728x90 AdSpace

LightBlog

Breaking

2.01.2018

ທະນາຄານໃນຮ່ອງກົງນຳສະເຫນີເຕັກໂນໂລຊີໃຫມ່ ບໍ່ຈື່ລະຫັດບັດເອທີເອັມກໍສາມາດຖອນເງີນຢູ່ຕູ້ເອທີເອັມໄດ້ ໂດຍນຳໃຊ້ລະບົບກວດເສັ້ນເລືອດເທີງນີ້ວມື.

ທະນາຄານ ແບັງ ອອັບ ໄຊນ່າ ຮ່ອງກົງ ຫລື BOCH ເປີດໃຊ້ເຕັກໂນໂລຊີໃຫມ່ເພື່ອການກົດເງີນທີ່ຕູ້ກົດເງີນສົດ ຫລື ເອທີເອັມ ທົ່ວຮ່ອງກົງ. ເຕັກໂນໂລຊີຕົວນີ້ຈະຊ່ວຍໃຫ້ລູກຄ້າທະນາຄານທີ່ລືມລະຫັດບັດເອທີເອັມສາມາດກົດເງີນຈາກຕູ້ໄດ້ ພຽງແຕ່ວາງນີ້ວມືໃສ່ບ່ອນອຸປະກອນກວດຈັບເສັ້ນເລືອດເທີງນີ້ວມືໃຕ້ຜິວຫນັງ ຊື່ງທາງທະນາຄານຫວັງວ່າຈະໃຂ້ທົດແທນຂະບວນການໃສ່ລະຫັດບັດເອທີເອັມ ເພາະມີຄວາມຖືກຕ້ອງ ແລະ ຊັດເຈນກວ່າລະບົບເຊັນເຊີລາຍນີ້ວມື.

ຕອນນີ້ເຕັກໂນໂລຊີນີ້ຖືກຕິດຕັ້ງໃນຕູ້ເອທີເອັມທົ່ວຮ່ອງກົງຫລາຍກວ່າ 150 ເຄື່ອງ, ມີຜູ້ສົນໃຈລົງທະບຽນໃຊ້ແລ້ວປະມານ 10,000 ຄົນ ໂດຍທີ່ທາງທະນາຄານຈະຄ່ອຍໆພັດທະນາ ແລະ ຂະຫຍາຍຕູ້ເອທີເອັມອອກໄປອີກປະມານ 400 ຕູ້. ສ່ວນກະແສຕອບຮັບແມ່ນມີທັງການຮັບແະກັນໃນລະບົບໃຫມ່ຂອງທະນາຄານທີ່ເບີ່ງຄືຈະປອດໄພຫລາຍກວ່າການໃສ່ລະຫັດເອທີເອັມ ແຕ່ສຳລັບບາງຈຳນວນແມ່ນຍັງບໍ່ຫມັ້ນໃຈກັບເຕັກໂນໂລຊີດັ່ງກ່າວວ່າເປັນລະບົບທີ່ສົມບຸນແລ້ວຫລືຍັງ ເພາະຄິດວ່າໃຫ້ຄົນອື່ນ ຫລື ທະນາຄານ ຮູ້ຂໍ້ມູນສ່ວນຕົວຫນ້ອຍສຸດຈະເປັນການດີກວ່າ, ຂະນະທີ່ເຈົ້າຫນ້າທີ່ລະດັບສູງຂອງທະນາຄານ BOCH ລະບຸວ່າ ລະບົບນີ້ແມ່ນຈົດຈຳຮູບປະພັນຂອງທຸກຄົນ ແລະ ບໍ່ສົ່ງຜົນກະທົບຈາກພາວະແວດລ້ອມ ຫລື ປັດໄຈພາຍນອກ ເຊັ່ນ ຜິວມັນ ຫລື ຜິວມີຮອຍຫ່ຽວຍານ.
ແຫລ່ງຂ່າວຕ່າງປະເທດ TNA

No comments:

Post a Comment