728x90 AdSpace

LightBlog

Breaking

4.14.2018

April 14, 2018

ເສຍໃຈນຳ! ລົດໃຫຍ່ເສຍຫຼັກຕຳເສົາໄຟເຍືອງທາງ ບາດເຈັບສາຫັດ 1 ຄົນ ແລະ ເສຍຊີວິດຄາທີ່ 1 ຄົນ







ສະມາຄົມອາສາ ກູ້ໄພ ນະຄອນຫຼວງວຽງຈັນ ແຈ້ງເຫດສຸກເສີນ ໂທ 1624 ລາຍງ່ນວ່າ: ໃນວັນທີ 13/4/2018 ເວລາປະມານ 17:30 ໂມງ ໄດ້ຮັບແຈ້ງເຫດເຂົ້າເບີສຸກເສີນ 1624 ວ່າມີລົດໃຫຍ່ເສຍຫຼັກຕຳເສົາໄຟເຍືອງທາງ ຢູ່ບ້ານ ໂນນທອງ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ.

ດັ່ງນັ້ນໜ່ວຍກູ້ຊີບ-ກູ້ໄພ ນະຄອນຫຼວງຈຶ່ງອອກກວດສອບເຫດ ພົບເຫັນຜູ້ບາດເຈັບ 1 ຄົນເປັນເພດຍິງ ເຊິ່ງມີອາການໝົດສະຕິ, ກະທົບຫົວຢ່າງຮຸນແຮງ, ເສຍເລືອດຫຼາຍ ແລະ ຢຸດຫາຍໃຈ.

ດັ່ງນັ້ນ ໜ່ວຍກູ້ໄພນະຄອນຫຼວງຈຶ່ງໄດ້ທຳການປໍ້າຫົວໃຈ CPR ຢ່າງສຸດຄວາມສາມາດ ແຕ່ກໍບໍ່ສາມາດຢື້ຊີວິດຂອງຜູ້ກ່ຽວໄວ້ໄດ້, ສະນັ້ນພວກເຮົາຈຶ່ງໄດ້ເກັບມ້ຽນຄາບສົບ ແລະ ນຳສົ່ງໃຫ້ພີ່ນ້ອງເຮັດພິທີຕາມສາສະໜາ. ສ່ວນຜູ້ບາດເຈັບສາຫັດນັ້ນແມ່ນພີ່ນ້ອງນຳສົ່ງໂຮງໝໍເອງ.

ພົບເຫດສຸກເສີນແຈ້ງ 1624 ເບີດຽວໃນນະຄອນຫຼວງວຽງຈັນ. ທ່ານສາມາດບໍລິຈາກເຂົ້າບັນຊີ ສະມາຄົມອາສາກູ້ໄພນະຄອນຫຼວງວຽງຈັນ ໂດຍລະບຸການບໍລິຈາກ ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ ບັນຊີ; THE ASSOCIATION OF VOLUNTARY RESCUE VIENTIANE ເລກບັນຊີ: LAK0101200າ00993902001 ເບີໂທຕິດຕໍ່ 020 2244 1624
April 14, 2018

ສ່ຽວຮັກສ່ຽວແພງຕິດຄຸກສາມັກຄີ

ຄົນເຮົາຮູ້ດີວ່າຕ້ອງຢູ່ຕ້ອງກິນ ແລະໃຊ້ ຍິ່ງຖ້າຕິດຫຼິ້ນກິນຟຸມເຟືອຍ, ຕິດສິ່ງເສບຕິດຄວາມຫິວໂຫຍຍິ່ງທະວີຄູນຂຶ້ນແຕ່ຄົນຈຳນວນໜຶ່ງກັບບໍ່ສົນຕໍ່ຄວາມຕ້ອງການເຫຼົ່ານັ້ນ ບໍ່ດິ້ນຮົນທຳມາຫາກິນ ຈິ່ງຫາທຸກວິທີປຸ້ນຈີ້ຊີງຊັບ, ລັກຊັບເພື່ອໃຫ້ໄດ້ມາສິ່ງທີ່ຕ້ອງການແມ່ນແຕ່ການລັກສິນຄ້າດີໄປຂາຍເປັນເຫຼັກເສດຍັງພາກັນຮ່ວມຫົວກັນເຮັດດັ່ງຄະດີລາຍນີ້.

ຄະນະສານອາຍາ ສານປະຊາຊົນ ເຂດ 2 ນະຄອນຫຼວງວຽງຈັນ ໄດ້ນໍາພວກຈໍາເລີຍ 5 ຄົນ ຊື່ທ້າວ ຄໍາຜິວ ອາຍຸ 22 ປີ, ທ້າວ ບຸນແນມ ອາຍຸ 24 ປີ, ທ້າວ ອໍາຄາ ອາຍຸ 32 ປີ ທັງສາມຢູ່ບ້ານນາຜາສຸກ, ທ້າວ ພວງພະຈັນ ຫຼື ລອນ ອາຍຸ 32 ປີ ແລະ ທ້າວ ວິທູນ ຢູ່ບ້ານນາຂາວ ທັງ 5 ຂຶ້ນກັບເມືອງໄຊທານີ ນະຄອນຫຼວງວຽງຈັນ ທີ່ຮ່ວມກັນລັກຊັບ ຢູ່ໃນໂຮງງານຂອງບໍລິສັດ ເຄທີເອັນກຣຸບ ຈໍາກັດ ຂຶ້ນພິຈາລະນາຕັດສິນໃນທ້າຍເດືອນມີນາ 2018 ໃນຂໍ້ຫາລັກຊັບພົນລະເມືອງ.

ຜ່ານການຖະແຫຼງການກະທໍາຜິດຂອງພວກຈໍາເລີຍໃນຫ້ອງປະຊຸມສານໃຫ້ຮູ້ວ່າ: ໃນວັນທີ 30 ກັນ ຍາ 2017 ທ້າວ ຄໍາຜິວ ( ຈໍາເລີຍ 1 ) ໄດ້ເຂົ້າໄປລັກເອົາສາຍໄຟ ຈໍານວນ 1 ໂຄ້ງ, ໝໍ້ຂາງ 1 ໜ່ວຍ ແລະ ແຜ່ນໂລຫະຂະໜາດ 15x15x1 ຊັງຕີແມັດ 4 ແຜ່ນ ຢູ່ໂຮງງານຂອງບໍລິສັດ ເຄທີເອັມກຣຸບ ຈໍາກັດ ແລ້ວນໍາໄປຂາຍໃຫ້ກັບຮ້ານເກັບ ຊື້ເຫຼັກເສດ ໄດ້ເງິນ 1.500.000 ກີບ. ມາວັນທີ 2 ຕຸລາ 2017, ທ້າວ ຕຸ້ຍ ແລະ ທ້າວ ພວງພະຈັນ ( ຈໍາເລິຍ 2) ໄດ້ຮ່ວມກັນໄປລັກເອົາເຄື່ອງໃນໂຮງງານຂອງບໍລິສັດ ເຄທີເອັມກຣຸບ ຈໍາກັດ ໄດ້ມໍເຕີ້ນ້ອຍ 2 ເປົາ. ຈາກນັ້ນ, ໄດ້ນໍາ ໄປຂາຍຢູ່ຮ້ານຊື້ເຫຼັກເສດ ໄດ້ເງິນ 1.050. 000 ກີບ.

