728x90 AdSpace

LightBlog

Breaking

2.05.2018

ຍ້ອນຮອຍຄະດີພໍ່ຄ້າຢາເສບຕິດລາຍໃຫຍ່ 3ຫຼ່ຽມທອງຄຳ ຈາກໜໍ່ຄຳ ໄປສູ່ ໄຊຊະນະ ແກ້ວພິມພາ


   
          ຍ້ອນຮອຍຍຸດທະສາດການລໍ້ເສືອອອກຈາກຖໍ້າລະຫວ່າງລາວ-ໄທ-ມຽນມາ-ມາເລເຊຍ-ສິງກະໂປ-ສປ ຈີນ ທີ່ສາມາດຈັບພໍ່ຄ້າຢາເສບຕິດ 2 ລາຍ ແລະ 1 ໂຈນສະຫຼັດຄື: ພໍ່ຄ້າຢາເສບຕິດຊາວລາວ ທ້າວ ໄຊຊະນະ ແລະ ຂຸນຊາ ລາຊາພໍ່ຄ້າຢາເສບຕິດ-ໂຈນສະຫຼັດ ທ້າວ ໜໍ່ຄໍາ (ອ່ານໃຫ້ຈົບ) ຍຸດທະສາດລໍ້ເສືອອອກຈາກຖໍ້າຈະສົ່ງຜົນດີແນວໃດແນ່? ຕໍ່ການປະຕິບັດການ ລົງມືຈັບຂະບວນການຄ້າຂາຍຢາເສບຕິດຂ້າມຊາດ ແຕ່ຖ້າເຈົ້າໜ້າທີ່ກ່ຽວຂ້ອງລາວລົງມືຈັບເອງແມ່ນຈະເຮັດໃຫ້ໄດ້ພໍ່ເສືອແມ່ເສືອ ແລະ ລູກເສືອທັງໝົດຕົກໃນກໍາມືຫລືບໍ່? ຖ້າພຶດຕິກໍາການເຄື່ອນໄຫວຕະຫລອດໄລຍະ 5 ປີຜ່ານມາຂອງ ໄຊຊະນະ ແກ້ວພິມພາ ເປັນໄປໄດ້ ຫລື ບໍ່ທີ່ພໍ່ຄ້າຢາເສບຕິດລາຍນີ້ຈະເປັນຄົນໂງ່ ແລະ ສະຫລາດພໍທີ່ຈະມີຜູ້ສະໜັບສະໜູນຢູ່ເບື້ອງຫລັງໂດຍສະເພາະຄົນມີອໍານາດເຊິ່ງຈະສົ່ງຜົນເຮັດໃຫ້ບັນຫາບານປາຍ ແລະ ການປະຕິບັດການບົວບໍ່ໃຫ້ຊໍ້ານໍ້າບໍ່ໃຫ້ຂຸ່ນຈະຜົນດີແນວໃດຕໍ່ການເຊື່ອມໂຍງຈັບທັງພໍ່ຄ້າເສບຕິດ ແລະ ຜູ້ບົງການຢູ່ເບື້ອງຫລັງ ສະນັ້ນ ການສະແດງຄວາມຄິດຄວາມເຫັນຈາກສື່ສັງຄົມອອນລາຍຈໍານວນຫລາຍໃຫ້ເຫດຜົນວ່າຕໍາຫລວດລາວບໍ່ເກັ່ງແມ່ນຄວາມຈິງ ຫລື ບໍ່? ເປັນຫຍັງເຈົ້າໜ້າທີ່ລາວບໍ່ລົງມືຈັບເຈົ້າພໍ່ຄ້າຢາເສບຕິດ ໄຊຊະນະ ແກ້ວພິມພາ ໃນ ສປປ ລາວ ? ເບິ່ງຢ້ອນຄືນເຫດການໄລ່ລ່າ ແລະ ຈັບກຸມ ທ້າວ ໜໍ່ຄໍາ ລາຊາຢາເສບຕິດຂ້າມຊາດໂດຍຜົນງານເຈົ້າໜ້າທີ່ລາວລົງມືຈັບໄດ້ຢູ່ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ: ຫລັງເກີດເຫດກຸ່ມຕິດອາວຸດໂຈມຕີ ເຮືອສີນຄ້າຂອງຈີນ ກາງແມ່ນໍ້າຂອງ ອັນເຮັດໃຫ້ລູກເຮືອ ເສັຽຊີວິດ 1 ຄົນແລະບາດເຈັບ ອີກ 3 ຄົນ ຜ່ານມານັ້ນທາງການຈີນໄດ້ກໍາຊັບ ໃຫ້ທາງການລາວ ແລະມຽນມ່າອອກ ກວາດລ້າງກຸ່ມຕິດອາວຸດຂອງເຈົ້າພໍ່ ຢາເສບຕິດໜໍ່ຄໍາ ແຫ່ງເມືອງສາມຫລ່ຽມທອງຄໍາທີ່ຄາດວ່າ ເປັນຜູ້ກໍ່ເຫດ ຕາມການລາຍງານຂອງຫນັງສືພິມມະຕິຊົນ.

