728x90 AdSpace

LightBlog

Breaking

2.06.2018

ການນໍາກະຊວງກະສິກຳ ແລະ ປ່າໄມ້ ສະເໜີບັນດາແຜນງານສໍາຄັນຕໍ່ປະຊຸມໃຫຍ່ຄັ້ງທີ 40 ຂອງ FAO


ທ່ານ ລຽນ ທິແກ້ວ ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ 40 ຂອງ ອົງການອາຫານ ແລະ ການກະເສດ ແຫ່ງ ສະຫະປະຊາຊາດ (FAO) ແຕ່ວັນທີ 3-8 ກໍລະກົດ 2017 ທີ່ສຳນັກງານໃຫຍ່ ຂອງອົງການ FAO ນະຄອນຫຼວງໂຣມ ປະເທດອີຕາລີ ກອງປະຊຸມດັ່ງກ່າວນີ້ ແມ່ນໄດ້ຈັດຂຶ້ນທຸກໆສອງປີ ໂດຍມີບັນດາຄະນະລັດຖະມົນຕີກະສິກຳ ຫຼາຍກວ່າ 190 ກວ່າປະເທດ ເພື່ອປຶກສາຫາລື ກ່ຽວກັບ ສະພາບການຜະລິດ ສະບຽງອາຫານ ແລະ ການກະສິກຳ ເພື່ອຮັບປະກັນດ້ານການຄໍ້າປະກັນສະບຽງອາຫານ ແລະ ໂພຊະນາການ ໃຫ້ມີຄວາມຍືນຍົງ ທົບທວນຄືນບັນດາໜ້າວຽກທີ່ຜ່ານມາ ຂອງອົງການ FAO ໂດຍສະເພາະແມ່ນການສະຫຼຸບການນຳໃຊ້ງົບປະມານທີ່ຜ່ານມາ ແລະ ສະເໜີແຜນງົບປະມານໃນຕໍ່ໜ້າ ການຈັດຕັ້ງປະຕິບັວຽກງານ ຂອງແຕ່ລະຂົງເຂດພາກ​ພື້ນ ​ເຊັ່ນ: ອາຊີ-ປາຊີຟິກ ອາເມລິກາລາຕິນ ເອີລົບ ອາຟຼິກກາ ພາກຕາເວັນອອກ ແລະ ພາກເໜືອຂອງອາເມລິກາ ການຈັດຕັ້ງ ປະຕິບັດວຽກງານ ຂອງ ແຕ່ລະຄະນະກຳມະທິການວິຊາການ ​ເຊັ່ນ: ດ້ານການກະສິກໍາ ແລະ ປ່າໄມ້ ການຄ້າ ການປະມົງ ການຈັດຕັ້ງປະຕິບັດວຽກງານຂອງຄະນະກຳມະການຄໍ້າປະກັນສະບຽງອາຫານໂລກ ແລະ ອື່ນໆ.

ໃນໂອກາດນີ້ ທ່ານ ລ​ຽນ ທີ​ແກ້ວ ໄດ້ຮັບກຽດຕາງໜ້າໃຫ້ຂົງເຂດອາຊີ ເພື່ອຂຶ້ນມີຄຳເຫັນແລກປ່ຽນຕໍ່ທີ່ປະຊຸມ ກ່ຽວກັບ ກອງປະຊຸມລຶບລ້າງຄວາມອຶດຫີວຢ່າງສິ້ນເຊິ່ງ (Zero Hunger) ຫັນເອົາຄໍ້າໝັ້ນສັນຍາເປັນການປະຕິບັດຕົວຈິງ ເພື່ອບັນລຸເປົ້າໝາຍທີ 2 (SDG2) ຂອງການພັດທະນາແບບຍືນຍົງ ຄື: ເປົ້າໝາຍຂອງການລຶບລ້າງຄວາມອຶດຫິວຢ່າງສິ້ີ້ນເຊິງ ແມ່ນການສ້າງກໍາລັງສັງລວມ ໃນລະດັບສາກົນ ພາກພື້ນ ແລະ ລະດັບຊາດ ເພື່ອບັນລຸເປົ້າໝາຍທີ 2 ຂອງການພັດທະນາແບບຍືນຍົງ ເຊິ່ງໝາຍເຖິງການມີສ່ວນຮ່ວມສຸມທຸກກຳລັງແຮງຂອງທຸກຄົນ ທຸກພາກສ່ວນ​ໃນ​ໂລກ ໃນການຕໍ່ສູ້ເພື່ອລຶບລ້າງຄວາມອຶດຫີວ ເຖິງແມ່ນວ່າຫຼາຍປະເທດໃນພາກພື້ນ ອາຊີ-ປະຊິຟິກ ສາມາດບັນລຸເປົ້າໝາຍ ການລຶບລ້າງ ຄວາມອຶດຫີວ ໃນປີ 2016 ກໍ່​ຕາມ ຢູ່ພາກພື້ນ ອາຊີ-ປະຊິຟິກ ຍັງມີປະຊາກອນ ຈຳນວນ 490 ລ້ານຄົນ ທີ່ຍັງປະສົບກັບບັນຫາຄວາມອຶດຫີວ ທີ່ເປັນບັນຫາຊໍ້າເຮື້ອ ຢູ່ໃນພາກພື້ນນີ້ ມີປະມານ 30 % ຂອງເດັກນ້ອຍທີມີອາຍຸ ຕໍ່າກວ່າ 1 ພັນວັນ ມີການເຕີບໂຕຫຼຸດເກນປົກກະຕິ ໃນເວລາດຽວກັນ ມີເດັກນ້ອຍ ປະ​ມານ 18 ລ້ານຄົນ ມີນໍ້າໜັກ ເກີນເກນປົກກະຕິ ເຊິ່ງນັບມື້ນັບເພີ້ມຂຶ້ນ ໃນຫຼາຍໆປະເທດ ການຂາດສານອາຫານຍັງເປັນບັນຫາໃຫຍ່ ທີ່ຈະຈະຕ້ອງໄດ້ເອົາໃຈໃສ່ແກ້ໄຂຢ່າງຕັ້ງໜ້າ.

