728x90 AdSpace

LightBlog

Breaking

1.14.2018

ລົດໃຫຍ່ເສຍຫຼັກຕົກຂ້າງທາງ ເຈັບ 6 ຄົນ ທາງບ້ານນາຊອນ

ນະຄອນຫຼວງວຽງຈັນ: ລາຍງານຈາກ 1623​ ໃຫ້ຮູ້ວ່າ ໃນວັນທີ 13/1/2018 ເວລາປະມານ 03:45 ນາທີ ໄດ້ຮັບແຈ້ງເຫດເຂົ້າເບີສຸກເສີນ 1624 ວ່າມີລົດໃຫຍ່ເສຍຫຼັກແລ້ວເກີດອຸບັດຕິເຫດ ຢູ່ເຂດບ້ານ ນາຊອນ ເມືອງ ປາກງື່ມ ນະຄອນຫຼວງວຽງຈັນ. ດັ່ງນັ້ນໜ່ວຍກູ້ຊີບ-ກູ້ໄພ ນະຄອນຫຼວງຈຶ່ງອອກກວດສອບເຫດ ພົບເຫັນຜູ້ບາດເຈັບ 6 ຄົນເປັນເພດຍິງ 2 ຄົນ.

ເຊິ່ງໃນນັ້ນ 3 ຄົນແມ່ນເຈັບຫຼາຍກວ່າໝູ່ ມີອາການຄື ຜູ່ທີ່ 1 ເປັນເພດຊາຍ ມີອາການກະທົບຂາເບື້ອງຊ້າຍ, ຄາງຈີກ ແລະ ບາດແຜຖະຫຼອກຕາມຕົນຕົວ. ຜູ່ທີ 2 ເປັນເພດຊາຍ ມີອາການປາກແຕກ, ແຂ້ວຫັກ ແລະ ມີບາດແຜຖະຫຼອກຕາມຕົນຕົວ. ຜູ້ທີ 3 ເປັນເພດຊາຍ ມີອາການປາກແຕກ ແລະ ບາດແຜຖະຫຼອກຕາມຕົນຕົວ.



ດັ່ງນັ້ນ ໜ່ວຍກູ້ໄພນະຄອນຫຼວງຈຶ່ງປະຖົມພະຍາບານເບື້ອງຕົ້ນ ແລ້ວນຳສົ່ງໂຮງໝໍມິດຕະພາບ 150 ຕຽງ, ສ່ວນຄົນເຈັບທີ່ເຫຼືອນັ້ນແມ່ນບໍ່ປະສົງໄປໂຮງໝໍ.

ພາບແລະຂ່າວ: 1624

No comments:

Post a Comment