         ໃນການກວາດລ້າງນັ້ນ ຊາບວ່າທາງຝ່າຍ ລາວສາມາດຈັບກຸມ ເຄືອຂ່າຍ ຂອງທ້າວໜໍ່ຄໍາ ໄດ້ 20 ກວ່າຄົນຂະນະທີ່ຝ່າຍມຽນມ່າ ຈັບກຸມໄດ້ 34 ຄົນ ນອກນັ້ນຝ່າຍ ມຽນມ່າຍັງສາມາດ ກວດຢຶດເຮໂຣອີນໄດ້ 350 ກວ່າກິໂລແລະ ເງິນສົດສະກຸນເງິນບາດ 217 ລ້ານບາດພາຍຫລັງ ບຸກກວດຄົ້ນເຮືອນຫລາຍຫລັງໃນເຂດ ບ້ານເມືອງໂຖ ບ້ານຫ້ອງລິດ ແລະບ້ານເມືອງພົງ ແຂວງທ່າຂີ້ເຫລັກ. ຫົວໜ້າ ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ຕາງໜ້າໃຫ້ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ໄດ້ຖະແຫຼງຂ່າວກ່ຽວກັບການຈັບຕົວທ້າວ ໜໍ່ຄຳ ອາຍຸ 44ປີ ສັນຊາດມຽນມາ ພ້ອມດ້ວຍພັກພວກຄົນລາວອີກ 2 ຄົນ ໃນຂໍ້ຫາ ລັກລອບຂົນສົ່ງຄ້າຂາຍຢາເສບຕິດ ແລະ ມີອາວຸດເສິກໄວ້ໃນຄອບຄອງ.
       ທ່ານ ພົນຈັດຕະວາ ສີສະຫວາດ ແກ້ວມາລາວົງ ຫົວຫນ້າກົມໃຫຍ່ຕໍາຫລວດ ໄດ້ກ່າວວ່າ: ການຈັບຕົວທ້າວ ໜໍ່ຄຳ ພ້ອມພັກພວກຄົນລາວ 2 ຄົນ ແມ່ນມີຂຶ້ນໃນເວລາ 18 ໂມງຂອງວັນທີ 25 ເມສາ 2012 ຢູ່ທີ່ບ້ານມອມ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໃນຂະນະທີ່ພວກກ່ຽວກຳລັງເຄື່ອນໄຫວ ຂີ່ເຮືອຂ້າມນໍ້າຂອງມາຝັ່ງລາວ ເພື່ອຕິດຕໍ່ພົວພັນກັບກຸ່ມແກ້ງຄ້າຂາຍຢາເສບຕິດດ້ວຍກັນ ການຈັບຕົວທ້າວ ໜໍ່ຄຳ ໃນຄັ້ງນີ້ ເປັນການມ້າງຄະດີລາຍໃຫຍ່ ແລະ ສຳຄັນ ຍ້ອນທ້າວ ໜໍ່ຄຳ ເປັນບຸກຄົນສຳຄັນ ເປັນຫົວໜ້າກຸ່ມແກ້ງເຄື່ອນໄຫວກໍ່ຄວາມບໍ່ສະຫງົບຕາມຊາຍແດນ ລາວ-ຈີນ-ໄທ-ມຽນມາ ທ້າວ ໜໍ່ຄຳ ຍັງເປັນຜູ້ບັນຊາຕິດຕາມໃຫ້ຄວາມສະດວກ ໃນການເຄື່ອນໄຫວຂົນສົ່ງຂອງກຸ່ມຜະລິດຄ້າຂາຍຢາເສບຕິດລາຍໃຫຍ່ ທີ່ມີການເຄື່ອນໄຫວໃນເຂດສາມຫຼ່ຽມຄຳ ຜູ້ກ່ຽວຍັງມີສ່ວນພົວພັນກັບການລັດຍິງເຮືອຂົນສົ່ງສິນຄ້າຂອງ ສປ.