728x90 AdSpace

LightBlog

Breaking

2.03.2018

ຊຽງຂວາງມີໄມ້ເຖື່ອນເກືອບແສນແມັດກ້ອນ

ກອງປະຊຸມປຶກສາຫາລືເພື່ອແກ້ໄຂໄມ້ທີ່ບໍ່ຖືກຕ້ອງ. ຮູບ: ບຸນມີ
ຫຼາຍສຳນັກຂ່າວໃນລາວ ໄດ້ລາຍງານວ່າ ໃນຕອນ ເຊົ້າວັນທີ 1 ກຸມພາ 2018 ຢູ່ທີ່ຫ້ອງວ່າການປົກຄອງແຂວງ ແຂວງຊຽງຂວາງໄດ້ຈັດກອງປະຊຸມແກ້ໄຂບັນຫາເລື່ອງໄມ້ບໍ່ຖືກຕ້ອງ ໂດຍແມ່ນ ທ່ານ ບົວສອນ ສີນວນທອງ ຮອງເຈົ້າແຂວງໆຊຽງຂວາງ ເປັນປະທານ, ມີຄະນະປະຈຳພັກ ແຂວງ, ເຈົ້າເມືອງ, ຫົວໜ້າຮອງຫົວໜ້າພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມປຶກສາຫາລືເພື່ອແກ້ໄຂໄມ້ທີ່ບໍ່ຖືກຕ້ອງ. ຮູບ: ບຸນມີ
ຕາມຂໍ້ມູນລາຍງານວ່າທົ່ວແຂວງຊຽງຂວາງມີໄມ້ບໍ່ຖືກຕ້ອງຈຳນວນທັງໝົດ 97.488,885 ແມັດກ້ອນ ການທວງຄ່າປັບໄໝຈາກການ ຕັດໄມ້ເກີນອະນຸຍາດຂອງ 9 ບໍລິສັດ (ໂຮງງານ) ເປັນເງິນມູນຄ່າ14.808.458.860 ກີບ ກຳໜົດໃຫ້ຈ່າຍເປັນງວດ ໃຫ້ສຳເລັດໃນປີ 2019 ຊ້າສຸດບໍ່ໃຫ້ກາຍງວດ 1 ປີ 2020.
ໃນຂະນະທີ່ທົ່ວແຂວງ ມີພາຫະນະລາກແກ່(ລົດສະແລວ) 71 ຄັນ ແຂວງໄດ້ອອກຂໍ້ຕົກລົງໃຫ້ມ້າງຕັດແປງເພື່ອ ຮັບໃຊ້ວຽກງານແນວອື່ນ ມີຈັກຕັດໄມ້ 444 ເຄື່ອງເຊິ່ງກຳລັງເກັບກຳຂໍ້ມູນຕື່ມ ແລະ ທຳລາຍຖິ້ມຈຳນວນໜຶ່ງແລ້ວ ພາຍຫຼັງຄຳສັ່ງເລກທີ15/ນຍ ແລະ ບັ້ນດຳເນີນຊີວິດການ ເມືອງ ເຫັນວ່າຍັງມີການລັກລອບຂົນສົ່ງ ຕັດໄມ້ບາງບໍລິສັດ ແລະ ປະຊາຊົນ.
ປັດຈຸ ບັນໄມ້ຈຳນວນດັ່ງກ່າວ ໄດ້ມີຫຼາຍບໍລິສັດໄດ້ປະມູນ ແຂວງ, ເມືອງ ແລະ ສູນກາງ ໄດ້ສົມທົບກັນໃນການປະມູນ ແລະ ກຽມເຄື່ອນຍ້າຍໄມ້ຈາກສະໜາມ 2 ເຂົ້າຫາໂຮງງານພາຍໃນໄວໆນີ້. ພ້ອມທັງຍຸບ-ຍົກຍ້າຍບັນດາໂຮງເລື່ອຍ ທີ່ບໍ່ຖືກຕ້ອງ ລາຍງານການເຄື່ອນຍ້າຍໄມ້ໃຫ້ຂັ້ນເທິງຮັບຮູ້ເປັນໄລຍະ ແລະກຽມດຳເນີນປະຕິບັດກົດໝາຍຕໍ່ພະນັກງານ-ປະຊາຊົນຜູ້ມີສ່ວນຮ່ວມໃນການລັກລອບຕັດໄມ້.

No comments:

Post a Comment