ສຳລັບ ສປປ ລາວ ແມ່ນໄດ້ກຳນົດຍຸດທະສາດ ພັດທະນາກະສິກຳ ຂອງ ສປປ ລາວ ຮອດປີ 2025 ແລະ ວິໃສທັດ 2030 ເຊິ່ງກວມເອົາ 3 ເສົ້າຄໍ້າ ຄື: 1 ກະສິກໍາ 2 ປ່າ​ໄມ້ ແລະ 3 ພັດ​ທະ​ນາ​ຊົນ​ນະ​ບົດ ແລະ ລຶບລ້າງຄວາມທຸກຍາກ ແລະ 4 ແຜນງານຫຼັກ ​ເຊັ່ນ: ແຜນງານຜະລິດສະບຽງອາຫານ ໃຫ້ມີຄວາມໝັ້ນຄົງ ແລະ ຄົບໂພຊະນາການ ແຜນງານຜະລິດກະ​ສິ​ກຳເປັນສິນຄ້າ ທີ່ໄດ້ທັງປະລີມານ ຄຸນນະພາບ ແລະ ສະອາດ ແຜນງານ ການຄຸ້ມຄອງປ່າໄມ້ ແລະ ຊັບພະຍາກອນປ່າໄມ້ ແບບຍືນຍົງ ແລະ ແຜນງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ພ້ອມດຽວກັນນີ້ ຍັງໄດ້ກຳນົດ 10 ແຜນດຳເນີນງານ ແລະ ໂຄງການຈໍາ​ນວນໜຶ່ງ ທີ່ມີຄາດໝາຍສູ້ຊົນ ຕົວຊີ້ວັດຈະແຈ້ງ ເຊິ່ງໄດ້ຖືກບັນຈຸເຂົ້າໃນ ແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ VIII (2016-2020) ແລະ ໃນ​ການ​ສຳຫຼວດ​ລາຍ​ຈ່າຍ ແລະ ການ​ບໍ​ລິ​ໂພດ (LECS 6).