ຈີນ ໃນຄັ້ງວັນທີ 5ຕຸລາ 2011 ເຊິ່ງເຮັດໃຫ້ມີຄົນຈີນເສຍຊີວິດ 13 ຄົນ. ການຈັບຕົວທ້າວ ໜໍ່ຄຳ ໃນຄັ້ງນີ້ ຖືວ່າເປັນຜົນສຳເລັດຂອງການຮ່ວມມື ໃນການແລກປ່ຽນຂໍ້ມູນຂ່າວສານເຊິ່ງກັນ ແລະ ກັນ ລະຫວ່າງຕຳຫຼວດລາວ,ທະຫານລາວ ກັບຕຳຫຼວດຈີນ ຕຳຫຼວດມຽນມາ ສິ່ງສຳຄັນຕົ້ນຕໍກໍຍັງແມ່ນການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ ຕຳຫຼວດ ສປປ ລາວ ຢ່າງມີໄຫວພິບຄ່ອງແຄ້ວ ສາມາດຈັບຕົວທ້າວ ໜໍ່ຄຳ ໄດ້ຕາມເປົ້າໝາຍ ແລະ ຖືກຕ້ອງຕາມແນວທາງຂອງພັກ ກົດໝາຍຂອງລັດ ແຫ່ງ ສປປ ລາວ ເພື່ອປາບປາມແກ້ໄຂບັນຫາຢາເສບຕິດຢູ່ລາວໃຫ້ໝົດໄປ. ການມອບສົ່ງຕົວທ້າວ ໜໍ່ຄຳ ໃຫ້ຕຳຫຼວດ ສປ.ຈີນ ສືບຕໍ່ດຳເນີນຄະດີ ຍ້ອນເຫດຜົນຄື: ຜ່ານມາກະຊວງສັນຕິບານ ສປ.ຈີນ ໄດ້ມີແຜນການຮ່ວມມືກັນກັບຕຳຫຼວດ ສປປ ລາວ ໄດ້ 5 ເດືອນປາຍ ໃນການໄລ່ຊອກຈັບຕົວທ້າວ ໜໍ່ຄຳ; ທ້າວ ໜໍ່ຄຳ ແມ່ນເປັນເປົ້າໝາຍສຳຄັນໃນກຸ່ມຜະລິດຂົນສົ່ງ ຊື້ຂາຍຢາເສບຕິດລາຍໃຫຍ່ ທີ່ມີການເຄື່ອນໄຫວຢູ່ແມ່ນໍ້າຂອງສອງຝັ່ງ ມຽນມາ, ລາວ, ຈີນ, ໄທ ໂດຍມີການພົວພັນກັບເຄືອຂ່າຍທີ່ເປັນເປົ້າໝາຍຄົນຈີນ;
        ຕຳຫຼວດຈີນ ໄດ້ມີຂໍ້ມູນຫຼັກຖານກ່ຽວກັບທ້າວ ໜໍ່ຄຳ ໃນການເຂົ້າຮ່ວມປຸ້ນຍິງເຮືອຂອງຈີນ ໃນຄັ້ງວັນທີ 5 ຕຸລາ 2011 ເຮັດໃຫ້ຄົນຈີນ 13 ຄົນເສຍຊີວິດ ປັດຈຸບັນຕຳຫຼວດຈີນສາມາດຈັບຕົວຜູ້ຕ້ອງສົງໄສໃນກຸ່ມດັ່ງກ່າວ ໄດ້ຈຳນວນ 2 ຄົນ ແລະ ພວກກ່ຽວກໍໄດ້ລາຍງານຊັກທອດເຖິງທ້າວ ໜໍ່ຄຳ ເຊິ່ງເປັນຕົວສຳຄັນໃນການຍິງເຮືອໃນຄັ້ງນັ້ນ; ສປ.