ໃນວັນດຽວກັນ ທ້າວ ພວງພະຈັນ ( ຈໍາເລີຍ 2 ) ແລະ ທ້າວ ວີທູນ ( ຈໍາເລີຍ 3 ) ຮ່ວມກັນໄປລັກເອົາສາຍໄຟຟ້າ ແລະ ມໍເຕີ້ນ້ອຍ ໄດ້ 2 ເປົາ ແລະ ນໍາໄປຂາຍໄດ້ເງິນ 400.000 ກີບ. ມາວັນຕໍ່ມາ ທ້າວ ພວງພະຈັນ ( ຈໍາເລີຍ 2) ໄດ້ເອົາຢາບ້າ ຈໍານວນ 1 ເມັດ ໄປຈ້າງທ້າວ ບຸນແນມ ( ຈໍາ ເລີຍ 4 ) ໄປລັກເອົາເຫຼັກຢູ່ຂ້າງໂຮງງານ ແຕ່ເມື່ອທ້າວ ບຸນແນມ ໄດ້ໄປລັກມາແລ້ວ ກໍນໍາໄປຂາຍໃຫ້ ກັບພໍ່ຄ້າ ເກັບຊື້ເຫຼັກເສດ ໄດ້ເງິນ 34.000 ກີບ ແລະ ໃນວັນດຽວກັນ ທ້າວ ອໍາຄາ ( ຈໍາເລີຍ 5 ) ໄດ້ເຂົ້າໄປລັກເອົາເຄື່ອງໃນ ໂຮງງານດັ່ງກ່າວ ແລ້ວນໍາໄປຂາຍໄດ້ເງິນ 215.000 ກີບ. ມາວັນທີ 3 ຕຸລາ 2017, ເຈົ້າໜ້າທີ່ ປກສ ເມືອງໄຊທານີ ໄດ້ນໍາກັກຕົວພວກກ່ຽວມາດໍາເນີນຄະດີຕາມກົດໝາຍ.

ຄະນະສານອາຍາເຂດ 2 ໄດ້ຄົ້ນຄວ້າບັນດາຫຼັກຖານເອກະສານຕ່າງໆທີ່ປະກອບໃນສໍານວນຄະດີຢ່າງລະອຽດຖີ່ຖ້ວນ, ຮອບດ້ານ ແລະ ພາວະວິໄສແລ້ວເຫັນວ່າ: ມີຫຼັກຖານໜັກແໜ້ນ ແລະ ພຽງພໍ ຢັ້ງຢືນວ່າ ການກະທໍາຂອງ ທ້າວ ຄໍາຜິວ, ທ້າວ ພວງພະຈັນ, ທ້າວ ບຸນແນມ, ທ້າວ ວິທູນ ແລະ ທ້າວ ອໍາຄາ ເປັນຜູ້ກະກໍາຜິດທາງອາຍາ ມາດຕາ 108 ວັກ 1 ຢ່າງແທ້ຈິງ. ຄະນະສານ ຈຶ່ງເຫັນຄວນຕັດອິດສະຫຼະພາບ ພວກຈໍາເລີຍທັງ 5 ຄົນ ຮັບໂທດຕາມ ກົດ ໝາຍ ຄົນລະ 6 ເດືອນ ປັບໃໝ ຄົນລະ 800.000 ກີບ.

ຂອບໃຈແຫຼ່ງຂ່າວຈາກ ໜັງສືພິມ ປກສ

4.13.2018

April 13, 2018

ຫົວໜ້າ ​ບໍລິສັດ​ ເຟສບຸກ ຂໍຂະມາໂທດ ຕໍ່ການຮົ່ວໄຫຼ ຂອງຂໍ້ມູນ ກ່ອນໃຫ້ການ ຕໍ່ລັດຖະສະພາ

ຫົວໜ້າ​ບໍລິຫານບໍລິສັດ​ເຟສບຸກ ທ່ານ​ມາກ ຊັກ​ເກີ​ເບີກ ພົບປະກັບ ບັນດານັກທຸລະກິດ ແລະນະວັດຕະກຳ.
ຫົວໜ້າ​ບໍລິຫານບໍລິສັດ​ເຟສບຸກ ທ່ານ​ມາກ ຊັກ​ເກີ​ເບີກພ້ອມ​ແລ້ວທີ່​ຈະ​ໃຫ້ກາ​ນຢ່າງ​
ເປີດ​ເຜີຍ ໃນ​ວັນ​ອັງຄານ​ມື້ນີ້ ຕໍ່ໜ້າ​ສະມາຊິກ​ສະພາ​ສູງ​ສະຫະລັດກຸ່ມ​ນຶ່ງ ຫຼັງ​ຈາກ​ໄດ້​
ຂໍ​ຂະ​ມາໂທດ ​ໃນທິດທາງ​ທີ່​ບໍລິສັດ​ຂອງ​ທ່ານ ຮັບ​ມື​ກັບ​ຂໍ້​ມູນ​ຜູ້ໃຊ້​ຫຼາຍ​ລ້ານຄົນ.
ທ່ານ​ມີ​ກຳນົດ​ທີ່​ຈະ​ໄປປາກົດ​ໂຕ ເພື່ອໃຫ້ການຕໍ່ໜ້າ​ຄະນະ​ກຳມະ​ການ​ຍຸຕິ​ທຳ ​ແລະ
​ຄະນະ​ກຳມະການ​ໆ​ຄ້າ​ສະພາ​ສູງ ​ແລະ​ໃນ​ວັນ​ພຸດ​ມື້​ອື່ນ​ນີ້ ທ່ານ​ຈະ​ໄປໃຫ້ການ​ຕໍ່ໜ້າ​
ບັນດາສະມາຊິກ​ສະພາ​ຕໍ່າ.
ປະທານ​ຄະນະ​ກຳມະການ​ຍຸຕິ​ທໍາ ທ່າ​ນຈັກ ​ແກຣສ​ລີ ກ່າວ​ວ່າ ພວກ​ນຳ​ໃຊ້ “ມີ​ສິດ​ທີ່​
ຈະ​ຮູ້​ວ່າ ​ຂໍ້​ມູນ​ເຂົາ​ເຈົ້າ ​ຖືກ​ແບ່ງປັນ ​ແລະເກັບ​ຮັກສາແບບໃດ” ​ແລະ​ນັ້ນ​ທ່ານ​ຕ້ອງ
ການ​ຢາກສຳ​ຫຼວດ ກັບ​ທ່ານ​ຊັກເກີ​ເບີກ​ເພື່ອ​ຊອກ​ຫາທາງສ້າງຄວາມ ກໍ້າ​ເກິ່ງ ລະ
ຫວ່າງ​ຄວາມ​ປອດ​ໄພ​ກັບນະ​ວັດ​ຕະກໍາ.
ທ່ານ​ຊັກ​ເກີ​ເບີກ ​ໄດ້​ພົບ​ປະສ່ວນ​ໂຕ​ກັບ​ບັນດາ​ສະມາຊິກ​ສະພາ ​ຢູ່ທີ່ວໍ​ຊິງ​ຕັນ​ໃນ​ວັນ​
ຈັນ​ວານ​ນີ້ ​ແລະ​ໄດ້ເປີດ​ເຜີຍຄໍາ​ໃຫ້ການ​ທີ່​ເປັນລາຍລັກອັກສອນ ທີ່ກ່າວ​ວ່າຕາໜ່າງ
​ສື່​ສັງ​ຄົມ​ຄວນ​ດຳເນີນການ​ຫຼາຍ​ຂຶ້ນ​ ເພື່ອ​ປ້ອງ​ກັນ​ຕົນ​ເອງ ​ແລະ​ຂໍ້​ມູນ​ຂອງ​ບັດາ​ສະ
ມາຊິກ​ຂອງ​ຕົນ​ ຈາກ​ການ​ນຳ​ໃຊ້​ໃນ​ທາງ​ຜິດ.
ທ່ານ​ຊັກ​ເກີ​ເບີກ ກ່າວ​ວ່າ “ພວກ​ເ​ຮົາບໍ່​ໄດ້​ເບິ່ງ​ກວ້າງຂວາງ​ຢ່າງ​ພຽງພໍ ​ແລະ​ນັ້ນ​ໄດ້
ເປັນຄວາມ​ຜິດພາດຢ່າງ​ໃຫຍ່. ມັນ​ແມ່ນ​ຄວາມ​ຜິດ​ຂອງ​ຂ້າພະ​ເຈົ້າ ​ແລະ​ຂ້າ ພະ​ເຈົ້າ
​ເສຍ​ໃຈ.”