ໂດຍຕອບສະໜອງຕາມຄຳຮຽກຮ້ອງ ຂອງເລຂາທິການໃຫຍ່ ອົງການສະຫະປະຊາຊາດ ໃນ​ເດືອນ ມິຖຸນາ 2012 ທີ່ໃຫ້ທຸກປະເທດຢູ່ໃນໂລກ ຈັດຕັ້ງປະຕິບັດນະໂຍບາຍ ລຶບລ້າງຄວາມອຶດຫີວ ລັດຖະບານ ສ​ປ​ປ ລາວ ໄດ້ລິເລີ້ມຈັດຕັ້ງປະຕິບັດໂຄງການຄໍ້າປະກັນຄວາມໝັ້ນຄົງ ດ້ານສະບຽງອາຫານ ແລະ ຜະລິດເປັນສິນຄ້າ ໃນເດືອນພຶດສະພາ 2015 ໂດຍມອມ​ໃຫ້ຄະນະກຳມະການແຫ່ງຊາດ ເພື່ອການຄໍ້າປະກັນຄວາມໝັ້ນຄົງດ້ານສະບຽງອາຫານ-ຜະລິດເປັນສິນຄ້າ ແລະ ຄະນະກຳມະການ ແຫ່ງຊາດ ເພື່ອໂພຊະນາການເປັນ​ຜູ້​ຊິ້​ນຳໆ​ພາ ແລະ ໃຫ້ກະຊວງກະສີກຳ-ປ່າໄມ້ ເປັນ​ຜູ້​ຈັດ​ຕັ້ງ​ປະ​ຕິ​ບັດ ຮ່ວມ​ກັບ ບັນດາກະຊວງຂະ​ແໜງ​ການຕ່າງໆ ເຊິ່ງຂ້າພະເຈົ້າ ກໍ່ໄດ້ຮັບການສະໜັບສະໜູນ ຈາກ 3 ອົງການຈັດຕັ້ງ ສາກົນ ຄື: ອົງການອາຫານ ແລະ ການກະເສດ (FAO) ສະຖາບັນການເງິນ ເພື່ອການພັດທະນາກະສີກຳ (IFAD) ແລະ ອົງການອາຫານໂລກ (WFP) ສະນັ້ນ ເພື່ອບັນລຸຕາມຈຸດປະສົງ ແລະ ລະດັບຄາດໝາຍ ທີ່ກ່າວມາຂ້າງເທິງ ລັດຖະບານ ​ສ​ປ​ປ ລາວ ຕີລາຄາສູງ ຕໍ່ການສະໜັບສະໜູນ ຂອງ 3 ອົງການຈັດ​ຕັ້ງ​ສາ​ກົນ​ດັ່ງ​ກ່າວ ໃນ​ການ​​ຈັດ​ຕັ້ງ​ປະ​ຕິ​ບັດ ໂຄງ​ການ​ສະ​ບຽງ​ແຫ່ງ​ຊາດ ​ແລະ ທີ່​ໄດ້​ສະ​ໜອງ​ຊ່ຽວ​ຊານ ແລະ ວິຊາການໃນການແລກປ່ຽນບົດຮຽນ ແລະ ຄຳ​ຄິດເຫັນດ້ານນະໂຍບາຍເສດຖະກິດ​ກະ​ສິ​ກຳ ແລະ ນິຕິກຳ ພວກ​ເຮົາ​ຕີລາຄາສູງຕໍ່ການສະໜັບສະໜູນແຜນງານພັດທະນາກະສີກໍາທີ່ສຸມໃສ່ເດັກນ້ອຍ ແຕ່ມື້ກຳເນີດຈົນຮອດອາຍຸ 1 ພັນວັນ ແລະ ຕໍ່​ການ​ໃຫ້ບຸລິມະສິດ ຕໍ່ປະຊາຊົນທີ່ດ້ອຍໂອກາດ ແລະ ຂາດແຄນສານອາຫານຫຼາຍກວ່າໝູ່ ອີກປະການໜຶ່ງ ພວກຂ້າພະເຈົ້າ ມີຄວາມປິຕິຊົມຊື່ນ ຕໍ່​ການສະໜັບສະໜູນ ໂຮງຮຽນ ກະສີກຳຊາວບ້ານ ເຊິ່ງມີສ່ວນຮ່ວມຂອງປະຊາຊົນ ແລະ ຜູ້ປະກອບການ ​ໃນປະຈຸບັນລັດຖະບານ ສ​ປ​ປ ລາວ ກໍາລັງປຸກລະດົມ ຊຸກຍູ້ໂຄສະນາ ແລະ ເຜີຍແຜ່ ຂໍ້ມູນ ຂ່າວສານ ເພື່ອ​ໃຫ້​ປະ​ຊາ​ຊົນ​ຢູ່​ຊົນ​ນະ​ບົດ ມີການປ່ຽນແປງທັດສະນະ ແລະ ພຶດຕິກຳຕໍ່ການບໍລິໂພກອາຫານ ເພື່ອປັບປຸງ ໂພຊະນາການໃຫ້ດີຂຶ້ນ ໂດຍການປະກອບສ່ວນ ຂອງຂະແໜງສາທາລະນະສຸກ ກະສີກຳ ສຶກສາ ແລະ ຄູ່ຮ່ວມພັດທະນາຫຼາຍພາກສ່ວນ.

