ສະພາບປະກົດການຫຍໍ້ທີ່ເກີດຂຶ້ນໃນສັງຄົມສ່ວນຫຼາຍແມ່ນສືບເນື່ອງມາຈາກການພົວພັນບັນຫາຢາເສບຕິດ ເຊິ່ງ ໃນໄລຍະຜ່ານມາເຈົ້າໜ້າທີ່ຕໍາຫຼວດສາມາດມ້າງ ແລະ ຈັບກຸ່ມໄດ້ຫຼາຍກຸ່ມແກ້ງ ນັບທັງລາຍໃຫຍ່ ແລະ ລາຍ ນ້ອຍ. ຈາກການມ້າງລາຍຄະດີດັ່ງກ່າວ ໜັງສືພິມຄວາມສະຫງົບ ໄດ້ຍົກເອົາ 15 ຄະດີຊື້-ຂາຍຢາເສບຕິດ ທີ່ພົ້ນເດັ່ນທີ່ເຈົ້າ ໜ້າທີ່ຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ທັງສູນກາງ ແລະ ທ້ອງຖິ່ນແກ້ໄຂໄດ້ໃນໄລຍະປີ 2017 ມານໍາສະ ເໜີ ມີດັ່ງນີ້:
ຄະດີທີ 15: ເຈົ້າໜ້າທີ່ພະແນກຕໍາຫຼວດສະກັດກັນ ແລະ ຕ້ານຢາເສບຕິດ ແຂວງບໍລິຄໍາໄຊ ໄດ້ຢຶດຢາບ້າ 80.000 ເມັດ ໃນຂະນະທີ່ນັດຊື້-ຂາຍໃຫ້ກັນຢູ່ບ້ານຫ້ວຍສຽດ ເມືອງປາກຊັນ ແຂວງບໍລິຄໍາໄຊ ໃນວັນທີ 16 ກັນຍາ 2017 ພ້ອມກັກຕົວຜູ້ຖືກຫາໄດ້ 3 ຄົນ ຊື່ທ້າວ ນໍາ ອາຍຸ 21 ປີ ບ້ານດອນຊາດ , ທ້າວ ພອນອາຍຸ 23 ປີ ຢູ່ບ້ານໂພນ ເມືອງນ້ອຍ ແລະ ທ້າວໄມຄໍາ ອາຍຸ 26 ປີ ທັງສາມຢູ່ເມືອງຄໍາເກີດ ແຂວງບໍລິຄໍາໄຊ.
ຄະດີທີ 14: ເຈົ້າໜ້າທີ່ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ມ້າງຄະດີ ຄ້າຂາຍຢາເສບຕິດ ປະເພດຢາບ້າ ຢູ່ໂຮງແຮມອານຸສອນ ບ້ານດົງນາທອງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງ ຈັນ ກັກຕົວຜູ້ຖືກຫາໄດ້ 7 ຄົນ ຊື່ທ້າວ ສົມມະນີ ອາຍຸ 50 ປີ ບ້ານຫຼັກຫີນ, ທ້າວ ລ້ານ ອາຍຸ 37 ປີ ຢູ່ບ້ານໂພສີ ທັງສອງຢູ່ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ, ທ້າວ ອຸດົມ ອາຍຸ 31 ປີ, ທ້າວ ໄຊ ອາຍຸ 28 ປີ, ທ້າວ ລ້ຽງ ອາຍຸ 43 ປີ ທັງສາມຢູ່ບ້ານສຳພັນນາ ເມືອງສັງທອງ ນະຄອນຫຼວງວຽງຈັນ, ນາງ ພອນ ອາຍຸ 45 ປີຢູ່ບ້ານຫຼັກຫີນ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ແລະ ທ້າວ ນ້ອຍ ຫຼື ເພັດອາຍຸ 40 ປີສັນຊາດ ມຽນມາ ຢູ່ບ້ານທ່າຂີ້ເຫຼັກ ເມືອງທ່າຂີ້ເຫຼັກ ປະເທດມຽນມາ. ພ້ອມຂອງກາງຢາບ້າ 53 ມັດ ກັບ 460 ເມັດ ເທົ່າກັບ 1.06.460 ເມັດ ໜັກ 12,2 ກິໂລກຼາມ, ລົດໃຫຍ່ 4 ຄັນ ໃນວັນທີ 30 ສິງຫາ 2017.

