728x90 AdSpace

LightBlog

Breaking

4.08.2018

ຄຳເວົ້າ “ຂີ້ຕົວະ” ຂອງຜູ້ຊາຍທີ່ມັກໃຊ້ ແລະ ແມ່ຍິງກໍຫຼົງເຊື່ອ!!!


ຄຳເວົ້າ “ຂີ້ຕົວະ” ຂອງຜູ້ຊາຍທີ່ມັກໃຊ້ ແລະ ແມ່ຍິງກໍຫຼົງເຊື່ອ!!!

ບໍ່ວ່າຍິງ ຫຼືຊາຍຕ່າງກໍເຄີຍມີການເວົ້າເລື່ອງຂີ້ຕົວະກັນເກີດຂຶ້ນ, ແຕ່ໃນທີ່ນີ້ພວກເຮົາຈະຍົກເອົາຄຳຂີ້ຕົວະຂອງຜູ້ຊາຍທີ່ມັກເວົ້າເປັນປະຈຳ.

1. ຂ້ອຍບໍ່ເຄີຍເຮັດແບບນີ້ກັບໃຜ, ເຈົ້າເປັນຄົນທຳອິດ.

ປະໂຫຍກນີ້ເມື່ອສາວໆໄດ້ຍິນກໍອາດຈະຍິ້ມແກ້ມບານ, ແຕ່ຕ້ອງແນ່ໃຈກ່ອນວ່າເຮົາຮູ້ຈັກຜູ້ຊາຍຄົນນັ້ນດີແລ້ວບໍ, ເພາະຜ່ານມາເຂົາອາດເຄີຍເວົ້າແບບນີ້ກັບແມ່ຍິງຄົນອື່ນມາແລ້ວ, ສະນັ້ນ ຢ່າຫຼົງເຊື່ອ ແລະເພື່ອໃຈໄວ້ຈະເປັນການດີ.

2. ເຊື່ອຂ້ອຍເຖາະ! ມັນບໍ່ມີຫຍັງ

ຖ້າປະໂຫຍກນີ້ອອກມາຈາກປາກຜູ້ຊາຍຄົນເກົ່າຫຼາຍຄັ້ງສະແດງວ່າຄວາມສຳພັນຂອງພວກເຈົ້າທັງສອງເລີ່ມຈະບໍ່ໝັ້ນຄົງ, ເພາະເປັນຄຳເວົ້າທີ່ເຮັດໃຫ້ເຈົ້າຮູ້ສຶກບໍ່ເຊື່ອໃຈຜູ້ຊາຍຄົນນີ້ອີກຕໍ່ໄປ.

3. ຜູ້ຍິງຄົນນັ້ນເປັນພຽງໝູ່, ຢ່າຄິດຫຼາຍ

ມັນອາດເປັນຄວາມຈິງຜູ້ຍິງທີ່ເວົ້າເຖິງອາດເປັນພຽງໝູ່ໃນກຸ່ມດຽວກັນ, ແຕ່ເຈົ້າກໍຕ້ອງສັງເກດເບິ່ງພຶດຕິກຳຂອງຄົນທີ່ເຈົ້າຮັກ, ຖ້າຫາກເຂົາມີນິໄສເຈົ້າຊູ້ກໍເປັນສິ່ງທີ່ເຊື່ອໃຈບໍ່ໄດ້.

4. ຂ້ອຍຂໍໂທດມັນຈະບໍ່ເກີດເລື່ອງແບບນີ້ຂຶ້ນອີກ

ການໃຫ້ອະໄພ ແລະໃຫ້ໂອກາດບໍ່ຄວນມີຊ້ຳເປັນຄັ້ງທີ່ສາມ, ເພາະຄວາມຜິດຄັ້ງທີ່ໜຶ່ງອາດເກີດຈາກຄວາມບໍ່ຮູ້, ຄັ້ງທີ່ສອງອາດເກີດຈາກຄວາມຕັ້ງໃຈ, ແຕ່ເມື່ອມີຄັ້ງທີ່ສາມສະແດງວ່າການຍົກໂທດໃຫ້ບໍ່ໄດ້ມີຜົນສັກສິດສຳລັບເຂົາເລີຍ.

5. ຂ້ອຍຮັກເຈົ້າທີ່ສຸດ, ຢາກໃຫ້ເຈົ້າເປັນຂອງຂ້ອຍຄົນດຽວ

ເປັນປະໂຫຍກທີ່ຜູ້ຊາຍເຈົ້າຊູ້ມັກເວົ້າໃຫ້ແມ່ຍິງຕາຍໃຈ ແລະມັນກໍເປັນປະໂຫຍກທີ່ໃຊ້ໄດ້ຜົນສຳລັບເຂົາ.

6. ຂ້ອຍເປັນແບບນີ້ຕັ້ງແຕ່ເຮົາຍັງບໍ່ໄດ້ລົມກັນ

ຫາກຄົນຮັກຂອງທ່ານເວົ້າປະໂຫຍກນີ້ອອກມາສະແດງວ່າເຂົາບໍ່ຄິດທີ່ຈະປ່ຽນແປງຫຍັງຕົນເອງເພື່ອເຈົ້າ, ບໍ່ຄິດທີ່ຈະປັບຕົວເຂົ້າຫາກັນ, ເປັນຄຳເວົ້າທີ່ຄ້າຍຄືກັບວ່າບໍ່ສົນໃຈຄວາມຮູ້ສຶກຂອງເຈົ້າ.

7. ຊ່ວງນີ້ຂ້ອຍບໍ່ວ່າງ, ຄາວຽກ, ຄາປະຊຸມ

ຖ້າເຂົາເອົາວຽກມາອ້າງໃນເວລາທີ່ເຈົ້າຢາກພົບ, ເວລາເຈົ້າເດືອດຮ້ອນສິ່ງດັ່ງກ່າວເປັນສັນຍານທີ່ບໍ່ດີກ່ຽວກັບຄວາມສຳພັນ.

8. ຂ້ອຍບໍ່ໄດ້ຢາກໄປ, ແຕ່ໝູ່ບັງຄັບ

ເປັນປະໂຫຍກທີ່ຜູ້ຊາຍສ່ວນຫຼາຍໃຊ້ເປັນຂໍ້ອ້າງເພື່ອຫຼີກລ່ຽງຄວາມຜິດເວລາ, ຖ້າຫາກດົນໆເຂົາອອກໄປຫາໝູ່ກໍຄວນປ່ອຍໃຫ້ເຂົາໄດ້ອອກໄປເພື່ອຜ່ອນຄາຍ, ແຕ່ຖ້າອອກໄປເລື້ອຍໆພ້ອມທັງອ້າງປະໂຫຍກນີ້ເປັນປະຈຳມັນກໍຈະເກີນຄວາມອົດທົນ.

9. ຂ້ອຍຂໍນອນກອດ

ມີພຽງຜູ້ຊາຍສ່ວນໜ້ອຍທີ່ຈະເຮັດຕາມຄຳເວົ້າຂອງຕົນເອງໄດ້, ດັ່ງນັ້ນ ເມື່ອເຈົ້າໄດ້ຍິນປະໂຫຍກແບບນີ້ກໍຄວນກຽມຕົວໃຫ້ດີ ແລະຕັດສິນໃຈໃຫ້ເດັດຂາດ, ເພາະຄວາມໝາຍເລິກໆຂອງປະໂຫຍກອາດບໍ່ແມ່ນແບບນັ້ນ.

No comments:

Post a Comment