ຈີນ ໄດ້ມີໜັງສືທາງລັດຖະການ ຮ້ອງຂໍຕໍ່ທາງການລາວເພື່ອຂໍຕົວທ້າວ ໜໍ່ຄຳ ໄປດຳເນີນຄະດີ ພ້ອມກັບພັກພວກຢູ່ ສປ.ຈີນ ໃນເຫດການປຸ້ນເຮືອຂອງຈີນ ໃນຄັ້ງວັນທີ 5 ຕຸລາ 2011 ສະນັ້ນ ລັດຖະບານ ແຫ່ງ ສປປ ລາວ ຈຶ່ງໄດ້ຕົກລົງມອບຕົວ ທ້າວ ໜໍ່ຄຳ ໃຫ້ແກ່ເຈົ້າໜ້າທີ່ຕຳຫຼວດຈີນ ເພື່ອໄປດຳເນີນຄະດີຜູ້ກ່ຽວຢູ່ ສປ.ຈີນ. ທ້າວ ໜໍ່ຄໍາ ອາຍຸ 48 ປີເປັນອະດີດ ນາຍທະຫານໃນ ກອງທັບເມືອງໄຕ MTA ຂອງຂຸນຊາ ລຸນຫລັງຂຸນຊາ ວາງອາວຸດໃນປີ 1996 ແລະ ເຄື່ອນໄຫວຄ້າຂາຍຢາເສບຕິດ ແລະ ປຸ້ນເຮືອຂົນສົ່ງສິນຄ້າຕາມລໍາແມ່ນໍ້າຂອງລະຫວ່າງ ລາວ, ໄທ, ມຽນມາ ແລະ ຈີນ ປັດຈຸບັນ ທ້າວ ໜໍ່ຄໍາໄດ້ຮັບການປະຫານຊີວິດແລ້ວ ພາຍຫລັງສົ່ງໃຫ້ລັດຖະບານຈີນ. ເຈົ້າໜ້າທີ່ໄທ ຍັງໃຫ້ຂໍ້ມູນ ເພີ່ມໃນປະຕິບັດການຄັ້ງນີ້ ໂດຍໃສ່ຊື່ປະຕິບັດການນີ້ວ່າ ປະຕິບັດການ ໄຊຍະສະຍົບໄພຣີ 60/1. ການປະຕິບັດການແມ່ນໄດ້ວາງກຳລັງ ແລະ ປະຕິບັດພ້ອມກັນ 36 ຈຸດ ເພື່ອສະກັດ ແລະ ຈັບກຸມ ຂະບວນການ ຄ້າຢາເສບຕິດຂອງ ທ້າວ ໄຊຊະນະ. ເຊິ່ງທາງເຈົ້າໜ້າທີ່ໄທ ບອກວ່າ ໄດ້ພະຍາຍາມຕິດຕາມ ແລະ ວາງແຜນ ມາເກືອບ 2 ປີແລ້ວ ຈົນເຖິງວັນທີ 19/1/2017 ຈັບ ທ້າວ ໄຊຊະນະ ແກ້ວພິມພາ ແມ່ນຄົນ ບ້ານດອນລັບ, ເມືອງຫີນບູນ, ແຂວງຄຳມ່ວນ ເຊິ່ງຜູ້ກ່ຽວໄດ້ແຕ່ງງານແລ້ວມີເມຍເຄົ້າ 1 ຄົນ ພາຍຫລັງເຮັດທຸລະກິດລ້ຳລວຍ ແລະ ໄດ້ມີເມຍອີກ 1 ຄົນ ທີ່ນະຄອນຫລວງວຽງຈັນ ແນວໃດກໍດີ ທ້າວ ໄຊຊະນະບໍ່ໄດ້ປະຮ້າງເມຍເຄົ້າ ເຊິ່ງຄົນສ່ວນໃຫຍ່ທັງໃນ ສປປ ລາວ ແລະ ໃນປະເທດໄທຮູ້ດີໃນນາມເຮຍ ລົບ, ກິດຈະກໍາປະຈໍາວັນຂອງເຮຍລົບມັກໄປທ່ຽວຫລິ້ນເທັກຫລິ້ນບາກາງຄືນ, ມັກກີລາຕີໄກ່ ແລະ ພະນັນ