ຢູ່​ໃນ​ຄຳ​ຖະ​ແຫຼ​ງຂອງ​ທ່ານ ທ່ານ​ຊັກ​ເກີ​ເບີກ ກ່າວ​ວ່າ ​ເຟສ​ບຸກ​ໄດ້​ເລີ້​ມ​ເຕືອນຜູ້ນຳ​ໃຊ້
87 ລ້ານ​ຄົນ ຜູ້ທີ່​ຂໍ້​ມູນ​ສ່ວນ​ໂຕ​ ໄດ້​ຖືກ​ເກັບ​ກຳ​ເອົາໂດຍທີ່​ເຂົາ​ເຈົ້າ​ບໍ່​ຮູ້​ ໂດຍບໍລິສັດ
​ແຄມ​ບຣິສຈ໌ ອານາ​ລີ​ຕິ​ກາ ບໍລິສັດ​ລົງ​ຄະ​ແນນ​ສຽງ​ອັງກິດ​ໃນການ​ໂຄສະ​ນາ​ຫາ​ສຽງ
ໃຫ້ແກ່​ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣໍາ ທີ່​ໄດ້​ຈ້າງ​ບໍລິສັດດັ່ງກ່າວ ໃຫ້​ແນ​
ໃສ່​ຜູ້​ທີ່​ຈະ​ໃຫ້ການ​ສະໜັບ​ສະ​ໜູນ ​ໃນ​ປີ 2016.

    ​ເຟສບຸກ​ເຊື່ອ​ວ່າ ສ່ວນໃຫຍ່ຂອງຜູ້​ໃຊ້ທີ່​ໄດ້​ຮັບ​ຜົນ​ກະທົບ ຫຼາຍ​ກວ່າ 70 ລ້ານ​ຄົນແມ່ນ
ຢູ່​ໃນ​ສະຫະລັດ ​ແຕ່​ວ່າ​ຍັງ​ມີ​ຫຼາຍ​ກວ່າ​ນຶ່ງ​ລ້ານ​ຄົນ​ຢູ່​ໃນ​ແຕ່ລະປະເທດ ເຊັ່ນຟິລິບ​ປີນ
ອິນ​ໂດ​ເນ​ເຊຍ ​ແລະ​ອັງກິດ.
ເຟສບຸກ​ໄດ້​ອະນຸຍາດ​ໃຫ້​ນັກ​ຄົ້ນຄວ້າ​ອັງກິດ​ຄົນ​ນຶ່ງ ສ້າງແອັປຢູ່​ເຟສບຸກ ທີ່​ມີຜູ້​ໃຊ້
200,000 ຄົນ ທີ່​ໄດ້​ຖືກ​ເປີດ​ເຜີຍຂໍ້​ມູນ​ສ່ວນ​ໂຕ​ວ່າ ສະ​ຖາ​ບັນ​ອາ​ເລັກ​ຊານ​ເດີ ​ໂຄ​ການ
​ໄດ້​ແບ່ງ​ປັນຂໍ້ມູນ​ກັບ​ບໍລິສັດ​ແຄມ​ບຣິສຈ໌ ອານາ​ລີ​ຕິ​ກາ. ​ໂຕ​ເລກ​ຂອງ​ຜູ້​ທີ່​ໄດ້ຮັບ​ຜົນ​ກະ
ທົບແມ່ນ​ເພີ້​ມຂຶ້ນ​ຢ່າງ​ຫຼວງ​ຫຼາຍ ​ເຖິງ​ຢ່າງ​ກໍ​ດີ ​ເພາະວ່າ​ຂໍ້​ມູນ​ທີ່​ເກັບ​ກຳມາ​ຈາກ​ບັນດາ​
ໝູ່​ເພື່ອນ​ ຍາດຕິ​ພີ່ນ້ອງ ​ແລະ​ຄົນ​ທີ່​ລື້ງ​ເຄີຍ​ທັງ​ໝົດ 200,000 ຄົນ​ນັ້ນ ເປັນ​ຜູ້​ໃຊ້ໄດ້​ມີ​
ການ​ຕິດ​ຕໍ່​ກັບ​ເຟສ​ບຸກ.


 ທີ່ມາເປັນພາສາອັງກິດ
April 13, 2018

ເປັນທາງການ! ນາຍົກລັດຖະມົນຕີ ປະກາດສ້າງຕັ້ງ “ນະຄອນໄກສອນພົມວິຫານ” ແລ້ວ

    ເມື່ອວັນພຸດທີ່ຜ່ານມາ (11 ເມສາ 2018) ນາຍົກລັດຖະມົນຕີໄດ້ອອກດຳລັດ ວ່າດ້ວຍການສ້າງຕັ້ງນະຄອນໄກສອນພົມວິຫານ ເພື່ອປ່ຽນແທນເມືອງໄກສອນພົມວິຫານເຊິ່ງຂຶ້ນກັບແຂວງສະຫວັນນະເຂດ.
       ເນື້ອໃນຂອງດຳລັດລະບຸວ່າ ການສ້າງຕັ້ງນະຄອນໄກສອນພົມວິຫານ ແມ່ນຈະປ່ຽນແທນເມືອງໄກສອນພົມວິຫານ ເຊິ່ງນະຄອນໃນທີ່ນີ້ເປັນອົງການປົກຄອງທ້ອງຖິ່ນຂັ້ນດຽວກັບຂັ້ນເມືອງ ແລະ ຂຶ້ນກັບແຂວງສະຫວັນນະເຂດ.

      ເມືອງໄກສອນພົມວິຫານ ກ່ອນໜ້ານີ້ມີຊື່ວ່າເມືອງຄັນທະບູລີ ພາຍຫຼັງຈຶ່ງໄດ້ປ່ຽນມາໃຊ້ຊື່ຕາມ ທ່ານ ໄກສອນ ພົມວິຫານ ອະດີດປະທານປະເທດແຫ່ງ ສປປ ລາວ ເຊິ່ງມີພູມລຳເນົາຢູ່ທີ່ເມືອງດັ່ງກ່າວ.
      ການປະກາດສ້າງຕັ້ງນະຄອນໄກສອນພົມວິຫານນີ້ ຈະເຮັດໃຫ້ປະຊາຊົນກວ່າ 125,000 ຄົນ ຈາກທັງໝົດ 67 ບ້ານ ກາຍເປັນພົນລະເມືອງຂອງນະຄອນຕັ້ງໃໝ່ໃນພື້ນທີ່ 776 ກິໂລຕາແມັດ.

