາຍຕົວສະເລ່ຍ 4,15% ແລະທຽບໃສ່ແຜນການປີແມ່ນປະຕິບັດໄດ້ຕາມແຜນທີ່ວາງໄວ້, ການຈໍລະຈອນສິນຄ້າພາຍໃນ (ການຄ້າຂາຍຍົກ-ຂາຍຍ່ອຍ ແລະບໍລິການ) ສາ ມາດບັນລຸໄດ້ 51,68 ພັນຕື້ກີບ
ເພີ່ມຂຶ້ນ 15,10%, ມູນຄ່າການນໍາເຂົ້າ ແລະສົ່ງອອກບັນລຸປະມານ 74,4 ພັນຕື້ ກີບ ຫຼືປະມານ 9,3 ຕື້ໂດລາເພີ່ມຂຶ້ນ 10,5% ເມື່ອທຽບໃສ່ໄລຍະດຽວກັນ ຂອງປີກ່ອນ ໃນນີ້ ການສົ່ງອອກບັນລຸ 4,8 ຕື້ໂດລາ ເພີ່ມຂຶ້ນ 13,4% ແລະການ ນຳເຂົ້າ 4,5 ຕື້ໂດລາ ເພີ່ມຂຶ້ນ 7,6% ທຽບໃສ່ປີກ່ອນ.
ຄຽງຄູ່ກັນນີ້ ຍັງໄດ້ຜັກດັນໃຫ້ມີຕະ ຫຼາດມາດຕະຖານຫຼືຕະຫຼາດຕົວແບບ ຊຶ່ງໃນປະຈຸບັນ ກະຊວງໄດ້ອອກຢັ້ງຢືນ ເປັນຕະຫຼາດມາດຕະຖານຊຸດທໍາອິດໃຫ້ ຕະຫຼາດ 3 ແຫ່ງ: ຕະຫຼາດໂຊກທະວີ, ຕະຫຼາດສົ່ງເສີມກະສິກໍາເມືອງນາຊາຍ ທອງ ແລະຕະຫຼາດລາວ-ອົດຊີເມືອງສີ ໂຄດຕະບອງ, ນອກນີ້ ຍັງສືບຕໍ່ຈັດຕັ້ງ ປະຕິບັດຄໍາສັ່ງ ເລກທີ 15/ນຍ ຢ່າງ ເຂັ້ມງວດ ຊຶ່ງສາມາດດັດສົມ-ຍຸບເລີກ ໂຮງງານປຸງແຕ່ງໄມ້ໄປແລ້ວ 349 ໂຮງງານຈາກ 1.500 ກວ່າໂຮງງານ, ສຳລັບທຸລະກິດປຸງແຕ່ງໄມ້ຂະໜາດ ນ້ອຍແບບຄອບຄົວໄດ້ດັດສົມຍຸບເລີກ ໄປແລ້ວກວ່າ 1 ພັນຫົວໜ່ວຍ ຈາກ 1.178 ຫົວໜ່ວຍ.
ນອກນັ້ນ ໄດ້ຄົ້ນຄວ້າສ້າງ ແລະປັບ ປຸງກົດໝາຍ, ນິຕິກໍາ ແລະນະໂຍບາຍ ປະຈຸບັນ ມີນິຕິກໍາລວມທັງໝົດ 255 ສະບັບ ໃນນັ້ນ ເປັນກົດໝາຍ 7 ສະ ບັບ, ດຳລັດ 16 ສະບັບ, ຂໍ້ຕົກລົງ 74 ສະບັບ, ຄຳສັ່ງ 26 ສະບັບ, ຄຳແນະ ນຳ ແລະບົດແນະນຳ 30 ສະບັບ, ແຈ້ງ ການ 98 ສະບັບ, ລະບຽບ ແລະຂໍ້ກຳ ນົດ 8 ສະບັບ, ພ້ອມທັງໄດ້ສ້າງແຜນ ພັດທະນາວິສາຫະກິດຂະໜາດນ້ອຍ ແລະກາງ 2016-2020, ດໍາລັດວ່າ ດ້ວຍການຈັດແບ່ງຂະໜາດ SME ເພື່ອ ເປັນເຄື່ອງມືໃນການສົ່ງເສີມທຸລະກິດ ຂະໜາດນ້ອຍ ແລະກາງໃຫ້ມີຄວາມ ເຂັ້ມແຂງ.
ສຳລັບວຽກງານການເຊື່ອມໂຍງ ໄດ້ສືບຕໍ່ເຈລະຈາໃນກອບຂອງອົງ ການການຄ້າໂລກ ແລະການເຈລະຈາ ໃນຂອບສັນຍາຄູ່ຮ່ວມມືເສດຖະກິດ ຮອບດ້ານໃນລະດັບພາກພື້ນ (ອາຊຽນ ແລະ 6 ປະເທດຄູ່ເຈລະຈາຄື: ສປ ຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ອິນເດຍ, ອົດສະຕາລີ ແລະນິວຊີແລນ), ສ່ວນການພັດທະນາ ສິນຄ້າທ່າແຮງ ແລະສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ “ODOP” ສາ ມາດ ພັດທະນາໄດ້ 24 ຫົວໜ່ວຍ ພ້ອມດຽວ ກັນນັ້ນ ລັດຖະບານໄດ້ຮັບຮອງແຜນ ພັດທະນາວິສາຫະກິດຂະໜາດນ້ອຍ ແລະກາງແຕ່ປີ 2016-2020, ສ່ວນ ການຄຸ້ມຄອງລາຄາສິນຄ້າແມ່ນໄດ້ປັບ ປຸງຂໍ້ກໍານົດວ່າດ້ວຍການເພີ່ມລາຍການ ສິນຄ້າຄວບ ຄຸມລາຄາ (ບັນຊີ ກ) ຈາກ 4 ປະເພດ ມາເປັນ 8 ປະເພດ ແລະໄດ້ ປະສານສົມທົບກັບອົງການຈັດຕັ້ງທີ່ກ່ຽວ ຂ້ອງຂອງທ້ອງຖິ່ນໃນຂອບເຂດທົ່ວປະ ເທດໃນການຄົ້ນຄວ້າ, ເກັບກໍາໂຄງປະ ກອບລາຄາໃນແຕ່ລະຂອດ, ກວດກາການ ເຄື່ອນໄຫວຂອງທຸລະກິດ ແລະຕິດຕາມ ການຊື້-ຂາຍຕ່າງໆເພື່ອຮັບປະກັນລາ ຄາສິນຄ້າໃຫ້ຢູ່ໃນລະດັບທີ່ສາມາດຄຸ້ມຄອງໄດ້.

