728x90 AdSpace

LightBlog

Breaking

1.14.2018

ພຶດຕິກຳສ່ຽງເປັນພະຍາດຕິດຕໍ່ທາງເພດສຳພັນ...!!! ມີຫຍັງແດ່?ຄວນອ່ານໄວ້ເພື່ອປ້ອງກັນ



ພຶດຕິກຳສ່ຽງເປັນພະຍາດຕິດຕໍ່ທາງເພດສຳພັນໝາຍເຖີງພຶດຕິກຳທີ່ຈະເຮັດໃຫ້ທ່ານຕິດພະຍາດທາງເພດສຳພັນດັ່ງຕໍ່ໄປນີ້:
- ມີການປ່ຽນຄູ່ນອນຫຼາຍໆຄົນ.
-ເຄີຍເປັນພະຍາດຕິດຕໍ່ທາງເພດສຳພັນອື່ນ.

-ຄູ່ນອນເຄີຍເປັນພະຍາດຕິດຕໍ່ທາງເພດສຳພັນ.
-ຮ່ວມເພດກັບຄົນທີ່ບໍ່ຮູ້ຈັກ.
-ດື່ມເຫຼົ່າ ຫຼື ໃຊ້ຢາເສບຕິດກ່ອນຮ່ວມເພດ ເນື່ອງຈາກມີການຮ່ວມເພດທີ່ສ່ຽງຕໍ່ການຕິດຕໍ່ພະຍາດ.
-ຮ່ວມເພດກັບຜູ້ທີ່ຕິດຢາເສບຕິດ.
-ຮ່ວມເພດທາງຮູທະວານໜັກ.
-ບໍ່ໃສ່ຖົງຢາງອະນາໄມໃນຂະນະຮ່ວມເພດກັບຄົນທີ່ບໍ່ແມ່ນ ພັນລະຍາ ຫຼື ສາມີ.

ຫາກທ່ານເລືອກຄູ່ຄອງທີ່ບໍ່ແມ່ນກຸ່ມສ່ຽງຕໍ່ການຕິດເຊື້ອ ທ່ານສາມາດຫຼຸດອັດຕາການຕິດເຊື້ອລົງໄປ 5000 ເທົ່າເມື່ອທຽບໃສ່ກັບຜູ້ທີ່ມີຄວາມສ່ຽງ ຫາກຄູ່ນອນຂອງທ່ານມີຜົນກວດເລືອດທົດສອບ HIV ໃຫ້ຜົນລົບ ທ່ານຈະຫຼຸດຄວາມສ່ຽງລົງ 100 ເທົ່າ. ດັ່ງນັ້ນຈົ່ງມີຄວາມຈຳເປັນສຳຫຼັບຄູ່ຮັກກ່ອນທີ່ຈະມີຫຍັງກັນຄວນເລືອກຄູ່ນອນໃຫ້ດີ ແລະ ຄວນທີ່ຈະເຈາະເລືອດໄປກວດກ່ອນຈະມີເພດສຳພັນ, ການໃສ່ຖົງຢ່າງອະນາໄມຈະຫຼຸດອັດຕາຄວາມສ່ຽງລົງໄປ 10​ເທົ່າ.
1.​ພືດຕິກຳທີ່ປອດໄພຈາກພະຍາດຕິດຕໍ່ທາງເພດສຳພັນ:
ກ່ອນມີເພດສຳພັນຕ້ອງມີສະຕິ ຢ່າໜ້າມືດຈົນກະທັ່ງຂາດສະຕິບໍ່ຄຳນືງເຖີງຜົນເສຍທີ່ຈະເກີດຕາມມາ ຫາກຮ່ວມເພດກັບຄົນທີ່ບໍ່ຮູ້ຈັກປະຫວັດເຂົາອາດຈະເປັນພະຍາດຕິດຕໍ່.

2. ໃຫ້ງົດມີເພດສຳພັນກັບຜູ້ຄົນທີ່ຕ້ອງສົງໃສບໍ່ວ່າຈະເປັນສາມີ ຫຼື ຄົນອື່ນ.
ໃຫ້ມີຄູ່ນອນຄົນດຽວໂດຍສະເພາະຜູ້ທີ່ບໍ່ມີປະຫວັດເປັນພະຍາດຕິດຕໍ່ທາງເພດສຳພັນ ແລະ ຫາກຈະມີຄູ່ນອນຄົນໃຫມ່ຈະຕ້ອງຊັກປະຫວັດກ່ຽວກັບພະຍາດຕິດຕໍ່ທາງເພດສຳພັນ , ປະຫວັດຄູ່ນອນຄົນເກົ່າ, ປະຫວັດການໃຊ້ຢາເສບຕິດ ລວມທັງສຸຂະພາບປະຈຸບັນກ່ອນຈະມີເພດສຳພັນຄວນຈະເຈາະເລືອດໄປກວດຫາໂລກເອດ, ໄວຣັສຕັບອັກເສບ ບີ , ກ່ອນຈະມີເພດສຳພັນໃຫ້ໃສ່ຖົງຢາງອະນາໄມ , ບໍ່ຄວນດື່ມເຫຼົ່າ ຫຼື ໃຊ້ຢາເສບຕິດກ່ອນຮ່ວມເພດເພາະອາດຈະຂາດຄວາມຢັ້ງຄິດ.

ທີ່ມາ: https://www.siamhealth.net

No comments:

Post a Comment