728x90 AdSpace

LightBlog

Breaking

2.08.2018

ສປປ ລາວ ຂາດຄົນງານ ໃນທຸກ ຂແນງການ

ຫົວໜ່ວຍທຸຣະກິດ ໂຮງຈັກ-ໂຮງງານຕ່າງໆຈຳນວນ 3,600 ກວ່າຫົວໜ່ວຍ ໃນນະຄອນຫຼວງວຽງຈັນ ແລະແຂວງອຶ່ນໆໃນລາວ ຍັງມີຄວາມ ຕ້ອງການແຮງງານ ຫຼາຍກວ່າ 47 ພັນຄົນ ແລະທີ່ຕ້ອງການຫຼາຍກວ່າໝູ່ ແມ່ນໜ້າວຽກ ທີ່ບໍ່ມີສີມືຫຼາຍປານໃດ, ດັ່ງ ກັມມະກອນທົ່ວໄປ ປະມານ 10 ພັນປາຍຄົນ.
ກະຊວງແຮງງານແລະສວັດດີການ-ສັງຄົມ ກ່າວວ່າ: ປີຜ່ານມາ ອັດຕຣາສ່ວນ ແຮງງານ ໃນຜແນກກະສິກັມຫຼຸດລົງຈາກ 64.8% ໃນປີ 2016 ມາເປັນ 64.5% ໃນປີ 2017 ສ່ວນຜແນກອຸດສາຫະກັມ ເພີ່ມຂຶ້ນຈາກ 11.6% ມາເປັນ 11.8% ແລະທຸຣະກິດ ບໍຣິການກໍເພິ້ມຂຶ້ນ ເຊັ່ນກັນຈາກ 23.6% ມາເປັນ 23.7%.


ການປ່ຽນແປງຂອງແຮງງານໃນລາວດັ່ງກ່າວ ຍ້ອນຄ່າຈ້າງແຮງງານຕ່ຳ ແລະຂາດສວັດດີການ ໃນການເຮັດວຽກໃນລາວ ແຕ່ຂແນງການ ກ່ຽວຂ້ອງຍັງໄດ້ມີຄວາມພຍາຍາມ ເອົາໃຈໃສ່ຊຸກຍູ້ສົ່ງເສີມໃນການສ້າງ ແລະພັທນາແຮງງານໃຫ້ມີສີມືນັບມື້ດີຂຶ້ນ ຄື: ໄດ້ປະສານງານກັບ ບັນດາ ສະຖາບັນພັທນາສີມືແຮງງານ, ສະຖາບັນການສຶກສາ ສູນຝຶກອາຊີບທັງ ພາກລັດ ພາກເອກະຊົນ ແລະຫົວໜ່ວຍທຸຣະກິດຕ່າງໆ ໄດ້ພັທນາສີມືແຮງງານຫຼາຍກວ່າ 88 ພັນຄົນ ໃນນັ້ນໄດ້ຜລິດແຮງງານ ກະສິກັມຫຼາຍກວ່າ 20 ພັນຄົນ ອຸດສາຫະກັມ 18 ພັນກວ່າຄົນ ແລະຂແນງບໍຣິການ ຫຼາຍກວ່າ 43 ພັນຄົນ ພ້ອມທັງໄດ້ອອກໃບຢັ້ງຢືນ ສີມືແຮງງານຕາມມາດຖານ ສີມືແຮງງານແຫ່ງຊາດ ໃນຂແນງ ຣົດຍົນ ການກໍ່ສ້າງແລະໂຮງແຮມ ໃຫ້ຜູ້ສຳເຣັດ ການຝຶກອົບຮົມ ຫຼາຍກວ່າ 2,600 ຄົນແຕ່ຍັງບໍ່ພຽງພໍກັບຄວາມຕ້ອງການ ຊຶ່ງໃນປີນີ້ ແລະປີຕໍ່ໄປ ຫົວຫນ່ວຍທຸຣະກິດໃນລາວ ຍັງຕ້ອງການແຮງງານກວ່າ 47 ພັນຄົນ ຍ້ອນການຂຍາຍໂຕທາງດ້ານເສຖກິດ ແລະການລົງທຶນ ໃນລາວ ນັບມື້ນັບຫລາຍຂຶ້ນ.

