ໃນວັນທີ 20 ທັນວາ 2017 ຜ່ານມາ ນັກສຶກສາລາວທີ່ກຳລັງສຶກສາລະດັບປະລິນຍາເອກ ສາຂາການເງິນໄດ້ຮັບລາງວັນນັກສຶກສາດີເດັ່ນປະຈຳປີຈາກ CSC .
ທ. ໄຄສີ ສຣິດທິລາດ ແມ່ນັກສຶກສາປະລິນຍາເອກ ສາຂາ ການເງິນ ຢູ່ມະຫາວິທະຍາໄລເສດຖະກິດ-ການເງິນພາກຕາເວັນອອກສ່ຽງເໜືອແຂວງຫຼຽວນິງ, ເມືອງຕ້າຫຼຽນ, ສຳລັບນັກສຶກສາດີເດັ່ນປະຈຳປີຂອງ CSC ຈະໄດ້ຮັບໃບຍ້ອງຍໍ ແລະ ເງິນລາງວັນ (30,000 ສາມສິບພັນ ຢວນ) ລາງວັນດັ່ງກ່າວແມ່ນໄດ້ຖືກຄັດເລືອກເອົານັກສຶກສາຕ່າງປະເທດທີ່ຮຽນຢູ່ ສປ.ຈີນ ຈຳນວນ 500 ຄົນ ໂດຍຄັດເລືອກຈາກມະຫາວິທະຍາໄລຕ່າງໆທົ່ວປະເທດຈີນ (184 ແຫ່ງ) ເຊິ່ງເປັນລາງວັນສູງສຸດຂອງ CSC ທີ່ມອບໃຫ້ນັກສຶກສາຕ່າງປະເທດທີ່ກຳລັງສຶກສາຢູ່ ສປ.ຈີນ.




No comments:
Post a Comment