ເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຄຳມ່ວນ ໄດ້ກັກຕົວທ້າວ ວັນພິລາ ອາຍຸ 28 ປີ ຢູ່ບ້ານຫາດຊຽງດີ ເມືອງໜອງບົກ ແຂວງຄຳມ່ວນ ໃນວັນທີ 16 ທັນວາ 2017 ໃນຂະນະທີ່ເອົາຢາບ້າໄປສົ່ງໃຫ້ຜູ້ສັ່ງຊື້ ຄື ໂຊເຟີຂັບລົດຫີນກາວ ຢູ່ຂອບເຂດໂຮງງານຊີມັງ ບ້ານນາຄຳ ເມືອງມະຫາໄຊ ແຂວງຄຳມ່ວນ ພ້ອມທັງຢຶດຢາບ້າ ຈຳນວນ 31.928 ເມັດ ໄປດໍາເນີນການສືບສວນ-ສອບສວນຂະຫຍາຍຜົນຫາຜູ້ຮ່ວມຂະບວນການນໍາກັນ.
ເຈົ້າໜ້າທີ່ຕໍາຫຼວດວິຊາສະເພາະ ປກສ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ພາຍຫຼັງໄດ້ສືບຮູ້ວ່າ ໃນວັນທີ 16 ທັນວາ 2017, ທ້າວ ວັນພິລາ ຈະລັກລອບເຄື່ອນໄຫວເອົາຢາບ້າຈໍານວນຫຼາຍໄປສົ່ງໃຫ້ຜູ້ສັ່ງຊື້ ຢູ່ເຂດໂຮງງານຊີມັງ ບ້ານນາຄຳ ເມືອງມະຫາໄຊ ແຂວງຄຳມ່ວນ; ດັ່ງນັ້ນ, ເຈົ້າໜ້າທີ່ວິຊາສະເພາະ ຈຶ່ງໄດ້ວາງແຜນການສະກັດກັ້ນ ແລະ ຕິດຕາມກວດກາເປົ້າໝາຍຢູ່ຈຸດດັ່ງກ່າວ. ມາຮອດເວລາ 11:00 ໂມງ ຂອງວັນດຽວກັນ ຈຶ່ງໄດ້ພົບເຫັນເປົ້າໝາຍກໍາລັງເອົາຢາບ້າຍື່ນໃຫ້ກັນ ຈຶ່ງເຂົ້າຈັບກຸມ ແຕ່ຈັບຕົວໄດ້ແຕ່ທ້າວ ວັນພິລາ ສ່ວນຜູ້ສັ່ງຊື້ເອົາຕົວລົບໜີໄປໄດ້.
ຜ່ານການສືບສວນ-ສອບສວນເບື້ອງຕົ້ນ, ທ້າວ ວັນພິລາ ຮັບສາລະພາບວ່າ: ຢາບ້າຈຳນວນດັ່ງກ່າວ ບໍ່ແມ່ນຂອງຜູ້ກ່ຽວ ພຽງແຕ່ຮັບຈ້າງໄປສົ່ງໃຫ້ນາຍໜ້າ ເພື່ອເອົາໄປສົ່ງໃຫ້ໂຊເຟີຂັບລົດຫີນກາວ ທີ່ອອກປະເທດເພື່ອນບ້ານ ໃນຂະນະທີ່ກໍາລັງສົ່ງໃຫ້ກັນ ມີເຈົ້າໜ້າທີ່ຕໍາຫຼວດເຂົ້າຈັບຕົວກ່ອນພ້ອມຂອງກາງຈໍານວນດັ່ງກ່າວ. ປະຈຸບັນ, ເຈົ້າໜ້າທີ່ກຳລັງດຳເນີນການສືບສວນ-ສອບສວນຂະຫຍາຍຜົນຫາຜູ້ຮ່ວມຂະບວນການກະທຳຜິດຄັ້ງນີ້ ມາດຳເນີນຄະດີຕາມກົດໝາຍ.
ພາບ ແລະ ຂ່າວ: ນສພ ຄວາມສະຫງົບ



No comments:
Post a Comment