     ທັງນີ້ ການສ້າງຕັ້ງນະຄອນໃໝ່ບໍ່ໄດ້ມີແຕ່ໃນແຂວງສະຫວັນນະເຂດເທົ່ານັ້ນ, ແຕ່ນະຄອນຫຼວງພະບາງ ແຂວງຫຼວງພະບາງ ແລະ ນະຄອນປາກເຊ ແຂວງຈຳປາສັກ ກໍໄດ້ຮັບການສ້າງຕັ້ງຂຶ້ນໃນໄລຍະດຽວກັນ.
     ຄຳວ່າ “ນະຄອນ” ຕາມກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນສະບັບຫຼ້າສຸດແມ່ນໝາຍເຖິງ ຫົວໜ່ວຍການປົກຄອງໃນລະດັບດຽວກັນກັບເມືອງ ແຕ່ມີການຂະຫຍາຍໂຕທາງດ້ານເສດຖະກິດ ວັດທະນະທຳ ແລະ ພື້ນຖານໂຄງລ່າງໃນລະດັບສູງກວ່າເມືອງທົ່ວໄປ.

ປະຫວັດສາດຂອງສະຫວັນນະເຂດ

     ເລີ່ມໃນສະໄຫມຂອມ ເຮືອງອຳນາດ ເມືອງນີ້ຊື່ວ່າເມືອງສຸວັນນະພູມປະເທດເປັນເມືອງ ທີ່ອຸດົມສົມບູນດ້ວຍຊັບພະຍາກອນທຳມະຊາດໃນປີ ຄສ 1577 ທ້າວຫລວງ ແລະ ນາງສິມໄດ້ອົບພະຍົກຜູ້ຄົນຈາກພາກເຫນືອລົງມາຕັ້ງຫມູ່ບ້ານຊື່ວ່າ ຫລວງໂພນເມືອງສິມຫ່າງຈາກຕົວເມືອງ ປະຈຸບັນປະມານ 18 ກິໂລແມັດ ເສັ້ນທາງດຽວ ກັບໄປພະທາດອີງຮັງ ເມື່ອເຖິງປີ ຄສ 1642 ທ້າວ ສິມພະລີ (ລູກຊາຍ) ໄດ້ພາຊາວບ້ານຫລາຍສິບຄອບຄົວແຍກອອກໄປຕັ້ງເມືອງໃຫມ່ ໃນເຂດສະຫວັນນະເຂດເອີ້ນວ່າບ້ານທ່າແຮ່ ເພາະອຸດົມສົມບູນດ້ວຍແຮ່ທາດຕ່າງໆ ຈົນເຖິງປີ ຄສ 1919 ເມື່ອລາວຕົກເປັນອານານິຄົມຝັ່ງໄດ້ຕັ້ງສຳນັກງານ ຜູ້ວ່າລາຊະການແຜ່ນດິນປະຈຳແຂວງຢູ່ ທ່າແຮ່ ແລະຕັ້ງຊື່ໃຫ້ໃຫມ່ເປັນ "ສະຫວັນນະເຂດ".

     ແຂວງສະຫວັນນະເຂດ ຕັ້ງຢູ່ໃນເສັ້ນຂະໜານທີ 16° 32′ 24″ ເໜືອ ແລະ ເສັ້ນແວງທີ 105° 46′ 48″ ຕາເວັນອອກ, ມີເນື້ອທີ່ 2,177,400 ເຮັກຕາ ແລະ ມີເຂດແດນຕິດຈອດກັບແຂວງ ແລະ ປະເທດໃກ້ຄຽງຄືດັ່ງນີ້ :
  • ທິດເໜືອຕິດກັບແຂວງຄຳມ່ວນ ຍາວເຖິງ 314 ກມ.
  • ທິດໃຕ້ຕິດກັບແຂວງສາລະວັນ ຍາວເຖິງ 259 ກມ.
  • ທິດຕາເວັນອອກຕິດກັບ ສ.ສ.ຫວຽດນາມ ຍາວ122 ກມ.
  • ທິດຕາເວັນຕົກຕິດກັບຣາຊະອານາຈັກໄທ ຍາວ 152 ກມ
ແຂວງສະຫວັນນະເຂດ ໄດ້ແບ່ງອອກເປັນສອງເຂດໃຫຍ່ຄື: ເຂດທົ່ງພຽງກວມ 59% ແລະ ເຂດພູພຽງກວມ 41%(ແບ່ງຕາມລະດັບສູງຈາກນ້ຳທະເລ). ເຂດທົ່ງພຽງແບ່ງອອກເປັນອີກສອງເຂດຄື:
ເຂດທົ່ງພຽງສ່ວນທີ່ລຽບຕາມລຳແມ່ນໍ້າຂອງ ກວມເອົາ 04 ເມືອງຄື: ເມືອງໄຊບູລີ, ເມືອງໄກສອນ ພົມວິຫານ,ເມືອງໄຊພູທອງ ແລະ ສອງຄອນ, ເປັນເຂດທີ່ອຸດົມສົມບູນດ້ວຍເຂົ້າປາອາຫານເປັນແຫລ່ງການຜະລິດເຂົ້າ, ພືດຕະກູນ ຖົ່ວແລະລ້ຽງສັດ(ສັດປີກ,ສັດໃຫຍ່ ແລະ ປາ) ເຊີ່ງມີຄວາມ ສູງຈາກລະດັບນ້ຳທະເລແຕ່ 140 ຫາ 180 ແມັດ.
ສ່ວນເຂດທົ່ງພຽງທີ່ຕັ້ງຢູ່ໃຈກາງລະຫວ່າງເຂດພູພຽງ ກັບທົ່ງພຽງລຽບນ້ຳຂອງນັ້ນ ກວມເອົາ 06 ເມືອງຄື: ເມືອງອຸທຸມພອນ, ອາດສະພັງທອງ, ພະລານໄຊ, ເມືອງຈຳພອນ,ຊົນນະບູລີ ແລະ ອາດສະພອນ, ເຂດນີ້ເປັນເຂດທີ່ປູກເຂົ້າ, ປູກພືດອຸດສາຫະກຳ ແລະ ລ້ຽງສັດໃຫຍ່(ງົວຄວາຍ) ເຊີ່ງມີຄວາມສູງຈາກລະດັບນ້ຳທະເລແຕ່ 180 ຫາ 200 ແມັດ.
ສ່ວນວ່າເຂດພູພຽງກວມເອົາ 05 ເມືອງປະກອບມີ: ເມືອງນອງ,ເຊໂປນ,ວິລະບູລີ, ພີນ ແລະ ທ່າປາງທອງ ເປັນເຂດລໍ່ລ້ຽງໃຫ້ຄວາມຊຸ່ມຊື່ນໃຫ້ເຂດທົ່ງພຽງ, ເໝາະສົມໃນການປູກ ໄມ້ໃຫ້ໝາກ, ພຶດອຸດສາຫະກຳ ແລະ ລ້ຽງສັດ ໃຫຍ່ທຸກໆປະເພດ, ເຂດນີ້ມີຄວາມສູງຈາກລະດັບໜ້ານ້ຳທະເລແຕ່ 200 ຫາ 1.000 ແມັດ.

