728x90 AdSpace

LightBlog

Breaking

2.07.2018

ສະໜາມກິລາເປີດ-ປິດ ການ​ແຂ່ງຂັນ​ກີລາ​​ແຫ່ງ​ຊາດ​ທີ່​ແຂວງ​ຊຽງ​ຂວາງ ຄືບ​ຫນ້າ 75% ຄາດວ່າຈະໃຫ້ສໍາເລັດ 100% ໃນເດືອນພຶດສະພາ ນີ້


ກອງປະຊຸມເຝິກອົບຮົມການຄຸ້ມຄອງບໍລິຫານການເງິນ ແລະ ປັບປຸງແຜນງົບປະມານຂອງແຕ່ລະກໍາມະການ ເພື່ອກະ ກຽມຮັບໃຊ້ງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງເປັນເຈົ້າພາບ ຈັດຂຶ້ນໃນວັນທີ 06 ກຸມພາ 2018 ນີ້ ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາ ແຂວງຊຽງຂວາງ ພາຍໃຕ້ການເປັນປະທານຂອງທ່ານ ບົວສອນ ສີນວນທອງ ຮອງເຈົ້າ ແຂວງຊຽງຂວາງ, ທ່ານ ບົວລານ ສີລິປັນຍາ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໃຫ້ກຽດເປັນປະທານຮ່ວມ, ເຂົ້າຮ່ວມກອງປະຊຸມ ມີຜູ້ຊ່ວຍລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ຫົວໜ້າກົມ, ຮອງກົມ ທີ່ກ່ຽວຂ້ອງ, ກໍາມະການພັກແຂວງ, ຫົວໜ້າພະແນກການທີ່ກ່ຽວຂ້ອງອ້ອມຂ້າງແຂວງ ຕະຫຼອດຮອດກໍາມະການຝ່າຍຕ່າງໆທີ່ກ່ຽວຂ້ອງເຂົ້າຮ່ວມນໍາ.



ທ່ານ ທອງສີ ພັນທະວົງ ຄະນະກໍາມະການກອງເລຂາ ຫົວໜ້າອະນຸກໍາມະການດ້ານເນື້ອໃນ ງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ໄດ້ຂຶ້ນກ່າວລາຍງານຈຸດປະສົງເປົ້າໝາຍຂອງກອງປະຊຸມ ແມ່ນເພື່ອໃຫ້ກໍາມະການທີ່ກ່ຽວຂ້ອງທີ່ເຂົ້າຮ່ວມ ຮັບຮູ້ ແລະ ເຂົ້າໃຈເຖິງ ສິດ ໜ້າທີ່ ພາລະບົດບາດ ຄວາມຮັບຜິດຊອບ, ແບບແຜນວິທີເຮັດວຽກ ແລະ ຮູບແບບການບໍລິຫານຈັດການ ຕ່າງໆ, ໂດຍສະເພາະຄວາມຮູ້ພື້ນຖານວຽກງານການເງິນ ງົບປະມານຂອງລັດ, ວິທີຕິດຕາມຈົດກ່າຍບັນຊີດ້ານການເງິນ, ການແນະນໍາແບບຟອມຕິດຕາມ ແລະ ກໍາກັບການປະຕິບັດໜ້າທີ່ຂອງບຸກຄະລະກອນ, ລະບົບການລາຍງານວຽກ, ຄົ້ນຄ້ວາສົນທະ ນາແຜນງົບປະມານຂອງກໍາມະການເປີດ-ປິດ, ງົບປະມານຂອງກໍາມະການໂຄສະນາ-ຂ່າວສານ ແລະ ການນໍາເອົາແຜນງົບປະ ມານການເງິນຂອງແຕ່ລະກໍາມະການໄປປັບປຸງແກ້ໄຂ ໃຫ້ຖືກຕ້ອງ ສອດຄ່ອງກັບລະບຽບຫຼັກການຂອງການເງິນ, ນອກນັ້ນຜູ້ແທນກອງປະຊຸມຍັງຈະໄດ້ຄົ້ນຄ້ວາສົນທະນາ ປຶກສາຫາລືກັນ ກ່ຽວກັບການຈັດຕັ້ງປະຕິບັດການຄຸ້ມຄອງບໍລິຫານວຽກງານການເງິນຂອງແຕ່ລະກໍາມະການ ໃຫ້ເຂົ້າກັບເພດານງົບປະມານທີ່ລັດຖະບານໄດ້ອະນຸມັດ.


