728x90 AdSpace

LightBlog

Breaking

1.01.2018

ທີເຄ ກຣຸບ ຈິດອາສາ ຮ່ວມແຮງຮ່ວມໃຈ ພັດທະນາໂຮງຮຽນ ພັດທະນາການສຶກສາ ຄັ້ງທີ 1

ໂຄງການ ທີເຄ ກຣຸບ ຈິດອາສາ ຮ່ວມແຮງ ຮ່ວມໃຈ ພັດທະນາໂຮງຮຽນ ພັດທະນາການສຶກສາ ຄັ້ງທີ I ທີ່ ໂຮງຮຽນ ປະຖົມສົມບູນ ຫ້ວຍປາມ້ອມ: ໃນວັນທີ 11 ພະຈິກ 2017 ທາງ ບໍລິສັດ ທີເຄ ກຣຸບ ຈໍາກັດ ໄດ້ມີໂອກາດ ດໍາເນີນການຈັດຕັ້ງ ໂຄງການ ພາຍໃຕ້ຊື່ : “ ທີເຄ ກຣຸບ ຈິດອາສາ ຮ່ວມແຮງ ຮ່ວມໃຈ ພັດທະນາໂຮງຮຽນ ພັດທະນາການສຶກສາ ຄັ້ງທີ I ” ທີ່ ໂຮງຮຽນ ປະຖົມສົມບູນ ຫ້ວຍປາມ້ອມ , ບ້ານ ຫ້ວຍປາມ້ອມ , ເມືອງວັງວຽງ , ແຂວງວຽງຈັນ ເຊິ່ງພາຍໃຕ້ການນໍາພາໂດຍ ທ່ານ ທັດນະຄອນ ທໍາມະວົງ ປະທານ ບໍລິສັດ ທີເຄ ກຣຸບ ຈໍາກັດ ພ້ອມດ້ວຍຄະນະຜູ້ບໍລິຫານ ແລະ ບັນດາພະນັກງານ.

ຈຸດປະສົງຂອງໂຄງການນີ້ ແມ່ນເພື່ອ ຊ່ວຍເຫຼືອ ພັດທະນາ ການສຶກສາ ໃນເຂດຊົນນະບົດໃຫ້ມີສະພາບທີ່ດີຂື້ນກວ່າເກົ່າ ແລະ ພ້ອມກັນນັ້ນຍັງເປັນການເປີດໂອກາດໃຫ້ບັນດານ້ອງໆນັກຮຽນໄດ້ເປີດໂລກທະທັດກ້ວາງໄກ ໄດ້ຮຽນຮູ້ສິ່ງໃໝ່ໆເພີ່ມຕື່ມອີກດ້ວຍ. ເຊິ່ງໃນການຊ່ວຍເຫຼືອຄັ້ງນີ້ ລວມມີ ການສ້ອມແປງຕຶກອາຄານຫ້ອງຮຽນ, ອຸປະກອນການສຶກສາ , ອຸປະກອນເຄື່ອງໃຊ້ຫ້ອງການ , ອຸປະກອນເຄື່ອງໃຊ້ໄຟຟ້າ ແລະ ເຄື່ອງນຸ່ງຫົ່ມ ເປັນຈໍານວນເງິນທັງໝົດ: 22,963,480 ກີບ. ໃຫ້ແກ່ ບັນດານ້ອງໆນັກຮຽນ ແລະ ຕ່າງໜ້າຜູ້ປົກຄອງ ແລະ ຕ່າງໜ້າ ມອບ-ຮັບ ໂດຍ ທ່ານ ສຸດາ ສາຍສໍາພັນ ຜູ້ອໍານວຍການໂຮງຮຽນ ພ້ອມດ້ວຍບັນດາຄູອາຈານເຂົ້າຮ່ວມ ຢ່າງເປັນທາງການ.

No comments:

Post a Comment