728x90 AdSpace

LightBlog

Breaking

2.07.2018

ສຸດໂຫດ! ໄປຮຽນບໍ່ໄດ້ຍ້ອນອາກາດໜາວ, ຫຼ້າສຸດແຂວງຫົວພັນ ສັ່ງຢຸດສອນເປັນການຊົ່ວຄາວ.



ອາກາດໜາວເຢັນຕິດຕໍ່ກັນຫຼາຍວັນເຮັດໃຫ້ແຂວງຫົວພັນ ປະກາດໂຈະການຮຽນທົ່ວແຂວງ ນັບແຕ່ວັນທີ 5 – 9 ກຸມພາ ເນື່ອງຈາກອຸນຫະພູມບາງມື້ລົງເຖິງ 3 ອົງສາ ຢ້ານຈະສົ່ງຜົນກະທົບຕໍ່ການໄປ – ມາ ແລະ ສຸຂະພາບຂອງນັກຮຽນ.
ທ່ານ ມົນທອງ ລຽນຕິຄຸນ ຫົວໜ້າພະແນກສຶກສາທິການ ແລະ ກີລາ ແຂວງຫົວພັນ ກ່າວວ່າ: ການພັກການຮຽນ – ພັກສອນຄັ້ງນີ້ ຖືເປັນຄັ້ງທໍາອິດຂອງປີ 2018 ເນື່ອງຈາກສະພາບອາກາດໜາວເຢັນຫຼາຍ ຢ້ານຈະສົ່ງຜົນກະທົບຕໍ່ການໄປ – ມາຂອງນັກຮຽນ ແລະ ສຸຂະພາບຂອງເດັກ, ການຮັບມືຕໍ່ກັບສະພາບອາກາດຈຶ່ງຕ້ອງມີການໂຈະການຮຽນ – ການສອນຊົ່ວຄາວ ເຊິ່ງທາງພະແນກສຶກສາທິການ ແລະ ກີລາ ກໍ່ຈະໄດ້ມີການຕິດຕາມກວດກາສະພາບອາກາດຢູ່ຕະຫຼອດ ເພື່ອຈະໄດ້ຫາທາງແກ້ໄຂ ແລະ ຮັບມືໄດ້ຖ່ວງທັນ.
ທ່ານ ອຈ. ພູວຽງ ພັນທິລາ ອໍານວຍການໂຮງຮຽນ ມ.ປາຍ ຕົວແບບ ກ່າວວ່າ: ກ້າວເຂົ້າສູ່ພາກຮຽນ 2 ສົກຮຽນ 2017 – 2018 ສະພາບອາກາດໜາວຫຼາຍ, ມີໝອກປົກຄຸມໜາບາງເຂດເຮັດໃຫ້ເດີນທາງໄປ – ມາຂອງຄູອາຈານ ແລະ ນັກຮຽນພົບຄວາມຍຸ້ງຍາກ, ພະແນກສຶກສາທິການ ແລະ ກີລາແຂວງຫົວພັນ ຈຶ່ງໄດ້ອອກແຈ້ງການເລື່ອງການໂຈະການຮຽນ – ການສອນຊົ່ວຄາວ ຕັ້ງແຕ່ວັນທີ 5 – 9 ກຸມພານີ້.
ດ້ານ ທ່ານ ກອງມະນີ ພົມມະລີ ຫົວໜ້າໜ່ວຍງານອຸທົກກະສາດ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງຫົວພັນ ລາຍງານວ່າ: ຄວາມໜາວເຢັນຂອງສະພາບອາກາດ ໃນປີ 2018 ນີ້ຖ້າທຽບໃສ່ປີ 2016 ຍັງມີຄວາມຫ່າງພໍສົມຄວນ ເພາະປີ 2016 ທີ່ຜ່ານມາ ອຸນຫະພູມຕໍ່າສຸດ 0.0 ອົງສາ ໃນເດືອນມັງກອນ. ສ່ວນເຫດການໜາວເຢັນລະຫວ່າງວັນທີ 5 – 6 ຜ່ານມາ ສະເລ່ຍຕອນເຊົ້າຢູ່ທີ່ 5.2 ອົງສາ, ຕອນສວາຍຢູ່ທີ່ 10.1 ອົງສາ. ຢ່າງໃດກໍ່ຕາມ, ເບື້ອງຕົ້ນຍັງບໍ່ພົບເຫັນຄວາມເສຍຫາຍ, ການລົ້ມຕາຍຂອງສັດລ້ຽງ ແລະ ເຄື່ອງປູກຂອງຝັງຂອງປະຊາຊົນ.
