ທາງການ ລາວ ກຳນົດ 3 ແຜນປະຕິບັດການເພື່ອຫຼຸດຈຳນວນຄົນທີ່ຕິດເຊື້ອໄວຣັສ໌ HIV-AIDS ໃນລາວ ໃຫ້ໄດ້ຢ່າງເປັນຮູບປະທຳໃນປີ 2020 ດ້ວຍການສ້າງສະພາບແວດລ້ອມທີ່ເອື້ອຕໍ່ການຕອບໂຕ້ເຊື້ອໂຣກ.
ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີວ່າການກະຊວງສາທາລະນະສຸກ ຖະແຫຼງວ່ານັບຈາກປີ 1990 ເປັນຕົ້ນມາຈົນເຖິງກາງປີ 2017 ໄດ້ກວດພົບຜູ້ຕິດເຊື້ອໄວຣັສ໌ HIVຈຳນວນ 12,600 ກວ່າຄົນຈາກການສຸ່ມກວດເລືອດພົນລະເມືອງ ລາວ 128,000ກວ່າຄົນໃນທົ່ວປະເທດ ໃນນີ້ປາກົດວ່າຜູ້ທີ່ເປັນໂຣກ AIDS ແລ້ວກວ່າ 5,000 ຄົນແລະ ເສຍຊີວິດຍ້ອນໂຣກ AIDS ຈຳນວນ 1,923 ຄົນ ຫາກແຕ່ຈາກສະພາບການຕົວຈິງກໍເຊື່ອວ່າມີຜູ້ຕິດເຊື້ອ HIV-AIDS ໃນ ລາວ ຫຼາຍກວ່າທີ່ປະກົດໃນສະຖິຕິດັ່ງກ່າວ.
ທັງນີ້ກໍເພາະວ່າ ສະພາວະການຕິດເຊື້ອ HIV-AIDS ໃນກຸ່ມປະຊາກອນ ລາວ ທີ່ອາຍຸລະຫວ່າງ 15-49 ປີທີ່ເຖິງແມ່ນວ່າຈະມີອັດຕາສະເລ່ຍພຽງແຕ່ 0.3 ເປີເຊັນເທົ່ານັ້ນແລະ ເປັນອັດຕາການຕິດເຊື້ອທີິ່ຕໍ່າທີ່ສຸດໃນ ອາຊຽນ ດ້ວຍກັນກໍຕາມ, ຫາກແຕ່ກໍເປັນອັດຕາການຕິດເຊື້ອທີ່ເພີ່ມຂຶ້ນຈາກ 0.16 ເປີເຊັນ ໃນປີ 2003 ຫຼືເພີ່ມຂຶ້ນເກືອບນຶ່ງເທົ່າຕົວນັ້ນເອງ.
ໂດຍອີງຕາມລາຍງານຂອງກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກຂອງລາວ ກໍລະບຸວ່າໃນປີ 2016 ມີປະຊາຊົນ ລາວ ບໍ່ນ້ອຍກວ່າ 11,958 ຄົນທີ່ຕິດເຊື້ອHIV-AIDS ໂດຍໃນນີ້ກໍຄິດເປັນເຖິງ 88 ເປີເຊັນ ທີ່ເປັນການຕິດເຊື້ອຈາກການມີເພດສຳພັນ ແລະ ກຸ່ມທີ່ມີຄວາມສ່ຽງສູງທີ່ສຸດກໍແມ່ນກຸ່ມຮັກຮ່ວມເພດຊາຍດ້ວຍກັນຕິດຕາມດ້ວຍການຂາຍບໍລິການທາງເພດຂອງແມ່ຍິງທີ່ເພີ່ມຂຶ້ນຢ່າງໄວວາ ທີ່ລວມເຖິງກຸ່ມແຮງງານເຄື່ອນຍ້າຍ ແລະ ການຕິດເຊື້ອຂອງເດັກທີ່ເກີດຈາກແມ່ທີ່ເປັນAIDS ດ້ວຍ.
ທັງນີ້ໂດຍນະຄອນຫຼວງວຽງຈັນ ເປັນເຂດທີ່ມີຜູ້ຕິດເຊື້ອ HIV-AIDS ຫຼາຍທີ່ສຸດໃນລາວ ຄິດເປັນ 40.5 ເປີເຊັນ ຕິດຕາມດ້ວຍ ສະຫວັນນະເຂດ, ຈຳປາສັກ, ຫຼວງພະບາງ, ຄຳມ່ວນ ແລະ ແຂວງວຽງຈັນ ຕາມລຳດັບ ໂດຍໃນປີ 2014-2016 ມີຜູ້ເສຍຊີວິດຍ້ອນໂຣກ AIDS ໄປຫຼາຍກວ່າ 370 ຄົນ ແລະ ສະເພາະໃນ 6 ເດືອນຕົ້ນປີ2017 ກໍກວດພົບຜູ້ຕິດເຊື້ອ HIV-AIDS ລາຍໃໝ່ 723 ຄົນ ຈຶ່ງເຊື່ອວ່າຈະມີຜູ້ຕິດເຊື້ອ HIV-AIDS ເພີ່ມຂຶ້ນເປັນເກີນກວ່າ 13,000 ຄົນໃນທ້າຍປີ 2017 ນີ້
ແຕ່ຢ່າງໃດກໍຕາມ ສູນຕ້ານໂຣກ HIV-AIDS ແລະ ພະຍາດຕິດຕໍ່ໃນ ລາວ ກໍລາຍງານວ່າໃນປັດຈຸບັນ ມີປະຊາຊົນ ລາວ 3 ກຸ່ມດ້ວຍກັນທີ່ຖືວ່າເປັນກຸ່ມປະຊາກອນທີ່ມີຄວາມສ່ຽງສູງສຸດທີ່ຈະຕິດເຊື້ອໂຣກ HIV-AIDS ເພື່ອເພີ່ມຂຶ້ນຢ່າງຕໍ່ເນື່ອງ ຊຶ່ງປະກອບດ້ວຍກຸ່ມແມ່ຍິງລາວ ທີ່ຂາຍບໍລິການທາງເພດ ກຸ່ມຮັກຮ່ວມເພດດຽວກັນ ແລະກຸ່ມທີ່ຊົມໃຊ້ຢາເສບຕິດດ້ວຍການສີດເຂົ້າເສັ້ນເລືອດ ດ້ວຍເຫດນີ້ ທາງການ ລາວຈຶ່ງໃຫ້ຄວາມສຳຄັນກັບກຸ່ມສ່ຽງດັ່ງກ່າວເປັນພິເສດ ລວມເຖິງການໂຄສະນາໃນສະຖານສຶກສາດ້ວຍ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງໃນສູນຕ້ານໂຣກ AIDS ແຫ່ງຊາດ ລາວ ໄດ້ໃຫ້ການຢືນຢັນວ່າ.