ປ່າສະຫງວນ

ປ່າສະຫງວນພາຍໃນແຂວງປະກອບມີ: ປ່າສະຫງວນແຫ່ງຊາດເຊບັ້ງນວນປ່າສະຫງວນແຫ່ງຊາດດົງພູວຽງ ແລະ ປ່າສະຫງວນແຫ່ງຊາດພູຊ້າງແຫ່. ພູຊ້າງແຫ່ເປັນສາຍພູຫີນ ແລະ ເປັນຖິ່ນອາໄສຂອງຊົນເຜົ່າຜູ້ໄທ. ດົງພູວຽງເປັນທີ່ຮູ້ຈັກກັນວ່າເປັນປ່າເກົ່າແກ່ທີ່ມີຕົ້ນໄມ້ສູງໃຫຍ່, ບຶງສັກສິດ ແລະ ພະທາດອີງຮັງ, ນອກຈາກນັ້ນຍັງມີສັດທີ່ໃກ້ສູນພັນເຊັ່ນ: ໂອ່ງຄ່າງເງິນ ແລະ ນົກແກງ ເຊິ່ງພົບເຫັນໄດ້ຍາກໃນປ່າສະຫງວນແຫ່ງອື່ນໆ.




ຂໍຂອບໃຈ : Chaoborus
April 13, 2018

ປະຊາຊົນອິນໂດເນເຊຍ ຕາຍກວ່າ 100 ຄົນ ຈາກການກິນເຫຼົ້າເຖື່ອນ

 ສຳນັກຂ່າວຕ່າງປະເທດລາຍງານ 12 ເມສາ 2018 ວ່າ: ສຳນັກງານຕຳຫຼວດແຫ່ງຊາດຂອງອິນໂດເນເຊຍລາຍງານວ່າ ຈຳນວນຜູ້ເສຍຊີວິດຈາກການບໍລິໂພກເຫຼົ້າເຖື່ອນ ໃນປະເທດນັບຕັ້ງແຕ່ຕົ້ນເດືອນນີ້ ເພີ່ມເປັນຫຼາຍກວ່າ 100 ຄົນແລ້ວ, ໂດຍພື້ນທີ່ທີ່ພົບຜູ້ເສຍຊີວິດ ແລະ ຜູ້ປ່ວຍຫຼາຍທີ່ສຸດຢູ່ຝັ່ງຕາເວັນຕົກຂອງເກາະຊວາ ເຊິ່ງເປັນບໍລິເວນທີ່ມີປະຊາຊົນອາໄສຢູ່ເປັນຈຳນວນຫຼາຍ ນອກຈາກນີ້ຍັງມີແຂວງກາລີມັນຕັນໃຕ້, ເກາະບໍນຽວ ແລະ ແຂວງປາປົວທີ່ຢູ່ທາງທິດຕາເວັນອອກສຸດຂອງປະເທດ, ຂະນະທີ່ສະເພາະໃນນະຄອນຫຼວງຈາກາຕາ ພົບຜູ້ເສຍຊີວິດຢ່າງໜ້ອຍ 31 ຄົນ ແລະ ເມືອງບັນດຸງ ເຊິ່ງເປັນເມືອງໃຫຍ່ອັນດັບ 3 ຂອງປະເທດ ປະກາດສະຖານະການສຸກເສີນຈາກບັນຫາເຫຼົ້າເຖື່ອນ ເມື່ອຕົ້ນອາທິດນີ້.
ໃນດ້ານຂອງທ່ານ ພົນຕຳຫຼວດເອກ ມູຣຳໝັດ ໄຊອາຟຼຸດດິນ ຮອງຜູ້ບັນຊາການສຳນັກງານຕຳຫຼວດແຫ່ງຊາດຂອງອິນໂດເນເຊຽ ກ່າວວ່າສະຖານະການທີ່ເກີດຂຶ້ນນັ້ນ ເປັນສິ່ງທີ່ໜ້າເຫຼືອເຊື່ອ ແລະ ຮຸນແຮງຫຼາຍ ເນື່ອງຈາກຈຳນວນຜູ້ເສຍຊີວິດຖືວ່າຫຼາຍທີ່ສຸດນັບຕັ້ງແຕ່ປີ 2016 ທີ່ໃນຕອນນັ້ນພົບພຽງ 36 ຄົນ ເທົ່ານັ້ນຕະຫຼອດໄລຍະ 1 ປີ ແລະ ໃຫ້ຄຳໝັ້ນສັນຍາວ່າຈະຍົກລະດັບຄວາມເຂັ້ມງວດໃນການກວາດລ້າງ ພາຍຫຼັງຈັບກຸມຜູ້ຕ້ອງສົງໄສໄດ້ແລ້ວ 9 ຄົນ ພ້ອມຂອງກາງເປັນເຫຼົ້າເຖື່ອນທີ່ຈຳໜ່າຍໃນລາຄາແກ້ວລະ 25,000 ຣູເປັຍ.
ໂດຍອິນໂດເນເຊຍ ຖືເປັນປະເທດມຸດສະລິມຂະໜາດໃຫຍ່ທີ່ສຸດຂອງໂລກ ໄດ້ບັງຄັບໃຊ້ກົດໝາຍຫ້າມຈຳໜ່ວຍເຄື່ອງດື່ມທາດເຫຼົ້າໃນຮ້ານຂາຍຍ່ອຍ ມາຕັ້ງແຕ່ປີ 2015 ເປັນຕົ້ນມາ, ໂດຍອະນຸຍາດໃຫ້ພຽງສູນການຄ້າຂະໜາດໃຫຍ່, ໂຮງແຮມ, ພັດຕາຄານ ແລະ ສະຖານບັນເທີງຍາມຄ່ຳຄື່ນເທົ່ານັ້ນ.

4.12.2018

April 12, 2018

ສັ່ງກວດສອບດ່ວນ 2 ບໍລິສັດເຂົ້າຂ່າຍເຄື່ອນໄຫວຜິດກົດໝາຍ

ໃນວັນທີ 9 ເມສາ 2018 ນີ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການຫາຜູ້ວ່າການທະນາຄານແຫ່ງ ສປປ ລາວ ເພືື່ອຂໍທິດຊີ້ນຳກ່ຽວກັບການເຄື່ອນໄຫວລະດົມທຶນຂອງບໍລິສັດ Financial.org ເພື່ອໄປລົງທຶນໃນຕະຫຼາດຮຸ້ນໂດຍບໍ່ໄດ້ຮັບອະນຸຍາດຢ່າງຖືກຕ້ອງຕາມກົດໝາຍ.