ຫຼ້າສຸດ, ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ອອກບົດລາຍງານສະພາບພະຍາກອນອາກາດ ເລກທີ 0101/ກອຕທ ນະຄອນຫຼວງວຽງຈັນ, ລົງວັນທີ 5 ກຸມພາ 2018 ພະຍາກອນອາກາດລະຫວ່າງວັນທີ 9 ຫາ 11 ກຸມພາ 2018 ວ່າ: ໃນລະຫວ່າງວັນທີ 9 ຫາ 11 ກຸມພາ 2018 ນີ້ ຄວາມກົດດັນສູງອາກາດໜາວເຢັນຈາກປະເທດຈີນ ຍັງມີກໍາລັງປານກາງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ເຊິ່ງຈະເຮັດໃຫ້ອຸນຫະພູມອຸ່ນຂຶ້ນໃນແຕ່ລະພາກ ແລະ ຈະມີຝົນຕົກກະຈາຍ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນຂອງແຕ່ລະພາກ.
ຄາດຄະເນສະພາບອາກາດແຕ່ວັນທີ 9 ຫາ 11 ກຸມພາ 2018 ມີດັ່ງນີ້:
ພາກເໜືອດ້ານຕາເວັນອອກ: ອາກາດຈະອຸ່ນຂຶ້ນເລັກໜ້ອຍ ແລະ ຈະມີຝົນຕົກກະຈາຍພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ, ອຸນຫະພູມຕ່ຳສຸດ 8 – 10 ອົງສາ ແລະ ສູງສຸດ 18 – 20 ອົງສາ.
ພາກເໜືອດ້ານຕາເວັນຕົກ: ອຸນຫະພູມອາກາດຈະອຸ່ນຂຶ້ນ ແລະ ຈະມີຝົນຕົກກະຈາຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ, ອຸນຫະພູມຕ່ຳສຸດ 14 – 16 ອົງສາ ແລະ ສູງສຸດ 25 – 27 ອົງສາ.
ນະຄອນຫຼວງວຽງຈັນ: ອຸນຫະພູມອາກາດຈະອຸ່ນຂຶ້ນເລັກໜ້ອຍ ແລະ ຈະມີຝົນຕົກກະຈາຍພ້ອມມີລົມພັດແຮງຢູ່ບາງບໍລິເວນ, ອຸນຫະພູມຕ່ຳສຸດ 18 – 20 ອົງສາ ແລະ ສູງສຸດ 28 – 32 ອົງສາ.
ພາກກາງ: ອຸນຫະພູມຈະອຸ່ນຂຶ້ນ 1 – 3 ອົງສາ ແລະ ຈະມີຝົນຕົກກະຈາຍຢູ່ບາງທ້ອງຖິ່ນ, ອຸນຫະພູມຕ່ຳສຸດ 16 – 18 ອົງສາ ແລະ ສູງສຸດ 26 – 28 ອົງສາ.
ສະເພາະແຂວງໄຊສົມບູນ: ອຸນຫະພູມອາກາດຈະສູງຂຶ້ນເລັກໜ້ອຍ ແລະ ຈະມີຝົນຕົກກະຈາຍເປັນບາງໂອກາດ, ອຸນຫະພູມຕໍ່າສຸດ 11 – 13 ອົງສາ ແລະ ສູງສຸດ 22 – 24 ອົງສາ.
ພາກໃຕ້: ອຸນຫະພູມອາກາດຈະສູງຂຶ້ນ 1 – 3 ອົງສາ ແລະ ຈະມີຝົນຕົກກະຈາຍພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ, ອຸນຫະພູມຕ່ຳສຸດ 18 – 20 ອົງສາ ແລະ ສູງສຸດ 31 – 33 ອົງສາ.
ສະເພາະເຂດພູພຽງບໍລະເວນ: ໃນໄລຍະວັນທີ 9 ຫາ 11 ກຸມພາ 2018 ອຸນຫະພູມອາກາດຈະສູງຂຶ້ນເລັກໜ້ອຍ ແລະ ຈະມີຝົນຕົກກະຈາຍພ້ອມມີລົມພັດແຮງເປັນບາງໂອກາດ, ອຸນຫະພູມຕໍ່າສຸດ 6 – 8 ອົງສາ ແລະ ສູງສຸດ 25 – 27 ອົງສາ.



No comments:

Post a Comment