ແຫລ່ງຂ່າວ: ເສດຖະກິດ-ສັງຄົມ
February 07, 2018

ອັດຕະປືຈັບຜູ້ລັກລອບຕັດໄມ້ລຽບຊາຍແດນໄດ້ 4 ຄົນ ພ້ອມຂອງກາງຈຳນວນຫຼາຍ


ມື້ນີ້, ວັນທີ 6 ກຸມພາ 2018 ລາຍງານຂ່າວຈາກແຂວງອັດຕະປືໃຫ້ຮູ້ວ່າ ເຈົ້າໜ້າທີ່ກອງກວດກາປ່າໄມ້ ແລະ ປກສ ແຂວງອັດຕະປື ໄດ້ອອກເຄື່ອນໄຫວສະກັດກັ້ນ ແລະ ປາບປາມ ຂະບວນການລັກລອບຕັດໄມ້ ເຂດນ້ຳຊວນ, ພູຍາງ ເມືອງພູວົງແຂວງອັດຕະປື ບໍລິເວນຊາຍແດນ ລາວ-ຫວຽດນາມ ແລະ ກຳປູເຈຍ ເຊິ່ງສາມາດກັກລົດໄຖ ໄດ້ 3 ຄັນ, ໄມ້ 33 ແມັດກ້ອນ ແລະ ກັກຜູ້ລັກລອບໄດ້ 4 ຄົນ ພ້ອມນຳສົ່ງໃຫ້ແຂວງ ເພື່ອດຳເນີນຄະດີຕາມລະບຽບກົດໝາຍ.