ຊາວເກົາຫຼີໃຕ້ ຊົມລາຍການຂ່າວໃໝ່ ທາງໂທລະພາບ ທີ່ສະແດງໃຫ້ເຫັນ ການກ່າວຄຳປາໄສ ປະຈຳປີໃໝ່ ຂອງ ຜູ້ນຳເກົາຫຼີເໜືອ ກິມ ຈົ່ງ ອຶນ, ຢູ່ທີ່ສະຖານີລົດໄຟໃຕ້ດິນ ໃນນຄອນຫຼວງໂຊລ ຂອງເກົາຫຼີໃຕ້, ວັນທີ 1 ມັງກອນ 2018.
ຜູ້ນຳເກົາຫຼີເໜືອ ກິມ ຈົ່ງ ອຶນ ກ່າວວ່າ ສະຫະລັດ ຕ້ອງຍອມຮັບວ່າ ໂຄງການນິວເຄລຍ
ຂອງເກົາຫຼີເໜືອ ແມ່ນຄວາມເປັນຈິງ.
ຢູ່ໃນຄຳປາໄສປະຈຳປີໃໝ່ຂອງທ່ານກິມ ໃນວັນຈັນມື້ນີ້ ທ່ານໄດ້ເຕືອນວ່າ ທ່ານມີປຸ່ມ
ນິວເຄລຍຢູ່ເທິງໂຕະຂອງທ່ານ. ທ່ານກິມ ເວົ້າວ່າ “ຜືນແພ່ນດິນໃຫຍ່ທັງໝົດຂອງສະຫະລັດ ແມ່ນຢູ່ພາຍໃນລັດສະໝີການໂຈມຕີດ້ວຍນິວເຄລຍຂອງພວກເຮົາ
ແລະ ສະຫະລັດ ຈະບໍ່ສາມາດເລີ່ມຕົ້ນສົງຄາມກັບຂ້ອຍ ແລະ ປະເທດຂອງ
ພວກເຮົາ ເລີຍ.”
ທ່ານກິມໄດ້ກ່າວອີກວ່າ “ສະຫະລັດ ຕ້ອງຍອມຮັບວ່າ ອັນນີ້ບໍ່ເປັນການຕໍ່ລອງ ແຕ່
ຄວາມເປັນຈິງ.”
ການກ່າວຄຳປາໄສປະຈຳປີໃໝ່ ຂອງທ່ານກິມ ເຊື່ອກັນຢ່າງກວ້າງຂວາງວ່າ ເປັນ
ການສະແດງອອກ ທິດທາງຂອງທ່ານກິມ ແລະ ບູລິມະສິດສຳລັບປີໃໝ່ນີ້.



No comments:
Post a Comment