ຂປລ. ສປປ ລາວ ແລະ ສປ ຈີນ ໄດ້ມີການຮວ່ມມື ດ້ານພະລັງງານ ແລະ ບໍ່ແຮ່, ໂດຍລັດ ຖະບານ ສປ.ຈີນ ໄດ້ສະໜອງທຶນ ແລະ ໃຫ້ທຶນສະໜັບສະໜູນ ໃຫ້ແກ່ລັດຖະບານ ສປປ ລາວ ລວມມູນ ຄ່າເຖິງ 10 ຕື້ກວ່າໂດລາສະຫະລັດ.
ໃນໂອກາດກອງປະຊຸມ ເວທີປືກສາຫາລືການຮ່ວມມື ລາວ-ຈີນ “ໜຶ່ງແລວ ໜຶ່ງເສັ້ນທາງ” ໃນວັນທີ 2 ກຸມພາ 2018 ທີ່ນະຄອນຫລວງວຽງຈັນ. ທ່ານ ຄໍາມະນີ ອິນທິລາດ ລັດຖະມົນຕີ ກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ກ່າວວ່າ: ການຮ່ວມມື ໃນການພັດທະນາ ຂະແໜງພະລັງງານ ແລະ ບໍ່ແຮ່ ລະຫວ່າງ ລາວ-ຈີນ ແມ່ນບັນຫາໜຶ່ງ ທີ່ສໍາຄັນ ແລະ ນອນຢູ່ໃນກອບການ ຮ່ວມມືລວມ ທີ່ສອງພັກ, ສອງລັດ ແລະ ສອງຂະແໜງການ ໄດ້ຕົກລົງກັນ ຢູ່ໃນສັນຍາມິດຕະພາບ ແລະ ມີການຮ່ວມມື ໃນໄລຍະໃໝ່. ໂດຍການ ຮ່ວມມືດັ່ງກ່າວ, ໄລຍະຜ່ານມາ ຖືວ່າຢູ່ໃນອັນດັບຕົ້ນໆ.
ມາຮອດປັດຈຸບັນ ສປປ ລາວ- ສປ ຈີນ ໄດ້ມີ ການຮ່ວມມື ກັນພັດທະນາອຸດສະຫະກໍາ ພະລັງງານ ໄຟຟ້າ, ເຊິ່ງມີໂຄງການ ທີ່ຢູ່ໃນ ໄລຍະດໍາເນີນການ ຜະລິດແລ້ວ 9 ໂຄງການ ຄື: ໂຄງການນໍ້າລີກ 1, 2, ໂຄງການນໍ້າງື່ມ 5, ໂຄງການນໍ້ງຽບ 2, ໂຄງການ ນໍ້າອູໄລຍະທີ່ 1 (ນໍ້າອູ 2,5,6), ນໍ້າມັງ1, ນໍ້າໄຜ່, ນໍ້າແບ່ງ ແລະ ພວມກໍາລັງກໍ່ສ້າງອີກ 10 ກວ່າໂຄງ ການ.
ນອກນີ້, ຍັງມີການຮ່ວມມື ກໍ່ສ້າງສາຍ ສົ່ງໄຟຟ້າ 230KV ແລະ 500 KV ຈໍານວນ 8 ໂຄງການ. ສໍາລັບ ການຮ່ວມມືດ້ານບໍ່ແຮ່ ກໍໄດ້ຮັບ ການຈັດຕັ້ງປະຕິບັດ ຢ່າງມີປະສິດທິຜົນ, ມາຮອດປັດຈຸບັນ ມີ 52 ໂຄງການຂອງຜູ້ລົງທຶນ ທີ່ໄດ້ຮັບອະນຸຍາດ ຈາກລັດຖະບານລາວ ທີ່ພວມດໍາເນີນ ການຂຸດຄົ້ນ ແລະ ປຸງແຕ່ງ. ພ້ອມດຽວກັນ, ກໍຍັງມີ 20 ກວ່າໂຄງການ ຢູ່ໃນໄລຍະ ດໍາເນີນການສໍາຫລວດ, ໃນການສຶກສາ ຄວາມເປັນໄປໄດ້ ທາງດ້ານ ເສດຖະກິດ-ເຕັກນິກ, ເຊິ່ງບັນດາໂຄງການ ພັດທະນາໃກ້ປະຕິບັດຢ່າງ ຖືກຕ້ອງ ຕາມສັນຍາ ແລະ ລະບຽບກົດໝາຍ ຂອງ ສປປ ລາວ.
ທ່ານລັດຖະມົນຕີ ຍັງໄດ້ກ່າວຕື່ມວ່າ: ການຮ່ວມມື ດ້ານເສດຖະກິດການຄ້າ ແລະ ການລົງທຶນ ລະຫວ່າງ 2 ປະເທດ ຂະຫຍາຍຕໍ່ເນື່ອງ ແລະ ນັບມື້ນັບເພີ່ມຂຶ້ນ ດ້ວຍອັດຕາສູງໃນແຕ່ລະປີ ການລົງ ທຶນ ກໍໄດ້ເພີ່ມຂຶ້ນ. ປັດຈຸບັນ ສປ ຈີນ ກາຍເປັນອັນດັບ 1 ຂອງການລົງທຶນ ຕ່າງປະເທດ ຢູ່ ສປປ ລາວ ໃນນີ້ຂະແໜງພະລັງງານ ແລະ ບໍ່ແຮ່ ຫລາຍກວ່າໝູ່.





No comments:
Post a Comment