728x90 AdSpace

LightBlog

Breaking

4.07.2018

ທ່ານຮູ້ບໍ່ວ່າ ຄຸນປະໂຫຍດຂອງຫມາກກ້ຽງ!!! ມີແນວໃດແດ່?

1. ຫມາກກຽງມີສັບພະຄຸນເປັນຢາລົດນໍ້າຫນັກທໍາມະຊາດ ທີ່ຊ່ວຍຄວບຄຸມນໍ້າຫນັກໄດ້ດີຫລາຍໆ ເພາະຫມາກກຽງເປັນຫມາກໄມ້ທີ່ຊຸ່ມນໍ້າຈຶ່ງເຮັດໃຫ້ຮູ້ສຶກອີ່ມທ້ອງໄວ ມີແຄເລີລີຕໍ່າຫລາຍ ຖ້າໃຜທີ່ຢາກລົດນໍ້າຫນັກ ຫລື ຄວບຄຸມນໍ້າຫນັກ ຫລື ຄວບຄຸມອາຫານກໍ່ຢ່າພາດທີ່ຈະກິນຫມາກກຽງເປັນປະຈໍາ


2. ຫມາກກຽງຊ່ວຍໃຫ້ລະບົບຂັບຖ່າຍດີຂື້ນ ມີໄຍອາຫານທີ່ລະລາຍນໍ້າໄດ້ ແລະ ລະລາຍນໍ້າບໍ່ໄດ້ ຈຶ່ງເຮັດໃຫ້ລະບົບຂັບຖ່າຍເຮັດວຽກໄດ້ຢ່າງສົມດຸນ ບໍ່ມີບັນຫາມາໃຫ້ກວນໃຈ
3. ມີສັບພະຄຸນປ້ອງກັນມະເລັງລໍາໃສ້ໃຫ່ຍ ຈາກການວິໃຈພົບວ່າການກິນຫມາກກຽງເປັນປະຈໍາ ຍັງຊ່ວຍລົດຄວາມສ່ຽງທີ່ຈະເກີດໂລກມະເລັງລໍາໃສ້ໃຫ່ຍ ລວມເຖິງໂລກກ່ຽວກັບຫົວໃຈເຮັດໃຫ້ຫົວໃຈແຂງແຮງ
4. ມີວິຕາມິນຊີຢູ່ເປັນຈໍານວນຫລາຍ ເຊິ່ງສາມາດຊ່ວຍໃນການຟື້ນຟູຮ່າງກາຍຈາກອາການໄຂ້ ແລະ ຮັກສາໂລກຫວັດ ເສີມສ້າງພູມຄຸ້ມກັນ ຊ້ອມແປງສ່ວນທີ່ສຶກຫລໍຂອງຮ່າງກາຍ
5. ມີໄລໂຄພີນ (Lycopiene) ມີຄວາມສໍາຄັນໃນການຊ່ວຍຕໍ່ຕ້ານອະນຸມູນອິດສະລະ ເຊິ່ງມີຢູ່ໃນຫມາກໄມ້ບາງຊະນິດເທົ່ານັ້ນ
6. ຊ່ວຍປ້ອງກັນໂລກບໍ່ຕິດຕໍ່ເລື້ອລັງເຊັ່ນ: ຢັບຢັ້ງການເກີດໂລກມະເລັງຕ່ອມລູກຫມາກ ມະເລັງປອດ ແລະ ມະເລັງກະເພາະອາຫານໄດ້


