ໂຈນ 5 ຄົນບຸກປຸ້ນເຮືອນ ປະຊາຊົນ ທີ່ໂພນທັນ 20/3/2018 ຜ່ານມາໜັງສືພິມຄວາມສະຫງົບ: ໃນວັນທີ 20 ກຸມພາ 2018 ມີຄົນຮ້າຍຈໍານວນ 5 ຄົນ ຂັບຂີ່ລົດຕູ້ສະຕາແລັກໄປກໍ່ເຫດປຸ້ນຊັບ ໃນເຮືອນຂອງຄົນສັນຊາດຈີນ ຢູ່ໜ່ວຍ 32 ບ້ານໂພນທັນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໃນຂະນະລົງມືປຸ້ນ ມີພົນລະເມືອງດີພົບເຫັນ ຈຶ່ງແຈ້ງເຈົ້າໜ້າທີ່ ປກສ ເຂົ້າຈັບຄົນຮ້າຍໄດ້ 2 ຄົນ ສ່ວນທີ່ເຫຼືອໄດ້ເອົາຕົວຫຼົບໜີ.ພັຕ ເກດສະໜາ ພິຈິດ ຮອງຫົວໜ້າພະແນກຕໍາຫຼວດສືບສວນ-ສອບສວນ ປກສ ນະຄອນຫຼວງວຽງຈັນ ເປີດເຜີຍວ່າ: ໃນເວລາປະມານ 18:00 ໂມງ ຂອງວັນເກີດເຫດ ມີຄົນຮ້າຍເປັນຊາຍສະກັນ 5 ຄົນ ໄດ້ຂີ່ລົດຕູ້ສະຕາແລັກສີເທົາມາຈອດຢູ່ເຮືອນເຊົ່າຂອງ ທ້າວ ຫວັງຟູຢ້ຽນ ອາຍຸ 28 ປີ ສັນຊາດຈີນ. ເຊິ່ງເປັນເຮືອນ 4 ຊັ້ນ, ຊັ້ນ 1 ຂາຍເຄື່ອງ ສ່ວນຊັ້ນ 2,3 ແລະ 4 ເປັນບ່ອນພັກເຊົາ ໂດຍຄົນຮ້າຍ 4 ຄົນ ໄດ້ໃຊ້ພ້າອີໂຕ້ຄົນລະດວງ ແລະ 1 ຄົນ ມີປືນສັ້ນເປັນອາວຸດ ທັງໝົດໄດ້ສວມໝວກແງັບສີດໍາ, ໃສ່ຖົງມື ແລະ ໃສ່ຜ້າອັດປາກ ເພື່ອອໍາພາງຕົວ.ຈາກນັ້ນ, ກໍຂົ່ມຂູ່ຄົນໃນເຮືອນທັງໝົດ 6 ຄົນ ( ເຈົ້າຂອງເຮືອນ ແລະ ພະນັກງານ ) ບັງຄັບພາໄປຫ້ອງນອນ ແລະ ຫ້ອງເຮັດວຽກໃນແຕ່ລະຊັ້ນນາບຂູ່ໃຫ້ບອກລະຫັດຕູ້ເຊັບແລ້ວໄຂເອົາເງິນພ້ອມເອົາໂນດບຸກ 1 ໜ່ວຍ ແລະ ຢູເອັສບີ 1 ອັນ,
3.26.2018
ໂຈນ 5 ຄົນບຸກປຸ້ນເຮືອນ ປະຊາຊົນ ທີ່ໂພນທັນ 20/3/2018 ຜ່ານມາ
Subscribe to:
Post Comments (Atom)




No comments:
Post a Comment