ໃນປັດຈຸບັນ ຂແນງຕັດຫຍິບ ຢູ່ລາວ ບໍ່ມີຄົນງານພຽງພໍ ກັບຄວາມຕ້ອງການ ຍ້ອນຊາຍໜຸ່ມຍິງສາວ ພາກັນໄປເຮັດວຽກ ຢູ່ປະເທສໄທ ເພາະໄດ້ຄ່າແຮງ ສູງກວ່າຢູ່ລາວ. ເພື່ອແກ້ໄຂບັນຫາດັ່ງກ່າວ, ເຈົ້າໜ້າທີ່ສະມາຄົມ ອຸດສາຫະກັມຕັດຫຍິບຂອງລາວ ທ່ານນຶ່ງເວົ້າວ່າ:

"ເຮົາກໍ ພຍາຍາມ ປັບປຸງຄຸນນະພາບໂຮງງານ ສ້າງນະໂຍບາຍ ສ້າງສະພາບແວດລ້ອມ, ໃຫ້ເຮັດວຽກ ໃຫ້ໜ້າຢູ່ ກໍບໍ່ຢາກໃຫ້ແຮງງານ ຂະເຈົ້າ ເຄື່ອນຍ້າຍຫຼາຍ, ແຕ່ວ່າ ຜູ້ອອກຈາກງານ ມັນກໍໄດ້ເວົ້າ ເຣື່ອງຊີວິດຄວາມເປັນຢູ່ ຂອງຂະເຈົ້າ ກໍວ່າທີ່ໃດ ຣາຍໄດ້ສູງ ຂະເຈົ້າກໍ ເຄື່ອນຍ້າຍຕົວ."

ທ່ານກ່າວຕຶ່ມວ່າສຳລັບຄົນງານຕັດຫຍິບ ທີ່ຍັງບໍ່ມີສີມືດີ ຈະໄດ້ຮັບຄ່າແຮງງານຂັ້ນຕ່ຳ 9 ແສນກີບຕໍ່ເດືອນ ສ່ວນວ່າຜູ້ທີ່ມີສືມືດີ ແລ້ວແມ່ນ ຈະໄດ້ຄ່າແຮງງານສູງຂຶ້ນ, ຕາມການຕົກລົງ ກັນກັບເຈົ້າຂອງໂຮງງານ. ພ້ອມກັນນັ້ນ ຍັງມີເງິນຄ່າ ສວັດດິການ ຕື່ມອີກເຊັ່ນ: ຄ່າກິນເຂົ້າ, ບໍ່ໄດ້ເສັຽຄ່າຫໍພັກ, ຄ່ານ້ຳ, ຄ່າໄຟ ແລະ ມີຣົດຮັບສົ່ງໄປໂຮງງານ.

ຄົນງານຕັດຫຍິບ ໜີໄປເຮັດວຽກຢູ່ປະເທສໄທ ຍ້ອນວ່າໄດ້ຄ່າແຮງງານສູງກວ່າ, ຄືໄດ້ປະມານ 2 ລ້ານກີບຕໍ່ເດືອນ, ເຮັດໃຫ້ບໍ່ມີຄົນງານ ພໍຕາມກຳນົດ ທີ່ວາງເອົາໄວ້ປະມານ 10 ພັນຄົນ ແລະຄາດວ່າ ໃນອະນາຄົດ ຍັງຈະຕ້ອງການ ເພິ່ມຂຶ້ນເປັນ 40 ພັນຄົນ, ເພື່ອສນອງ ໂຮງງານຕັດຫຍິບ.


"ການສຳຣວດເມື່ອຕົ້ນປີ ຄວາມຕ້ອງການຂອງເຮົາກໍມີ ປະມານໝ້ອງ 10 ພັນຄົນ ປັຈຈຸບັນນີ້ກໍມີຢູ່ 3-4 ພັນຄົນນັ້ນແຫຼະ ແລະຄວາມ ຕ້ອງການຂອງເຮົາ ກະຕ້ອງການໃຫ້ເພີ່ມຂຶ້ນ ເປັນ 40 ພັນຄົນ; ແຮງງານສ່ວນຫຼາຍ ເປັນຜູ້ຍິງອາຍຸແຕ່ 18 ປີຂຶ້ນໄປ ມາຈາກແຂວງ ທາງພາກເໜືອສ່ວນຫຼາຍ."


ບໍ່ພຽງແຕ່ຂແນງຕັດຫຍິບ ເທົ່ານັ້ນທີ່ຂາດຄົນງານ, ທາງດ້ານການຜລິດ ແລະການບໍຣິການ ກໍຍັງຂາດເຂີນເຊັ່ນກັນ. ເຈົ້າຫນ້າທີ່ ຜແນກ ແຮງງານແລະສວັດດີການສັງຄົມ ທີ່ແຂວງ ຫຼວງນ້ຳທາ ກ່າວວ່າ ທາງແຂວງ ຍັງຂາດແຮງງານ ດ້ານການກະເສດ ຢ່າງຫຼວງຫຼາຍ ຍ້ອນວ່າປະຊາຊົນ ສ່ວນໃຫຍ່ຫນີໄປ ເຮັດວຽກກໍ່ສ້າງ ແລະບໍຣິການ ຢູ່ແຂວງອື່ນໆ ໂດຍສະເພາະ ໃນແຂວງ ທີ່ຕິດກັບຊາຍແດນ, ດັ່ງ ແຂວງບໍ່ແກ້ວ ແລະອຸດົມໄຊ ເພາະໄດ້ຄ່າຈ້າງຫຼາຍກວ່າ.