7. ມີວິຕາມິນເອບໍ່ຫນ້ອຍເລີຍ ຈຶ່ງຊ່ວຍບໍາລຸງສາຍຕາ ປ້ອງກັນໂລກກ່ຽວກັບສາຍຕາໄດ້ດີ ແລະ ເພີ່ມປະສິດທິພາບການເຮັດວຽກຂອງສາຍຕາໃຫ້ດີຂື້ນ
8. ຊ່ວຍລົດໄຂ້ແກ້ຖອກທ້ອງໄດ້ ຕາມຕໍາລາຢາແຜນໄທ ຖ້ານໍາມາເຮັດໃຫ້ແຫ້ງແລ້ວບົດໄວ້ເປັນຢາກິນສໍາລັບໃຊ້ບໍາລຸງຮ່າງກາຍໄດ້ ສ່ວນເມັດກໍ່ໃຊ້ບັນເທົາອາການຖອກທ້ອງ ແລະ ໃບກໍ່ຊ່ວຍລົດໄຂ້ໄດ້
9. ຊ່ວຍບໍາລຸງຜີວພັນ ຊ່ວຍໃນການສ້າງຄໍລາເຈັນທີ່ມີຄວາມສໍາຄັນຕໍ່ການດູແລຜີວຫນັງ ເຮັດໃຫ້ຜີວພັນກະຊັບເຕັ່ງຕຶງ ແລະ ຮັກສາບາດແຜຕາມຮ່າງກາຍ
10. ອຸດົມໄປດ້ວຍແຄລຊຽມ ແລະ ແມ໋ກນີຊຽມ ທີ່ຈະຊ່ວຍເສີມສ້າງຄວາມແຂງແຮງໃຫ້ກະດູກ ແລະ ແຂ້ວ ໂດຍບໍ່ຈໍາເປັນຕ້ອງໃຊ້ອາຫານເສີມມາເປັນໂຕຊ່ວຍ
11. ມີສັບພະຄຸນທາງຢາ ລວມທັງກິ່ນຫອມອ່ອນໆທີ່ຈະຊ່ວຍບໍາລຸງກໍາລັງ ເຮັດໃຫ້ຮ່າງກາຍກະຊຸ່ມກະຊວຍ ໂດຍສະເພາະຊ່ວຍບໍາລຸງຫົວໃຈໄດ້ຫລາຍ


12. ຊ່ວຍເພີ່ມຄວາມສົດຊື່ນ ເພາະຫມາກສົດມີນໍ້າຂ້ອນຂ້າງຫລາຍ ຈຶ່ງຊ່ວຍເຮັດໃຫ້ຜີວພັນເປັ່ງປັ່ງ ບໍາລຸງໃຫ້ຜີວງາມສົດໃສ ຫລື ຈະນໍາມາປັ່ນເປັນນໍ້າຫມາກໄມ້ດື່ມກໍ່ຊ່ວຍໃຫ້ຮ່າງກາຍຮູ້ສຶກສົດຊື່ນໄດ້ຕະຫລອດວັນ ແລະ ແກ້ກະຫາຍນໍ້າໄດ້ດີ
13. ຄຸນຄ່າທາງໂພຊະນາການຕ່າງໆ ໃນຫມາກກຽງມີຫລວງຫລາຍ ມີວິຕາມິນ ຫລື ແຮ່ທາດເຊັ່ນ: ຟອສຟໍລັດ ຄາໂບໄຮເດຮດ ແລະ ສານອາຫານຕ່າງໆ ທີ່ຈໍາເປັນຕໍ່ຮ່າງກາຍເອີ້ນວ່າສັບພະຄຸນ ແລະ ປະໂຫຍດເຫມາະສໍາລັບສາວໆທີ່ຢາກມີຜີວພັນສົດໃສ ຫຸ່ນງາມ ບໍ່ຕ້ອງອົດອາຫານ ໂດຍການກິນຫມາກກຽງມີລົດບໍ່ຫວານຫລາຍສາມາດກິນໄດ້ບໍ່ເກີນ 6 ກິໂລກຮາມ ເພາະຫມາກກຽງ 1 ກິໂລກຮາມຈະໃຫ້ພະລັງງານ 120 ກິໂລແຄເລີລີ
ຈຶ່ງຖືເປັນຫມາກໄມ້ມະຫັດສະຈັນສໍາລັບທຸກຄົນທີ່ບໍ່ວ່າຈະກິນຫລາຍປານໃດນໍ້າຫນັກກໍ່ບໍ່ເພີ່ມຂື້ນແນ່ນອນ

No comments:

Post a Comment