      ວັນທີ 20 ມັງກອນ 2017, ເຈົ້າໜ້າທີ່ໄທ ໄດ້ຖະແຫລງການລະບຸວ່າການຈັບກຸມໃນວັນທີ 19/1/2017 ທີ່ສະໜາມບິນສຸວັນນະພູມ ແມ່ນມີ 4 ຄົນ ປະກອບມີ ທ້າວ ໄຊຊະນະ, ທ້າວ ຊຸມພອນ ພະນົມໄພ ອາຍຸ 42 ປີ ທີ່ເປັນຄົນສະໜິດຂອງ ທ້າວໄຊຊະນະ, ທ້າວປຸ່ນ ຊະຣິນ ອາຍຸ 53 ປີ ແລະ ນາງ ອ້ອຍທິບ ປັນຍາຮັກ ອາຍຸ 28 ປີ. ການຈັບກຸ່ມຄັ້ງນີ້ ແມ່ນຜົນຕໍ່ເນື່ອງຈາກການປາບປາມ ແລະ ຈັບກຸມ ຄະດີຢາເສບຕິດໃນປີ 2016 ຜ່ານມາ ທີ່ຈັບຂະບວນນີ້ໄດ້ເຖິງ 4 ຄະດີ ລວມຢາບ້າ 5 ລ້ານກວ່າເມັດ ແລະ ສາມາດສືບເອົາລາຍຊື່ໄດ້ 9 ຄົນ. ສາມາດຈັບໄດ້ແລ້ວ 4 ຄົນ, ສ່ວນ 5 ຄົນທີ່ເຫຼືອ ຄົງຈະສາມາດຕາມຕົວຈັບໄດ້ໄວໆນີ້ ປັດຈຸບັນນີ້ ເຈົ້າໜ້າທີ່ໄທສາມາດອາຍັດຊັບສິນ ຂອງ ທ້າວ ໄຊຊະນະ ພ້ອມ ຜູ່ຮ່ວມຂະບວນການ ໄດ້ຊັບສິນລວມມູນຄ່າປະມານ 100 ລ້ານບາດ ໃນນັ້ນ ຊັບສິນທີ່ອາຍັດໄດ້ປະກອບມີ 36 ຈຸດ ຢູ່ປະເທດໄທ ປະກອບມີ ແຂວງຊຽງໃໝ່, ອຸດອນທານີ, ສະກົນນະຄອນ, ຂອນແກ່ນ, ນົນທະບູລີ ແລະ ປະທຸມທານີ ລວມທັງໝົດ 74 ລາຍການ ປະກອບມີ ເຮືອນ 2 ຫລັງ, ໃບຕາດິນ 14 ໃບ, ລົດລາຄາແພງ 14 ຄັນ, ລົດຈັກ 11 ຄັນ, ລົດໃຊ້ກະສິກຳ 2 ຄັນ, ບັນຊີເງິນຝາກທະນາຄານ 29 ຫົວ ແລະ ມີຄຳພ້ອມເງິນສົດທັງເງິນໄທ ແລະ ເງິນອື່ນໆ 1.5 ລ້ານບາດ ແລະ ຈະສືບຕໍ່ຂະຫຍາຍຜົນສືບຕໍ່ຍຶດຊັບອີກ ແລະ ຄາດວ່າຊັບສິນທັງໝົດຈະຕົກຢູ່ປະມານ 1.000 ລ້ານບາດ. ປັດຈຸບັນນີ້ ເຈົ້າໜ້າທີ່ຕໍາຫລວດໄທຍັງເພີ່ມລາງວັນນໍາຈັບ 4 ລ້ານບາດເພື່ອໄລ່ລ່າກຸ່ມຂະບວນການຂອງໄຊຊະນະທີ່ຍັງຫລົບໜີ, ຄາດວ່າຈະໄດ້ຕົວໃນໄວໆນີ້ເພາະໄດ້ຮ່ວມມືກັບຝ່າຍລາວ. ຕະຫລອດຊຸມປີຜ່ານມາ, ພັກ-ລັດຖະບານລາວໄດ້ເອົາໃຈໃສ່ ແລະ ມີຄວາມພະຍາຍາມສູງຕໍ່ການກໍາຈັດປັດເປົາ ແລະ ປາບປາມກຸ່ມຄົນບໍ່ດີໂດຍສະເພາະກຸ່ມ ແລະ ຂະບວນການຄ້າຢາເສບຕິດ ເຊິ່ງໄດ້ຂ້າ, ທໍາລາຍ ແລະ ສ້າງຄວາມບໍ່ສະຫງົບຕໍ່ໄວໜຸ່ມຍິງຊາຍ, ເດັກນ້ອຍ, ພໍ່ເຖ້າ ແລະ ອື່ນໆ. ຢາເສບຕິດນີ້ພວມກາຍເປັນບັນຫາຄຸກຄາມ ແລະ ກົດໜ່ວງຖ່ວງດຶງການພັດທະນາປະເທດຊາດຢ່າງຫລວງຫລາຍ.







ຂອບໃຈທີ່ມາ: 10PARKWAO.COM

No comments:

Post a Comment