"ການເຮັດວຽກແບ່ງເປັນ 2 ລັກສະນະ, ລັກສະນະໂຕທີນຶ່ງກໍເພັ່ງເລັງໃສ່ໃນການຄວບຄຸມກຸ່ມທີ່ມີຄວາມສ່ຽງສູງ ໂດຍສະເພາະແມ່ນ ໄດ້ຮ່ວມກັບບັນດາພວກ NGOs ພວກອົງການຈັດຕັ້ງທາງສັງຄົມ ທີ່ເຂົາເຈົ້າເຮັດວຽກກັບກຸ່ມສາວບໍລິການ ກັບກຸ່ມຊາຍທີ່ມີເພດສຳພັນກັບຊາຍ ນອກຈາກນັ້ນຍັງມີໂຮງຮຽນເຮັດຫຼັກສູດການຝຶກອົບຮົມ ການໂຄສະນາຕ່າງໆ ຖືວ່າເປັນຈຸດເດັ່ນຂອງ ລາວ ໃນການໂຕ້ຕອບໃນບັນຫາເລື່ອງໂຣກເອດສ໌."
ທັງນີ້ ໂດຍຈາກການເກັບກຳຂໍ້ມູນພາກສະໜາມໃນຂັ້ນເບື້ອງຕົ້ນເມື່ອບໍ່ນານມານີ້ ກໍເຮັດໃຫ້ທາງການ ລາວ ໄດ້ປະເມີນສະພາບການວ່າມີແມ່ຍິງ ລາວ ຫຼາຍກວ່າ 15,340ຄົນທີ່ຂາຍບໍລິການທາງເພດເປັນອາຊີບ ໃນນີ້ 70 ເປີເຊັນໄດ້ຮັບການກວດເລືອດເປັນປະຈຳ ໃນຂະນະດຽວກັນກໍມີຜູ້ຊາຍຫຼາຍກວ່າ 58,320 ຄົນທີ່ຮັກຮ່ວມເພດດຽວກັນ ແລະ ອີກຫຼາຍກວ່າ 50,000 ຄົນນັ້ນຢູ່ໃນກຸ່ມທີ່ຊົມໃຊ້ຢາເສບຕິດເປັນປະຈຳໂດຍສະເພາະແມ່ນກຸ່ມທີ່ຊົມໃຊ້ຢາເສບຕິດດ້ວຍການສີດເຂົ້າເສັ້ນເລືອດນັ້ນ ນັບເປັນກຸ່ມປະຊາກອນທີ່ຕິດເຊື້ອ HIV-AIDS ເພີ່ມຂຶ້ນຢ່າງວ່ອງໄວທີ່ສຸດ.
ຊຶ່ງດ້ວຍສະພາບການດັ່ງກ່າວນີ້ ກະຊວງສາທາລະນະສຸກຂອງ ລາວ ຈຶ່ງໃຫ້ຄວາມສຳຄັນເປັນພິເສດທີ່ຈະເພີ່ມປະສິດທິພາບຂອງການໃຫ້ບໍລິການປິ່ນປົວ ແລະ ຮັກສາສຸຂະພາບແກ່ຜູ້ຕິດເຊື້ອໂຣກໃຫ້ທົ່ວເຖິງ ແລະ ພຽງພໍກັບສະພາບບັນຫາຕົວຈິງ ລວມເຖິງການສ້າງສະພາບແວດລ້ອມ ທີ່ເອື້ອຕໍ່ການຕອບໂຕ້ເຊື້ອໂຣກທີ່ມີປະສິດທິຜົນຫຼາຍໃນປີ 2020 ຕໍ່ໄປ ຫາກແຕ່ວ່າໃນປັດຈຸບັນນີ້ກັບມີຜູ້ຕິດເຊື້ອ HIV-AIDS ພຽງ41 ເປີເຊັນເທົ່ານັ້ນທີ່ມີໂອກາດໄດ້ຮັບຢາຕ້ານ HIV-AIDS ຈາກທາງການ ລາວ.



No comments:
Post a Comment