ຄະດີທີ 13: ໃນວັນທີ 16 ກັນຍາ 2017 ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ກົມໃຫຍ່ຕໍາຫຼວດ ກະ ຊວງປ້ອງກັນຄວາມສະຫງົບ ໄດ້ເຂົ້າຈັບກຸມກຸ່ມລັກລອບຊື້-ຂາຍຢາເສບຕິດ ປະເພດເຮໂຣອິນ ໃນຂະນະນັດສົ່ງໃຫ້ ກັນຢູ່ບ້ານພັກແຫ່ງໜຶ່ງ ເຂດບ້ານໄຊສະຫວ່າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ສາມາດກັກຕົວຜູ້ຖືກຫາ 6 ຄົນ ຊື່ທ້າວ ສີທອນ ອາຍຸ 27 ປີ ຢູ່ບ້ານນໍ້າສາງ ເມືອງປາກກະດີງ ແຂວງ ບໍລິຄໍາໄຊ. ທ້າວ ໄຫຼ ອາຍຸ 35 ປີ ຢູ່ບ້ານຈອມ ທອງ ເມືອງວຽງທອງ ແຂວງບໍລິຄຳໄຊ. ທ້າວ ສອນໄຊ ອາຍຸ 30 ປີ ຢູ່ບ້ານ ໂຄກສີວິໄລ ເມືອງໄຊທານີ ນະຄອນຫຼວງ ວຽງຈັນ. ທ້າວ ໄມອ່ອນ ອາຍຸ 25 ປີ ຢູ່ບ້ານທ່າເດື່ອ ເມືອງວຽງທອງ ບໍລິຄໍາໄຊ. ທ້າວ ພຸດ ອາຍຸ 25 ປີ ຢູ່ບ້ານອາ ມອນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ. ທ້າວ ສິງ ອາຍຸ 34 ປີ ຢູ່ບ້ານວຽງຄໍາເມືອງ ສີໂຄດຕະບອງ ນະຄອນ ຫຼວງວຽງຈັນ ພ້ອມຍຶດເຮໂລອິນໄດ້ຈຳນວນ 33 ແທ່ງ, ນໍ້າໜັກ 12,6 ກິໂລກຣາມ, ລົດໃຫຍ່ 2 ຄັນ, ປືນສັ້ນ 1 ກະບອກ.

ຄະດີທີ 12: ໃນວັນທີ 4 ສິງຫາ 2017 ກົມຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ກົມໃຫຍ່ຕຳຫຼວດ ກະຊວງ ປກສ ໄດ້ເຂົ້າຈັບຕົວເປົ້າໝາຍທີ່ລັກລອບຂົນສົ່ງຢາເສບຕິດ ຢູ່ເຮືອນພັກແຫ່ງໜຶ່ງ ເຂດບ້ານສົມສະຫັວນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຢຶດຢາບ້າ 168.000 ເມັດ ຜູ້ຖືກຫາຊື່ທ້າວ ອ້າຍເຫຼັກ ອາຍຸ 35 ປີຢູ່ບ້ານ ແມ່ສາຍ ເມືອງແມ່ສາຍ ແຂວງຊຽງລາຍ ປະເທດໄທ.
