ລາຍງານຈາກ ສື່ຂ່າວປະເທດໄທ ໃຫ້ຮູ້ວ່າ ໃນວັນທີ 26 ພະຈິກ 2017 ຕອນເຊົ້າ ເວລາ 9:00 ໄດ້ມີການປະກາດ ປະມູນເບີງາມໝາຍເລກ 096 999 99999 ທີ່ເປັນເລກ ທີ່ຫຼາຍຄົນຕ້ອງການໂດຍຕັ້ງລາຄາເລີ່ມທີ່ 3 ລ້ານບາດ ຫຼື ປະມານ 750 ລ້ານກີບ. ເຊິ່ງຜູ່ຊະນະການປະມູນ ໃສ່ລາຄາສູງສຸດເຖິງ 4,504,000 ບາດ ຫຼື ປະມານ 1,126 ລ້ານກວ່າກີບ.
ສຳລັບປະເທດລາວ ໄດ້ມີການປະມູນເບີງາມໂດຍບໍລິສັດ ບີລາຍ ທີ່ປະມູນເບີ 7777 7777 ໄປໃນລາຄາ ປະມານ 341 ລ້ານກີບ. ທີ່ຖືວ່າເປັນເບີທີ່ມີການປະມູນກັນແພງທີ່ສຸດໃນປະເທດລາວ.




No comments:
Post a Comment