ໃນແຈ້ງການຫ້ອງວ່າການສຳນັກງານນາຍົກລັດຖະມົນຕີໄດ້ແຈ້ງທິດຊີ້ນຳຈາກທ່ານນາຍົກ ແລະຮອງນາຍົກລັດຖະມົນຕີ ໂດຍມີ 3 ປະເດັນສຳຄັນຄື: ເຫັນດີໃຫ້ຄະນະສະເພາະກິດແກ້ໄຂຄະດີບໍລິສັດພີເອັສ ລົງກວດກາຢ່າງເລິກເຊິ່ງຕື່ມ ເພື່ອເກັບກຳຂໍ້ມູນສະພາບການເຄື່ອນໄຫວຕົວຈິງຂອງບໍລິສັດ Financial.org ແລະບໍລິສັດເອຟໂອ ເທຼນນິງ ອໍກາໄນເຊີ ຈຳກັດຜູ້ດຽວ ເພື່ອແກ້ໄຂບັນຫາຢ່າງທັນການ. ຖ້າເຫັນວ່າມີຄວາມຜິດແທ້ກໍ່ໃຫ້ດຳເນີນການຕາມກົດໝາຍ ແລະລະບຽບການທີ່ກ່ຽວຂ້ອງຢ່າງເຂັ້ມງວດ.

- ໃຫ້ເອີ້ນທ້າວ ພຸດທະສອນ ສີສຸທຳ (ຜູ້ກ່ຽວຂ້ອງບໍລິສັດດັ່ງກ່າວ) ມາຕັກເຕືອນ ແລະຫ້າມເດັດຂາດບໍ່ໃຫ້ບໍລິສັດດັ່ງກ່າວເຄື່ອນໄຫວກິດຈະກຳໃດໆທີ່ບໍ່ໄດ້ຮັບອະນຸຍາດ ແລະບໍ່ຖືກຕ້ອງຕາມກົດໝາຍ ແລະລະບຽບການທີ່ກ່ຽວຂ້ອງ ເພາະຈະມີບັນຫາບານປາຍຕາມມາ.
-  ໃຫ້ທະນາຄານແຫ່ງ ສປປ ລາວ ຮີບຮ້ອນອອກແຈ້ງການເຕືອນໃຫ້ທົ່ວສັງຄົມ ໂດຍສະເພາະແມ່ນບັນດານັກລົງທຶນໃຫ້ຮັບຊາບ ແລະມີສະຕິບໍ່ຫຼົງເຊື່ອຕໍ່ກົນອຸບາຍຂອງບໍລິສັດຕ່າງໆທີ່ບໍ່ໄດ້ຮັບອະນຸຍາດໃຫ້ດຳເນີນທຸລະກິດໃນຮູບແບບລັກສະນະດັ່ງກ່າວ ໂດຍດ່ວນ.
ຕາມການສັງເກດແລ້ວບໍລິສັດນີ້ຈະເຮັດການຕະຫຼາດແບບລົງທຶນຮຸ້ນ ຊື້ຮຸ້ນທາງອອນລາຍມີຮຸ້ນຂອງຫຼາຍບໍລິສັດ ຊຶ່ງບໍ່ແນ່ໃຈເປັນຂໍ້ມູນຈິງຫຼືເທັດປະການໃດ ແຕ່ທີ່ໜ້າຈູງໃຈຄືມີລາຍໄດ້ຕໍ່ເດືອນສູງສຸດເຖິງ 100% ຕົວຢ່າງລົງທຶນ 50.000 ໂດລາກໍ່ຈະໄດ້ 50.000 ໂດລາ ປະມານວ່າບໍ່ມີຫຍັງຕ້ອງເສຍຫາຍ ນະໂຍບາຍແຮງຈູງໃຈແຮ່ງຫຼາຍກວ່າບໍລິສັດເອຊຽນເຟສ ແລະພີເອັສທີ່ຍັງຟ້ອງກັນຂຶ້ນສານທຸກວັນນີ້ອີກ.

    ຢ່າງໃດກໍ່ດີຈະລົງທຶນໃນຜະລິດຕະພັນໃດກໍ່ຕາມຕ້ອງສຶກສາໃຫ້ດີ ເງິນຄຳເປັນສິ່ງຫາຍາກບໍ່ມີຫຍັງໄດ້ມາງ່າຍດາຍ ສະນັ້ນຄວນກວດກາຄວາມຖືກຕ້ອງກ່ອນເພື່ອບໍ່ໃຫ້ມີບັນຫາເກີດຂຶ້ນຕາມມາຍ້ອນຄວາມບໍ່ຮອບຄອບຂອງຕົນເອງ.


April 12, 2018

ຫົວໜ້າກຸ່ມ IS ຖືກຂ້າຕາຍໃນ ອັຟການິສຖານ

ກອງກຳລັງ ທະຫານ ສະຫະລັດ ຢືນຢູ່ທາງຂ້າງເຮືອບິນ ໂຈມຕີພື້ນດິນ A-10C Thunderbolt II ຢູ່ສະໜາມບິນ ຄັນດາຊາ, ປະເທດ ອັຟການິສຖານ. 23 ມັງກອນ, 2018.
    ທາງການທະຫານຂອງ ສະຫະລັດ ພວມເສີມກຳລັງຂອງຕົນຕື່ມຂຶ້ນເພື່ອຕໍ່ສູ້ໃນ ອັຟກາ
ນິສຖານ ຕ້ານພວກກໍ່ການຮ້າຍ ໄອຊິສ ຢູ່ທາງພາກເໜືອ ແລະ ພວກ ຕາລີບານ ຢູ່ທາງ
ພາກໃຕ້ແລະພາກຕາເວັນຕົກ.
ແຮງພັກດັນດັ່ງກ່າວແມ່ນພາກສ່ວນນຶ່ງ ຂອງຄວາມພະຍາຍາມເສີມກຳລັງ ຕໍ່ຕ້ານທັງ
ສອງກຸ່ມດັ່ງກ່າວ ໃນຂະນະທີ່ ອັຟການິສຖານ ພວມຊອກຫາຊ່ອງທາງ ທີ່ຈະລົບລ້າງ
ໃຫ້ລາບຄາບພວກ ໄອຊີສ ແລະສ້າງຄວາມໝັ້ນໃຈ ໃຫ້ແກ່ພວກ ຕາລີບານ ໃຫ້ຍຸຕິ
ຄວາມເປັນປໍລະປັກຂອງເຂົາ ແລະ ຫັນມານັ່ງໂຕະເຈລະຈານຳກັນ.
ພວກເຈົ້າໜ້າທີ່ກ່າວວ່າ ປາກົດວ່າ ຄວາມພະຍາຍາມທັງສອງຢ່າງນີ້ໄດ້ຮັບໝາກຜົນດີ
ໂດຍສະເພາະຢູ່ທາງພາກເໜືອ ບ່ອນທີ່ໃນວັນສຸກຜ່ານມາ ປາກົດວ່າ ໄດ້ສັງຫານຜູ້
ບັນຊາການທະຫານ ຢູ່ລັດພາກເໜືອຂອງ ອັຟການິສຖານ.
ພວກເຈົ້າໜ້າທີ່ ອັຟການິສຖານ ໄດ້ເນັ້ນຢໍ້າໃນວັນເສົາວານນີ້ ເຖິງການຕາຍຂອງຫົວ
ໜ້າກຸ່ມ ໄອຊີສ ໂຄຣາຊານ ທ້າວ ກາຣີ ເຣັກມາຕຸລລາ ຢູ່ໃນການບຸກໂຈມຕີ ຢູ່ໃນເມືອງ
ດາກຊັບ ໃນແຂວງ ໂຈສຊານ ຊຶ່ງເປັນເຂດ ທີ່ຄວບຄຸມຢ່າງເຄັ່ງຄັດໂດຍພວກ ໄອຊີສ.
ທ່ານ ເຈົ້າແຂວງ ມາອຸນວີ ລາຕີຟຸລລາ ໄດ້ບອກ ວີໂອເອ ວ່າ ຜູ້ຊ່ອຍທີ່ໄກ້ຊິດ ຂອງ
ທ້າວ ເຮັກມາຕຸລລາ ກໍໄດ້ຖືກຂ້າເຊັ່ນກັນ ຢູ່ໃນການບຸກໂຈມຕີດັ່ງກ່າວ. ທ່ານເວົ້າວ່າ
ທັງສອງໄດ້ຖືກຝັງໃນຕອນກາງຄືນ ຢູ່ໃນບ້ານແຫ່ງນຶ່ງ ຢູ່ໄກ້ໆນັ້ນ ແລະສະມາຊິກ ສອງ
ສາມຄົນ ຂອງເຂົາ ໄດ້ເຂົ້າຮ່ວມໃນການສົ່ງສະການດັ່ງກ່າວ.
April 12, 2018

