
ວັນທີ່ 31 ມັງກອນ 2018 ທາງການແລະພະແນກທ່ອງທ່ຽວແຂວງຫົວພັນໄດ້ເປີດພູຜາຖີ່ ອະດີດຈຸດຍຸດທະສາດທາງພາກເໜືອຂອງປະເທດລາວ ຕັ້ງຢູ່ໃນເຂດເມືອງຊຳເໜືອ ແຂວງຫົວພັນ ເປັນສະຖານທີ່ທ່ອງທ່ຽວແຫ່ງໃໝ່ໂດຍໄດ້ກໍ່ສ້າງຄັນໄດທາງຂຶ້ນສູ່ຍອດຜາທີ່ສູງຊັນເປັນທີ່ຮຽບຮ້ອຍແລ້ວ ໃນຊ່ວງສົງຄາມຫວຽດນາມ ແລະ ສົງຄາມລັບໃນລາວຜາຖີ່ເປັນສະຖານທີ່ຕັ້ງຂອງທະຫານລັບຂອງສະຫະລັດອາເມຣິກາ ຮູ້ຈັກກັນໃນຊື່ ລິມາ 85 ຫຼື LS 85.
ຜາຖີ່ ຖືກຍຶດໄດ້ໂດຍກອງກຳລັງປະຕິວັດລາວໃນສະໜາມຮົບ ເມື່ອວັນທີ່ 10-11 ມີນາ 1968 ຜາຖີ່ເປັນທີ່ຕັ້ງຖານເລດາ LS 85 ຕັ້ງຢູ່ເທີງພູຜາສູງຈາກລະດັບນຳ້ທະເລປານກາງ 1700 ແມັດ ແລະ ຕ້ອງໃຊ້ຍົນເຮລິຕອບເຕີ ສຳລັບລຳລຽງອາວຸດຍຸດໂທປະກອນຕ່າງໆ ຂື້ນໄປຕິດຕັ້ງປະຈຳການເທີງຜາຖີ່.
ດ້ານຕາເວັນຕົກເປັນໜ້າຜາສູງຊັນເກືອບ 90 ອົງສາ ສ່ວນທິດຕາເວັນອອກເປັນພື້ນທີ່ຣາບ ແຕ່ກໍບໍ່ສາມາດຂຶ້ນໄປໄດ້ ແຕ່ຝ່າຍກອງກຳລັງປະຕິວັດລາວໄດ້ບຸກຂຶ້ນໄປຍຶດໄດ້ກາງຄວາມສົງໄສ ປະຫຼາດໃຈຂອງຫຼາຍຝ່າຍ ທະຫານ ແລະ ເຈົ້າໜ້າທີ່ສະຫະລັດທີ່ປະຈຳຢູ່ເທີງຜາຖີ່ ບາງຄົນເສຍຊີວິດໃນການສູ້ຮົບຄັ້ງນັ້ນ. ຕໍ່ມາລະຫວ່າງປີ 1994 - 2004 ທາງການລາວໄດ້ຂຸດຄົ້ນຊາກສົບທະຫານເຫຼົ່ານັ້ນ ແລະ ສົ່ງກັບຄືນໃຫ້ສະຫະລັດແລ້ວ.
ຊົມຄຼີບ




No comments:
Post a Comment