ສຳນັກຂ່າວຕ່າງປະເທດລາຍງານວ່າ: ນັກບິນຊາວຣັດເຊຍຖືກສັງຫານເມື່ອມື້ເສົາທີ່ຜ່ານມາ ໃນຂະນະກຳລັງຕໍ່ສູ້ກັບກລຸ່ມນິຍົມແນວທາງອິດສະລາມ(Islamist) ໂດຍເຮືອບິນຂອງເຂົາຖືກຍິງຕົກໃນພື້ນທີ່ທາງຕອນເໜືອຂອງຊີເຣຍ ກະຊວງປ້ອງກັນປະເທດຂອງຣັດເຊຍກ່າວ.
ກຸ່ມ Hayat Tahrir al Sham ເຊິ່ງເປັນກຸ່ມຍິຮາດຂອງແນວຮ່ວມ Al Nusra ທີ່ຂ້ອນຂ້າງມີອິດທິພົນ ກ່າວໃນຊ່ອງທາງສື່ທີ່ເປັນພັນທະມິດກັບຕົນວ່າ ຝ່າຍຕົນໄດ້ຍິງເຮືອບິນຣັດເຊຍທີ່ມີຂີປະນາວຸດແບບປະທັບບ່າຕົກໜຶ່ງລຳບໍລິເວນເມືອງ Saraqeb ໃນຊົນນະບົດທາງຕອນໃຕ້ຂອງແຂວງອິດລິບ (Idlib) ແຕ່ບໍ່ໄດ້ເອີ່ຍເຖິງນັກບິນ ພ້ອມລະບຸວ່າການໂຈມຕີດັ່ງກ່າວ ເປັນການແກ້ແຄ້ນການຖິ້ມລະເບີດຢ່າງຮຸນແຮງຂອງທັບອາກາດຣັດເຊຍໃນແຂວງອິດລິບ.
ຜູ້ສື່ຂ່າວຂອງສຳນັກຂ່າວເອເອັບພີ ເຊິ່ງເດີນທາງມາເຖິງສະຖານທີ່ເກີດເຫດເມື່ອວັນເສົາ ສັງເກດເຫັນວ່າ ມີຊາກທີ່ເບິ່ງຄືຈະເປັນເຮືອບິນລວມເຖິງປີກທີ່ເບິ່ງເຫັນວ່າ ມີສັນຍາລັກດາວສີແດງ ໂດຍນັກດັບເພີງມາເຖິງຍັງຈຸດທີ່ເຮືອບິນຕົກ ແລະ ດັບໄຟທີ່ລຸກໄໝ້ຂຶ້ນສູ່ທ້ອງຟ້າຊີເຣຍ.
ທັງນີ້ ກະຊວງປ້ອງກັນປິ້ທເຂອງຣັດເຊຍຢືນຢັນວ່າ ເຮືອບິນຮົບ Su-25 ຖືກຍິງຕົກໃນແຂວງອິດລິບ ແລະ ກ່າວວ່ານັກບິນຖືກສັງຫານ “ໃນລະຫວ່າງການຕໍ່ສູ້ກັບຜູ້ກໍ່ການຮ້າຍ”.





No comments:
Post a Comment