ສັ່ງກວດສອບດ່ວນ 2 ບໍລິສັດເຂົ້າຂ່າຍເຄື່ອນໄຫວຜິດກົດໝາຍ

    ໃນວັນທີ 9 ເມສາ 2018 ນີ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການຫາຜູ້ວ່າການທະນາຄານແຫ່ງ ສປປ ລາວ ເພືື່ອຂໍທິດຊີ້ນຳກ່ຽວກັບການເຄື່ອນໄຫວລະດົມທຶນຂອງບໍລິສັດ Financial.org ເພື່ອໄປລົງທຶນໃນຕະຫຼາດຮຸ້ນໂດຍບໍ່ໄດ້ຮັບອະນຸຍາດຢ່າງຖືກຕ້ອງຕາມກົດໝາຍ.
      ໃນແຈ້ງການຫ້ອງວ່າການສຳນັກງານນາຍົກລັດຖະມົນຕີໄດ້ແຈ້ງທິດຊີ້ນຳຈາກທ່ານນາຍົກ ແລະຮອງນາຍົກລັດຖະມົນຕີ ໂດຍມີ 3 ປະເດັນສຳຄັນຄື: ເຫັນດີໃຫ້ຄະນະສະເພາະກິດແກ້ໄຂຄະດີບໍລິສັດພີເອັສ ລົງກວດກາຢ່າງເລິກເຊິ່ງຕື່ມ ເພື່ອເກັບກຳຂໍ້ມູນສະພາບການເຄື່ອນໄຫວຕົວຈິງຂອງບໍລິສັດ Financial.org ແລະບໍລິສັດເອຟໂອ ເທຼນນິງ ອໍກາໄນເຊີ ຈຳກັດຜູ້ດຽວ ເພື່ອແກ້ໄຂບັນຫາຢ່າງທັນການ. ຖ້າເຫັນວ່າມີຄວາມຜິດແທ້ກໍ່ໃຫ້ດຳເນີນການຕາມກົດໝາຍ ແລະລະບຽບການທີ່ກ່ຽວຂ້ອງຢ່າງເຂັ້ມງວດ.

- ໃຫ້ເອີ້ນທ້າວ ພຸດທະສອນ ສີສຸທຳ (ຜູ້ກ່ຽວຂ້ອງບໍລິສັດດັ່ງກ່າວ) ມາຕັກເຕືອນ ແລະຫ້າມເດັດຂາດບໍ່ໃຫ້ບໍລິສັດດັ່ງກ່າວເຄື່ອນໄຫວກິດຈະກຳໃດໆທີ່ບໍ່ໄດ້ຮັບອະນຸຍາດ ແລະບໍ່ຖືກຕ້ອງຕາມກົດໝາຍ ແລະລະບຽບການທີ່ກ່ຽວຂ້ອງ ເພາະຈະມີບັນຫາບານປາຍຕາມມາ.
-  ໃຫ້ທະນາຄານແຫ່ງ ສປປ ລາວ ຮີບຮ້ອນອອກແຈ້ງການເຕືອນໃຫ້ທົ່ວສັງຄົມ ໂດຍສະເພາະແມ່ນບັນດານັກລົງທຶນໃຫ້ຮັບຊາບ ແລະມີສະຕິບໍ່ຫຼົງເຊື່ອຕໍ່ກົນອຸບາຍຂອງບໍລິສັດຕ່າງໆທີ່ບໍ່ໄດ້ຮັບອະນຸຍາດໃຫ້ດຳເນີນທຸລະກິດໃນຮູບແບບລັກສະນະດັ່ງກ່າວ ໂດຍດ່ວນ.
ຕາມການສັງເກດແລ້ວບໍລິສັດນີ້ຈະເຮັດການຕະຫຼາດແບບລົງທຶນຮຸ້ນ ຊື້ຮຸ້ນທາງອອນລາຍມີຮຸ້ນຂອງຫຼາຍບໍລິສັດ ຊຶ່ງບໍ່ແນ່ໃຈເປັນຂໍ້ມູນຈິງຫຼືເທັດປະການໃດ ແຕ່ທີ່ໜ້າຈູງໃຈຄືມີລາຍໄດ້ຕໍ່ເດືອນສູງສຸດເຖິງ 100% ຕົວຢ່າງລົງທຶນ 50.000 ໂດລາກໍ່ຈະໄດ້ 50.000 ໂດລາ ປະມານວ່າບໍ່ມີຫຍັງຕ້ອງເສຍຫາຍ ນະໂຍບາຍແຮງຈູງໃຈແຮ່ງຫຼາຍກວ່າບໍລິສັດເອຊຽນເຟສ ແລະພີເອັສທີ່ຍັງຟ້ອງກັນຂຶ້ນສານທຸກວັນນີ້ອີກ.
     ຢ່າງໃດກໍ່ດີຈະລົງທຶນໃນຜະລິດຕະພັນໃດກໍ່ຕາມຕ້ອງສຶກສາໃຫ້ດີ ເງິນຄຳເປັນສິ່ງຫາຍາກບໍ່ມີຫຍັງໄດ້ມາງ່າຍດາຍ ສະນັ້ນຄວນກວດກາຄວາມຖືກຕ້ອງກ່ອນເພື່ອບໍ່ໃຫ້ມີບັນຫາເກີດຂຶ້ນຕາມມາຍ້ອນຄວາມບໍ່ຮອບຄອບຂອງຕົນເອງ.