ໂອກາດນີ້ ທ່ານ ບົວສອນ ສີນວນທອງ ປະທານກອງປະຊຸມ ໄດ້ໃຫ້ກຽດຂຶ້ນມີຄໍາຄິດຄໍາເຫັນ ພ້ອມທັງກ່າວລາຍງານໂດຍຫຍໍ້ກ່ຽວກັບພື້ນຖານໂຄງລ່າງໃນການກະກຽມຄວາມພ້ອມດ້ານຕ່າງໆໃຫ້ແກ່ງານມະຫາກໍາກິລາແຫ່ງຊາດຄັ້ງທີ XI ມາຮອດປະຈຸບັນມີຄວາມຄືບໜ້າຫຼາຍດ້ານ ເປັນຕົ້ນສະໜາມກິລາເປີດ-ປິດ ສໍາເລັດແລ້ວ 75% ຄາດວ່າຈະໃຫ້ສໍາເລັດ 100% ໃນເດືອນພຶດ ສະພາ 2018 ນີ້, ສ່ວນສະໜາມກິລາໂບລີ້ງ ສໍາເລັດແລ້ວ 100%, ສະໜາມກັອຟ໌ ສໍາເລັດ 95%, ສະໜາມບານສົ່ງໃນຮົ່ມ ສໍາເລັດ 74%, ສະໜາມເປຕັ໋ງໃນຮົ່ມ ສໍາເລັດ 74%, ສະໜາມຍິງປືນ ສໍາເລັດ 45%, ສະໜາມກິລາ ມວຍລາຍລາວ-ມວຍສາກົນ ກໍາລັງ ຈະລົງມືກໍ່ສ້າງ ເພາະມີສະຖານທີ່ຮອງຮັບໄວ້ແລ້ວ, ນອກນັ້ນ ສະໜາມກິລາບາງປະເພດກໍກໍາລັງສໍາຫຼວດອອກແບບ ແລະ ເລີ່ມລົງມືກໍ່ສ້າງເຊັ່ນດຽວກັນ ຄາດວ່າຈະໃຫ້ສໍາເລັດໃນໄວໆນີ້. ສໍາລັບຮ້ານອາຫານ, ສະຖານທີ່ພັກເຊົາຂອງຄູເຝິກ, ນັກກິລາ ແລະ ແຂກລະດັບຕ່າງໆ ຄາດວ່າຈະພຽງພໍ, ສ່ວນຖະໜົນຫົນທາງເຂົ້າສູ່ສະໜາມກິລາ ເປີດ-ປິດ ກໍກໍາລັງດໍາເນີນການກໍ່ ສ້າງ ຄາດວ່າຈະໃຫ້ສໍາເລັດໃນໄວໆນີ້. ນອກຈາກນີ້ ວຽກງານອື່ນໆທີ່ປິ່ນອ້ອມ ກໍໄດ້ເລັ່ງລົງມືປະຕິບັດຢ່າງເປັນລະບົບຕໍ່ເນື່ອງ ເພື່ອໃຫ້ທັນຕາມກໍານົດເວລາ.

ຂະນະດຽວກັນ ທ່ານ ບົວລານ ສີລິປັນຍາ ປະທານຮ່ວມກອງປະຊຸມ ກໍໄດ້ໃຫ້ກຽດໂອ້ລົມ ປະກອບຄໍາຄິດຄໍາເຫັນ ທ່ານໄດ້ເນັ້ນໜັກໃຫ້ການຈັດງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງເປັນເຈົ້າພາບ ຈົ່ງເປັນແບບຢ່າງທີ່ດີໃຫ້ແກ່ການຈັດງານມະຫາກໍາກິລາແຫ່ງຊາດຄັ້ງຕໍ່ໄປ ໂດຍຖືເອົາດ້ານເນື້ອໃນເປັນຕົ້ນຕໍ ແລະ ນໍາໃຊ້ງົບປະມານຢ່າງປະຢັດ, ພ້ອມດຽວກັນນັ້ນ ກໍໃຫ້ເອົາໃຈໃສ່ 04 ບັນຫາຄື: ທັດສະນະ, ຄວາມເອກະພາບ, ຄວາມເຂົ້າໃຈ ແລະ ປະຢັດມັດທະຍັດ ເພື່ອເຮັດແນວໃດໃຫ້ງານອອກມາມີປະສິດທິຜົນ ແລະ ມີຜົນສໍາເລັດ, ທ່ານ ບົວລານ ສີລິປັນຍາ ຍັງໄດ້ຮຽກຮ້ອງໃຫ້ບັນດາກໍາມະການທີ່ຮັຍຜິດຊອບແຕ່ລະໜ້າວຽກ ຈົ່ງພ້ອມກັນເອົາໃຈໃສ່ເຮັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ, ມີລະບົບແບບແຜນວິທີເຮັດວຽກທີ່ລະ ອຽດຈະແຈ້ງ, ໂປ່ງໃສ ສາມາດກວດສອບໄດ້, ພ້ອມກັນສົນທະນາແລກປ່ຽນບົດຮຽນຢ່າງກົງໄປກົງມາໃຫ້ເອກະພາບກັນ ເພື່ອເຮັດແນວໃດໃຫ້ກອງປະຊຸມດໍາເນີນໄປມີຜົນສໍາເລັດ ແລະ ໄດ້ຮັບຜົນດີ.




No comments:

Post a Comment