ໃນລະດັບອະນຸພາກພື້ນ ໄດ້ຕີລາຄາສູງ ໃນການສະໜັບສະໜູນ ຂອງອົງການອາຫານ ແລະ ການກະເສດ ໃນການ ຈັດກອງປະຊຸມ ປຶກສາຫາລື ລະຫວ່າງ ປະເທດ ອາຊຽນ ກ່ຽວກັບ ການຄໍ້າປະກັນ ຄວາມໝັ້ນຄົງ ດ້ານສະບຽງອາຫານ ແລະ ວຽກງານໂພຊະນາການຄັ້ງທຳອິດ ໃນປີ 2016 ເພື່ອປັບປຸງຂອດການປະສານງານ ລະຫວ່າງ ບັນດາຂະແໜງການໃຫ້ມີຄວາມເຂັ້ມແຂງເປັນ​ຕົ້ນ ຂະແໜງ ກະສີກຳ ແລະ ພັດທະນາ ຊົນນະບົດ ສາທາລະນະສຸກ ສຶກສາ ແລະ ​ແຮງ​ງານ ​ແລະ ສະຫວັດດີ​ການສັງຄົມ.

ໃນລະດັບພາກພື້ນ ເພື່ອບັນລຸເປົ້າໝາຍການລຶບລ້າງຄວາມອຶດຫີວຢ່າງສິ້ນເຊິງ ​ພວກ​ເຮົາຕ້ອງ​ເພີ່ມຜົນຜະລິດກະ​ສິ​ກຳໃຫ້ສູງຂຶ້ນ 2 ເທົ່າຕົວໃນປີ 2050 ເຊິ່ງຍັງເປັນສິ່ງທ້າທາຍ ອັນໃຫຍ່ຫຼວງ ພ້ອມ​ດຽວ​ກັນ​ນີ້ ສະພາບການປ່ຽນແປງຂອງດິນຟ້າອາກາດທີ່ນັບມື້ຍິງຮຸນແຮງ ແລະ ຖີ່ຂຶ້ນຍັງ​ເປັນ​ສິ່ງ​​ທ້າ​ທ່າຍຫຼາຍ ສະ​ນັ້ນ ຕໍ່ບັນຫາດັ່ງກ່າວນີ້ ຂ້າ​ພະ​ເຈົ້າ​ຕີ​ລາ​ຄາ​ສູງ ທີ່ອົງການອາຫານ ແລະ ການກະເສດ ໄດ້ໃຫ້ການ ສະໜັບສະໜູນໂຄງການ ເອີ້ນວ່າ: “ປະສິດຕິພາບ ແລະ ການເຕີບໂຕ” (Save and grow). ຄຽງຄູ່ກັນນັ້ນ ຂ້າ​ພະ​ເຈົ້າ​ເຫັນ​ດີ ຕໍ່​ການຜະລິດກະສີກໍາເປັນສິນຄ້າ ໃຫ້ມີຄວາມຫຼາກຫຼາຍ ໂດຍການຈັດສັນພັນພືດທີ່ຖືກເບິ່ງຂ້າມພືດ​ພັນ​ເຫຼົ່ານີ້ ແມ່ນມີຄຸນປະໂຫຍດທາງດ້ານໂພຊະນາການສູງ ແລະ ມີຄວາມທົນທານຕໍ່ກັບສະພາບການ​ປ່ຽນ​ແປງດິນຟ້າອາກາດ ແລະ ມີທ່າແຮງທາງດ້ານເສດຖະກິດສູງ ສາມາດຊອກໄດ້ຕາມທ້ອງຖິ່ນ ຕາມການສຶກສາ ແລະ ເກັບກໍາຂໍ້ມູນ ຂອງຊ່ຽວ​ຊານອົງການ FAO ໃນທົ່ວໂລກ ມີການຄົ້ນພົບພັນພືດຫຼາຍກວ່າ 30 ພັນຊະນິດ ແຕ່ມີພຽງ 100 ພັນພືດ ເທົ່ານັ້ນ ທີ່​ເປັນສານ​ອາຫານ ແລະ ມະນຸດເຮົາບໍລິໂພກ ສະ​ນັ້ນ ພວກຂ້າພະເຈົ້າຂໍສະໜັບສະໜູນການຈັດສັນພັນພືດ ທີ່ຖືກເບິ່ງຂ້າມເຫຼົ່ານີ້ ເຂົ້າໃນບັນຊີລາຍຊື່ “ອາຫານແຫ່ງອານາຄົດ” (Future Smart Food) ອັນເປັນເສັ້ນທາງໜຶ່ງ ເພື່ອກ້າວໄປສູ່ ການລຶບລ້າງຄວາມອຶດຫີວ ແລະ ໂພຊະນາການ ຢ່າງສິ້ນເຊິງ.

No comments:

Post a Comment