April 12, 2018

ສະຫລົດໃຈ!!!ລົດໃຫ່ຍຢຽບເດັກນ້ອຍເສຍຊີວິດຄາທີ່ 2 ຄົນ ທາງເມືອງກາສີ

     ວັນທີ 12 ເມສາ 2018 ເວລາປະມານ 10:30 ນາທີ ໄດ້ເກີດອຸບັດຕິເຫດລົດໃຫ່ຍຢຽບເດັກນ້ອຍສອງຄົນ ເສຍຊີວິດຄາທີ່ ທີ່ບ້ານວຽງສະໄຫນ ເມືອງກາສີ ແຂວງວຽງຈັນ ຂໍສະແດງຄວາມເສຍໃຈ ຕໍ່ຄອບຄົວຜູ້ເສຍຊີວິດ



4.11.2018

April 11, 2018

ຍົນກອງທັບອານເຊຣີຕົກ ເສຍຊີວິດແລ້ວກວ່າ 180 ຄົນ (ວິດີໂອ)

       ສຳນັກຂ່າວຕ່າງປະເທດລາຍງານ 11 ເມສາ 2018 ວ່າ: ຍົນ Il-76 ຂອງກອງທັບອາເຊຣີ ຕົກພາຍຫຼັງຂຶ້ນບິນໄດ້ບໍ່ດົນຈາກສະໜາມບິນໃນຖານທັບບູຟາຣິກ, ຈຸດຕົກຫ່າງປະມານ 30 ກິໂລແມັດ ໄປທາງທິດຕາເວັນຕົກສຽງໃຕ້ຂອງນະຄອນແອວເຈຍ ໂດຍຍົນອອກຈະອອກເດີນທາງໄປສູ່ຖານທັບໃນເມືອງເບຊາ ທາງພາກຕາເວັນຕົກສຽງໃຕ້ຂອງປະເທດ ແລະ ຈະແວ່ຈອດທີ່ເມືອງທິນດູບ.
     ທ່ານ ໂມຮຳເໝັດ ອາຊູ ໂຄສົກສຳນັກງານປ້ອງກັນໄພອານເຊຣີ ກ່າວວ່າ ຍົນລຳດັ່ງກ່າວບັນທຸກທະຫານ ແລະ ມີລາຍງານເບື້ອງຕົ້ນລະບຸວ່າ ມີຜູ້ເສຍຊີວິດຢ່າງໜ້ອຍ 100 ຄົນ, ສ່ວນສາເຫດຍັງບໍ່ຮູ້ຊັດເຈນ ທາງການກຳລັງເລັ່ງສືບສວນ, ຂະນະທີ່ລາຍງານຂອງເວັບໄຊທ໌ຂ່າວ TSA ຂອງອານເຊຣີ ອ້າງອີງການເປີດເຜີຍຂອງເຈົ້າໜ້າທີ່ໜ່ວຍກູ້ໄພວ່າ ມີຜູ້ເສຍຊີວິດ 105 ຄົນ.
     ຫຼ້າສຸດບາງສຳນັກຂ່າວລາຍງານວ່າ: ຍົນລຳດັ່ງກ່າວບັນທຸກທະຫານກວ່າ 200 ຄົນ ແລະ ມີຜູ້ເສຍຊີວິດແລ້ວກວ່າ 180 ຄົນ.
   Il-76 ເປັນທັງຍົນຂົນສົ່ງລຳລຽງຂອງກອງທັບ ແລະ ຍົນຂົນສົ່ງທາງທຸລະກິດ ອອກແບບໃນສະໄໝຂອງສະຫະພາບໂຊວຽດ ແລະ ເລີ່ມຜະລິດໃນຊຸມປີ 1970 ສາມາດບັນທຸກຜູ້ໂດຍສານໄດ້ປະມານ 120 ຄົນ ສະຖິຕິໂດຍລວມມີຄວາມປອດໄພສູງ.
April 11, 2018

ປະໂຫຍດ..ລ້ວນ..ໆໆ…!!! ໃບໝາກຫຸ່ງຄືລາຊີນີເປັນຢາຕ້ານມະເຮັງ ທີ່ສຸດຍອດ ຈົນໜ້າເຫຼືອເຊື້ອ ..?? ຫາມາກີນດ່ວນ..


    ໃບໝາກຫຸ່ງຕ້ານມະເຮັງໃນງານວິໄຈພົບວ່າໃບໝາກຫຸ່ງມີເອນໄຊທີ່ມີຄຸນສົມບັດຕ້ານມະເຮັງໄດ້ຢ່າງດີເຊັ່ນ ມະເຮັງຄໍ ມະເຮັງເຕົ້ານົມ ມະເຮັງຕັບ ມະເຮັງປອດ ປາສະຈາກສານພິດຕໍ່ຮ່າງກາຍ
– ຮັກສາໂລກໄຂ້ເລືອດອອກໃນງານວິໄຈທາງວິທະຍາສາດສະແດງໃຫ້ເຫັນວ່າໃນໃບໝາກຫຸ່ງມີ ເອນໄຊ ໄຊໂນປາເປນທີ່ຊ່ວຍເພີ່ມເລືອດບັນເທົາອາການໂລກໄຂ້ໄດ້
– ຮັກສາໄຂ້ມາຮາເລຍໄດ້ເປັນຢ່າງດີ

ວິທີເຮັດນ້ຳໃບໝາກຫຸງ
– ນຳໃບໝາກຫຸ່ງມາລ້າງໃຫ້ສະອາດຊອຍເປັນຕ່ອນນ້ອຍໆຕົ້ມໂດຍໃໃຊ້ນ້ຳສອງລິດຕົ້ມໄປຈົນນ້ຳຍັງເຄີ່ງໝໍ້ ຕອງເອົາຂີ້ເຫຍື້ອອກເຫຼືອແຕ່ນ້ຳເກັບໃນຕູ້ເຍັນໄດ້ 3-4 ມື້ຄວນຈະກີນເລີຍຈະດີກວ່າ

– ບໍ່ຄວນກີນຖ້າມີກີ່ນແລະ ນ້ຳໝາກຫຸ່ງມັນເນົ່າ
( ຂໍ້ຫ້າມຜູ້ຍີງຕັ້ງທ້ອງບໍ່ຄວນດື່ມເພາະອາດເປັນອັນຕະລາຍຕໍ່ເດັກ )




ທີ່ມາ:ສຸຂະພາບ ອັບເດດ | Health Update

4.09.2018

April 09, 2018

ເຊຍກັນໄປຍາວໆ! ເອົາຊະນະຜູ້ທ້າຊິງໃນການຮ້ອງໃຫມ່ ຫຼັງພາດທ່າໃນອາທິດຜ່ານ ຄວ້າແຊັມສະໄຫມທີ15 ໄປຄອງສຳເລັດ

ແຟນໆ ດີໃຈກັນໃຫຍ່ ຫຼັງໃຈຫາຍໃຈຂວໍ້າໃນວັນສຸກຜ່ານມາ ເມື່ອຜູ້ທ້າຊິງເຮັດໄດ້ດີ ຈົນສາວແພັດ ເພັດດາວອນ ຕ້ອງຂໍໃຊ້ຕົວຊ່ວຍເປັນຄັ້ງທຳອິດໂດຍການຂໍຮ້ອງໃຫມ່.


ຫລ້າສຸດການຂຶ້ນເວທີໃນມື້ນີ້(ວັນຈັນທີ9ເມສາ) ນັກຮ້ອງສາວສຽງດີ ແພັດ ເພັດດາວອນ ຄຳມະນີວົງ ຈາກປາກເຊ ຂວັນໃຈປະຊາຊົນ ບໍ່ເຮັດໃຫ້ກອງເຊຍຜິດຫວັງ ໂດຍໃຊ້ອາວຸດເພງ ສະຫນົນຄົນຝັນ ເອົາຊະນະຜູ້ທ້າຊິງໄດ້ ຄວ້າແຊັມສະໄຫມທີ15ໄປຄອງ ພ້ອມເງິນລາງວັນ 150.000 ບາດໃນລາຍການສຶກວັນດວນເພງ ທາງຊ່ອງOne 31ຂອງໄທ


ຊ່ວຍກົດ Like ກົດ Share ເພື່ອໃຫ້ເສັ້ນທາງຝັນຂອງສາວລາວຄົນນີ້ໃຫ້ເປັນຈິງ.