728x90 AdSpace

LightBlog

Breaking

2.07.2018

ກຳລັງ ສຫລ ໃນ ອັຟການິສຖານ ເລີ່ມໂຈມຕີ ທາງອາກາດ ຄັ້ງໃຫມ່ ໃສ່ກຸ່ມຕາລີບານ


ກຳລັງທະຫານສະຫະລັດ ໃນອັຟການິສຖານ ໄດ້ເລີ່ມຖິ້ມລະເບີດຄັ້ງໃໝ່ ໃສ່ກຸ່ມຕາລີ
ບານໃນພາກເໜືອຂອງອັຟການິສຖານ.
ກອງທັບສະຫະລັດ ໄດ້ອອກຖະແຫຼງການສະບັບນຶ່ງ ໃນວັນອັງຄານມື້ນີ້ ໂດຍກ່າວວ່າ
ຕົນໄດ້ເລີ້ມການໂຈມຕີຖິ້ມລະເບີດ ທີ່ມີຄວາມແມ່ນຢຳຢ່າງຕໍ່ເນື່ອງ ໃນວັນສຸກທີ່ຜ່ານ
ມານີ້ ໃສ່ບ່ອນທີ່ສົງໄສວ່າເປັນຄ້າຍຝຶກແບບຂອງກຸ່ມຕາລີບານ ໃນແຂວງບາດັກຊານ
ໂດຍແນເປົ້າໝາຍໃສ່ “ເພື່ອປ້ອງກັນບໍ່ໃຫ້ມີການວາງແຜນ ແລະການຝຶກຊ້ອມຂອງ
ພວກກໍ່ການຮ້າຍ ທີ່ຕັ້ງໃກ້ໆກັບຊາຍແດນຈີນ ແລະຕາຈິກກິສຖານ.” 
ການໂຈມຕີ
ທາງອາກາດຍັງໄດ້ທຳລາຍຍວດຍານພາຫະນະ ທີ່ຖືກລັກຂະໂມຍໄປ ຈາກກອງທັບ
ແຫ່ງຊາດອັຟການິສຖານ ທີ່ໄດ້ຖືກດັດແປງເປັນລົດລຳລຽງລະເບີດທີ່ເຮັດຂຶ້ນເອງນັ້ນ.
ຖະແຫຼງການ ທີ່ອ້າງຄຳເວົ້າ ຂອງທ່ານນາຍພົນຈອນ ນິໂກຊັນ ​ຜູ້ບັນຊາການກຳລັງ
ສະຫະລັດ ໃນອັຟການິສຖານກ່າວວ່າ “ກຸ່ມຕາລີບານ ບໍ່ມີບ່ອນທີ່ຈະຫລົບລີ້. ມັນ
ຈະບໍ່ມີບ່ອນຫຼົບລີ້ໃຫ້ກຸ່ມກໍ່ການຮ້າຍໃດໆ ທີ່ພະຍາຍາມຈະສ້າງຄວາມເສຍຫາຍ ແລະທຳລາຍປະເທດນີ້.”
ການໂຈມຕີທາງອາກາດຂອງສະຫະລັດ ຍັງໄດ້ສ້າງຄວາມເສຍຫາຍໃຫ້ແກ່ແຫຼ່ງຫາ
ລາຍໄດ້ ແລະບ່ອນຫລົບລີ້ຂອງກຸ່ມຕາລີບານ ຊຶ່ງຍັງຜົນໃຫ້ມີການເສຍລາຍໄດ້ຫຼາຍ
ກວ່າ 30 ລ້ານໂດລາ ສຳລັບກຸ່ມຕາລີບານ ນັບຕັ້ງແຕ່ ໄດ້ມີການຖິ້ມລະເບີດໂຈມຕີ
ດັ່ງກ່າວ ທີ່ໄດ້ເລີ່ມຂຶ້ນໃນເດືອນພະຈິກປີກາຍນີ້.

No comments:

Post a Comment