728x90 AdSpace

LightBlog

Breaking

4.07.2018

ມາເດີ ! ຫາດຊາຍແຄມຂອງປີນີ້ ຈະມີຫຼາກຫຼາຍກິດຈະກໍາ ຮອງຮັບບຸນປີໃໝ່ລາວ

ຍັງອີກບໍ່ເທົ່າໃກມື້ ທີ່ເທສະການບຸນປີໃໝ່ລາວກໍ່ເລີ່ມຂຶ້ນ ເບື້ອງຜູ້ສຳປະທານຫາດຊາຍແຄມຂອງເຜີຍ ລົງຫຼີ້ນຫາດປີນີ້ສະດວກ ລົດບໍ່ຕິດ ພ້ອມທຸ້ມງົບແລ້ວ 1 ຕື້ກວ່າ ເພື່ອ ເນລະມິດປ່າຫຍ້າໃຫ້ເປັນທົ່ງດອກຕາເວັນ 23 ກວ່າເຮັກຕາ ເພື່ອດຶງນັກທ່ອງທ່ຽວໃຫ້ຫຼີ້ນຍາວນານ.


ທ່ານ ນາງ ຈັນນະພາ ວົງສະໝໍລະພູມ ປະທານບໍລິສັດຊີເອັນພີ( CNP) ຜູ້ສຳປະທານຫາດດອນຈັນເພື່ອເປັນແຫຼ່ງທ່ອງທ່ຽວໃນໄລຍະບຸນປີໃໝ່ລາວໃຫ້ຮູ້ວ່າ: ຄວາມຄືບໜ້າໃນການກະກຽມ ຈັດງານຫຼະເຫຼີມສະຫຼອງບຸນປີໃໝ່ລາວແລ້ວ 40% ເຊິ່ງຕາມແຜນຈະໃຫ້ສໍາເລັດ 100% ໃນວັນທີ 10 ເມສາ 2018 ທີ່ຈະມາເຖິງນີ້ ເພື່ອເປີດໃຫ້ບໍລິການນັກທ່ອງທ່ຽວໄດ້ເຂົ້າຊົມ. ປັດຈຸບັນ ໜ້າວຽກຫຼັກໆແມ່ນ ສ້າງເສັ້ນທາງຂຶ້ນ - ທາງລົງໃຫ້ມີຄວາມສະດວກ, ປັບປຸງເດີນຈອດລົດ, ປູກດອກຕາເວັນ 23 ໄລ່(ຄາດວ່າຈະໃຫ້ບານຫຼັງປີໃໝ່ເພື່ອຕ້ອນຮັບປີທ່ອງທ່ຽວລາວ ໃຫ້ປະຊາຊົນມາຊົມສວນດອກໄມ້ ເພື່ອສົ່ງຕາເວັນຕົກໃນແຕ່ລະມື້) ແລະ ກະກຽມພື້ນທີ່ໄວ້ໃຫ້ບໍລິການ, ຂະຫຍາຍຫາດຊາຍ ແລະ ທ່ານໍ້າໃຫ້ເພີ່ມຂຶ້ນຫຼາຍກວ່າປີຜ່ານມາ.
ສ່ວນກິດຈະກຳ ກໍ່ມີຫຼາຍກີດຈະກຳເພື່ອສະເຫຼີມສະຫຼອງປີໃໝ່ລາວ2018 ແລະ ສ້າງບັນຍາກາດ ຕ້ອນຮັບປີທ່ອງທ່ຽວລາວໃຫ້ຟົດຟື້ນຍິ່ງຂຶ້ນ, ທັງນີ້ກິດຈະກຳກີລາຫາດຊາຍ ເຊີ່ງຈະມີການແຂ່ງຂັນນັບແຕ່ວັນທີ 5 ເມສາ 2018 ໄປຈົນເຖິງວັນທີ 16 ເມສາ 2018 ຈຶ່ງເປັນມື້ຕັດສິນ ແລະ ມອບຂັນລາງວັນ. ພ້ອມນັ້ນກໍ່ຍັງມີ ຕົບພະທາດຊາຍ, ກີດຈະກຳກາລະຫຼີ້ນຕ່າງໆ, ເລາະຊົມສວນດອກໄມ້, ລົງຫຼີ້ນນໍ້າຢູ່ຫາດຊາຍ, ມີອາຫານ ແລະ ເຄື່ອງດື່ມໄວ້ຄອຍບໍລິການນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ.
ສ່ວນຄາດຄະແນຜູ້ທີ່ຈະເຂົ້າມາທ່ຽວຊົມ ແມ່ນອີງຕາມສະຕິຖິໃນປີ 2017 ມີນັກທ່ອງທ່ຽວເຂົ້າມາຊົມ 1 ແສນກວ່າຄົນ ສ່ວນປີ ນີ້ ຄາດວ່າຈະມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າຊົມ ປະມານ 2 – 3 ແສນຄົນ ເຊິ່ງປັດໄຈສໍາຄັນແມ່ນປີນີ້ເປັນປີທ່ອງທ່ຽວລາວ ແລະ ການຈັດສັນສະຖານທີ່, ທາງຂຶ້ນລົງແມ່ນຈະອໍານວຍໃຫ້ນັກທ່ອງທ່ຽວມາຫຼາຍຂຶ້ນ(ທາງຂຶ້ນແມ່ນ ຕໍ່ໜ້າສວນເຈົ້າອະນຸວົງ ສ່ວນທາງລົງແມ່ນຕໍ່ໜ້າ ສາມແຍກປາກປ່າສັກ).
ຢ່າງໃດກໍ່ຕາມ ສິ່ງທີ່ຂາດບໍ່ໄດ້ແມ່ນ ການຮັກສາຄວາມສະງົບເປັນລະບຽບຮຽບຮ້ອຍ ແລະ ຄຸມຄອງ ຈັດການ ຂີ້ເຫຍື້ອ ໃນປີນີ້ ທາງບໍລິສັດ ຊິເອັນພີ ໄດ້ສົມທົບກັບ ອພບ ໂດຍ ພະນັກງານຂອງບໍລິສັດ ເຮົາແມ່ນເກັບມ້ຽນເພື່ອ ໃຫ້ທີມງານ ອພບ ມາຂົນຂີ້ເຫຍື້ອອອກໃນຍາມກາງຄືນ ຈະບໍ່ໃຫ້ຂີ້ເຫຍື້ອຂ້າມຄືນເດັດຂາດ ພ້ອມດຽວກັນນັ້ນ ກໍ່ມີພະນັກງານເພື່ອຄອຍປະຈໍາໃນແຕ່ລະຈຸດ ແລະ ມີຖັງສໍາລັບເກັບມ້ຽ້ນຂີ້ເຫຍື້ອ ເພື່ອອໍານວນຄວາມສະດວກໃຫ້ນັກທ່ອງທ່ຽວ.

ແຫລ່ງທີ່ມາຈາກຫນັງສືພິມ ເສດຖະກິດ ການຄ້າ

No comments:

Post a Comment