ອີງຕາມຂໍ້ມູນ ຈາກກະຊວງແຮງງານ ແລະສວັດດີການສັງຄົມ ສປປລາວ ເລີ້ມແຕ່ ປີ 2010 ຫາປີ 2015 ມີແຮງງານລາວ ໄປເຮັດວຽກ ຢູ່ຕ່າງປະເທດ ໂດຍສະເພາະ ປະເທດໄທ ປະມານຫລາຍແສນຄົນ ແລະໃນຂນະດຽວກັນ ກໍມີແຮງງານຕ່າງຊາດ ເຂົ້າມາເຮັດວຽກໃນລາວ ຫຼາຍພັນຄົນ ສ່ວນໃຫຍ່ມານຳ ບໍຣິສັດສຳປະທານ. ແຮງງານລາວ ສ່ວນໃຫຍ່ ເປັນແຮງງານ ທີ່ ບໍ່ມີສີມື.

ບັນຫາການຂາດເຂີນຄົນງານ ໄດ້ຖືກຍົກຂຶ້ນມາເວົ້າ ໃນກອງກອງປະຊຸມ ສມັຍສາມັນ ເທື່ອທີ 8 ຂອງສະພາແຫ່ງຊຸດ ທີ 7 ເພາະເປັນ ບັນຫາທີ່ສຳຄັນ ໃນການພັທນາເສຖກິດຂອງຊາດ ເພື່ອໃຫ້ບັນລຸເປົ້າໝາຍສະຫັດສວັດ ໃນການຫລຸດພົ້ນ ຈາກປະເທດ ດ້ອຍພັທນາ ແລະຄວາມທຸກຍາກ ໃນລາວ.

ການຂາດເຂີນແຮງງານຢູ່ ສປປລາວ ເຮັດໃຫ້ບໍຣິສັດຢູ່ລາວ ບໍ່ມີທາງເລືອກ ຈຳເປັນຕ້ອງໄດ້ຮັບເອົາຄົນງານ ຕ່າງດ້າວເຂົ້າມາເຮັດວຽກ ແທນ. ນອກຈາກການຂາດເຂີນ ແຮງງານແລ້ວ ຄົນງານລາວຍັງຂາດ ຄຸນນະພາບ ແລະຂາດສີມືແຮງງານ ນຳອີກ ຍ້ອນກາ ນພັທນາ ສີມືແຮງງານໃນລາວ ຍັງມີການຊັກຊ້າ ແລະບໍ່ໄດ້ມາຕຖານ ແລະຄຸນນະພາບ ໃນການເຮັດວຽກ ທີ່ຕ້ອງການສີມື ເພາະວ່າ ສປປລາວ ຂາດໂຮງຮຽນຝຶກອາຊີບ ແລະໂຮງຮຽນການຊ່າ ງທີ່ໄດ້ມາຕຖານ ຈຶ່ງເຮັດໃຫ້ບໍຣິສັດຕ່າງຊາດ ຈ້າງຄົນງານຕ່າງຊາດ ຫລາຍກວ່າ ຄົນງານລາວ.

ເວົ້າສະເພາະຢູ່ຈໍາປາສັກແຂວງດຽວ ກໍມີຣາຍງານມີຄົນງານ ວຽດນາມແລະຈີນ ຫຼາຍກ່ວາ 30,000 ຄົນທີ່ເຮັດວຽກ ແບບບໍ່ຖືກຕ້ອງ ຕາມກົດໝາຍ. ເຈົ້າໜ້າທີ່ ແຂວງຈໍາປາສັກ ເປີດເຜີຍວ່າ ມີຄົນງານ ວຽດນາມ ແລະ ຈີນ ຫລາຍກ່ວາ ຄົນງານລາວ ແລະຄົນງານ ຈາກປະເທດອື່ນໆ, ແຕ່ເຈົ້າໜ້າທີ່ ບໍ່ສາມາດ ຈັບສົ່ງຄືນ ປະເທດໄດ້ ຍ້ອນຖືວ່າ ເປັນເພື່ອນມິດ ຂອງລາວ ແລະລາວ ກໍຂາດເຂີນ ຄົນງານທີ່ມີສີມື.