ຄະດີທີ 11: ທ້າວ ກົວເນັ່ງຊົງ ອາຍຸ 31 ປີ ຢູ່ບ້ານຊາງ ເມືອງນໍ້າບາກ ແຂວງຫຼວງພະບາງ ແລະ ຜູ້ຂີ່ມານໍາຊື່ທ້າວ ຍົ່ງຍີ່ວື ອາຍຸ 29 ປີ ຢູ່ບ້ານໂພນສະຫວັນ ເມືອງແປກ ແຂວງຊຽງຂວາງ ຖືກເຈົ້າໜ້າທີ່ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງບໍ່ແກ້ວ ກັກຕົວໃນຂະນະນໍາໃຊ້ລົດເກັງ ອີແລນຕ້າ ຂົນສົ່ງຢາເສບຕິດ ປະເພດ ເຮໂຣອິນ ຈຳນວນ 48 ແທ່ງ ຢູ່ຈຸດກວດກາບ້ານນາຫຼວງ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໃນວັນທີ 17 ກັນຍາ 2017.

ຄະດີທີ 10: ເຈົ້າໜ້າທີ່ຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ກອງບັນຊາກາ ປກສ ແຂວງສະຫວັນນະເຂດ ໄດ້ນໍາກໍາລັງເຂົ້າຈັບກຸມກຸ່ມແກ້ງຊື້ຂາຍຢາເສບຕິດ ປະເພດຢາບ້າ ຢູ່ເສັ້ນທາງໄປເມືອງອຸທຸພອນ ແຂວງສະຫວັນນະເຂດ ກັກຕົວຜູ້ຖືກຫາໄດ້ 7 ຄົນ ຊື່ທ້າວ ເຂັມພອນ ອາຍຸ 45 ປີ ຢູ່ບ້ານໂພນສະອາດ, ທ້າວ ໄຊປັນຍາ ອາຍຸ 41 ປີ ຢູ່ບ້ານດົງດຳດວນ, ທ້າວ ບົວແກ້ວ ອາຍຸ 50 ປີ ຢູ່ບ້ານດອນເຊັງ,ທ້າວ ຜາສຸກ ອາຍຸ 18 ປີ ຢູ່ບ້ານສອນໄຊ, ນາງ ສຸພາລັກ ອາຍຸ 19 ປີ ບ້ານໂພນສະຫວ່າງໃຕ້ ທັງ 5 ຄົນ ເປັນຄົນເມືອງໄກສອນພົມວິຫານ, ທ້າວ ສົມໄຊສີ ອາຍຸ 27 ປີ ຢູ່ບ້ານປາກຊ່ອງ, ທ້າວ ສັນຕິສຸກ ອາຍຸ 29 ປີ ຢູ່ບ້ານນວນວິໄລ ທັງສອງ ເປັນຄົນເມືອງສອງຄອນ ໃນວັນທີ 11 ທັນວາ 2017 ພ້ອມຢາບ້າ 38 ມັດ ກັບ 155 ເມັດ ລວມທັງໝົດ 76.155 ເມັດ ໃນຂະນະທີ່ນັດຊື້-ຂາຍ.
ຄະດີທີ 9: ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຫຼວງນ້ຳທາ ໄດ້ເຂົ້າຈັບຕົວຊື່ທ້າວ ສອນຄຳ ອາຍຸ 24 ປີ ຢູ່ບ້ານຈອມໝອກ ແລະ ທ້າວ ອາລີ ອາຍຸ 22 ປີ ຢູ່ບ້ານພະຍາຫຼວງ ທັງສອງຄົນ ຢູ່ເມືອງລອງ ແຂວງຫຼວງນ້ຳທາ ໃນວັນທີ 4 ກັນຍາ 2017 ໃນຂະນະທີນັດສົ່ງຢາບ້າໃຫ້ກັນຢູ່ສວນຫຼັກເມືອງ ເມືອງສິງ ແຂວງ ຫຼວງນໍ້າທາ ຢຶດຢາບ້າໄດ້ ຈຳນວນ 43 ມັດ ເທົ່າ 86.000ເມັດ.
ທີ່ມາຂ່າວ: ປກສ
No comments:
Post a Comment