ການຂາດເຂີນແຮງງານລາວ ສົ່ງຜົລກະທົບຕໍ່ການເຕີບໂຕ ຂອງເສຖກິດຂອງຊາດ ແລະການສ້າງລາຍໄດ້ ໃຫ້ແກ່ປະຊາຊົນທ້ອງຖິ່ນ ເພື່ອລຶບລ້າງຄວາມທຸກຍາກໃນລາວ ໃຫ້ໄດ້ໃນປີ 2025-2030 ຂອງຣັຖບານ. ສາເຫດຫຼັກໃນການຂາດເຂີນແຮງງານ ໃນສປປລາວ ເປັນຍ້ອນວ່າ ຄົນລາວສ່ວນໃຫຍ່ ຫນີໄປເຮັດວຽກ ໃນປະເທດເພື່ອນບ້ານ ເປັນຕົ້ນທີ່ປະເທດໄທ ໃນເວລານີ້ ຄາດວ່າຫລາຍແສນຄົນ


ຍ້ອນວ່າໄດ້ຄ່າຈ້າງແຮງງານສູງກວ່າໃນລາວ ຮ່ວມທັງໄດ້ຄ່າ ບໍຣິການທາງດ້ານສວັດດີການ ປະເພດຕ່າງໆ ດັ່ງການກວດສຸຂພາບ ແລະອຶ່ນໆ ກໍດີກວ່າຢູ່ລາວ ແລະການເຮັດວຽກໃນໄທ ກໍເປັນຣະບຽບ ຕາມກົດຫມາຍ ແຮງງານ ເຖິງແມ່ນຈະມີຄວາມສ່ຽງ ໃນການ ຕົກເປັນເຫຍື່ອ ຂອງກຸ່ມຄ້າມະນຸດກໍຕາມ ຄົນງານລາວຍັງລັກໄປເຮັດວຽກ ໃນໄທຢູ່ຕລອດ.


ອິງຕາມສະຖິຕິ ຂອງກະຊວງແຮງງານ ໃນປັດຈຸບັນມີຄົນງານລາວເຮັດວຽກໃນໄທ ແບບຖືກຕ້ອງແລະບໍ່ຖືກຕ້ອງຕາມ ກົດຫມາຍເຖີງ 3 ແສນຄົນ ໃນນັ້ນເຄີ່ງນຶ່ງ ແມ່ນຄົນງານແມ່ຍີງ ແລະສ່ວນໃຫຍ່ແມ່ນຄົນງານ ເຮັດວຽກໃນອຸດສາຫະກັມ ປະເພດຕ່າງໆໃນໄທ ເປັນຕົ້ນການ ກໍ່ສ້າງ ການປະມົງ ການບໍຣິການ ແມ່ບ້ານ ແລະການຄ້າຂາຍ ປະເພດຕ່າງໆ.


ທາງການລາວ ຄວນຍົກຣະດັບສີມີແຮງງານໃນລາວ ໃຫ້ດີຂຶ້ນແລະເພີ້ມຄ່າຈ້າງແຮງງານ ຂັ້ນຕ່ຳ ພ້ອມທັງ ການບໍຣິການ ທາງດ້ານ ສວັດດີການປະເພດຕ່າງໆ ໃຫ້ແກ່ຂະເຈົ້າ ດັ່ງ ຄ່າບຳເນັດ ການກວດສຸຂພາບ ແລະການເຄົາຣົບສິດທິຄົນງານ ຕາມກົດຫມາຍ ແຮງງານ ທີ່ຫລາຍປະເທດ ເຂົາປະຕິບັດກັນ.

ຄົນງານກັມມະກອນ ເປັນແຮງດັນໃນການເຕີບໂຕ ທາງດ້ານເສຖກິດຂອງຊາດ ບໍ່ວ່າຈະຢູ່ໃນປະເທດໃດໃນໂລກ ຂະເຈົ້າຈະຖືແຮງງານ ກັມມະກອນ ເປັນແຮງງານທີ່ສຳຄັນ ໃນການພັທນາສ້າງສາປະເທດ ຣັຖບານລາວ ຄວນເອົາໃຈໃສ່ ໃນການພັທນາ ສີມືແຮງງານໃນລາວ ໃຫ້ດີຂຶ້ນ ໃນໂຄງການພັທນາ ຊັພຍາກອນມະນຸດ ຂອງຣັຖບານ ບໍ່ດັ່ງນັ້ນ ນັກລົງທຶນຕ່າງຊາດ ຈະບໍ່ເຂົ້າມາລົງທຶນ ໃນສປປລາວ ຍ້ອນ ຄຸນນະພາບ ການຜລິດສິນຄ້າ ຂອງພວກຂະເຈົ້າ ຈະບໍ່ໄດ້ມາຕຖານ ໃນການສົ່ງອອກ.

No comments:

Post a Comment