728x90 AdSpace

LightBlog

Breaking

1.14.2018

4 ເຫດຜົນສຳຄັນທີ່ເຮັດໃຫ້ນ້ອງຊ່ຍບໍ່ແຂງໂຕ...?? ມີຫຍັງແດ່ກົດເພື່ອອ່ານ


" ອະໄວຍະວະເພດຊາຍບໍ່ແຂງໂຕ " ເປັນບັນຫາໃຫຍ່ຫຼາຍທີ່ສ້າງຄວາມຮູ້ສືກກັງວົນໃຈໃຫ້ກັບທ່ານຊາຍຢ່າງຫຼວງຫຼາຍ ແລະເປັນສ່ວນໜື່ງໃນອາການໂລກເຊື່ອມສະພາບທາງເພດ ຫຼື ອີກຢ່າງໜື່ງທີ່ເອີ້ນຕິດປາກໃນວົງການແພດວ່າ ED ນັ້ນເອງ ສຳຫຼັບປັດໃຈທີ່ນຳໄປສູ່ການເກີດພາວະ, ອະໄວຍະວະບໍແຂງໂຕຂອງຜູ້ຊາຍນັ້ນເອງ ມີຫຼາກຫຼາຍສາເຫດແຕ່ສາເຫດຫຼັກໆ ທີ່ສາມາດພົບໄດ້ທົ່ວໄປນັ້ນ ມີຢູ່ 4 ປະການດັ່ງທີ່ຄອບຄົວ Ovolva.com ໄດ້ເຮັດການລວບລວມເອົາມາຟາກໄວ້ໃນຖານະຂອງຂໍ້ມູນໃນບົດຄວາມລຸ່ມນີ້:


** ສາເຫດສຳຄັນຫຍັງແດ່ ທີ່ນຳຜູ້ຊາຍໄປສູ່ການເກີດບັນຫາ ອະໄວຍະວະເພດບໍ່ແຂງໂຕ **

1.ຄວາມວິຕົກກັງວົນ.
ຜູ້ຊາຍຫຼາຍຄົນ ໃນຄະນະທີ່ກຳລັງມີເພດສຳພັນກັບຄູ່ນອນຄົນໃຫມ່ ອາດເກີດຄວາມວິຕົກກັງວົນທີ່ສືບເນື່ອງຫຼາຍຈາກປະສົບການທີ່ບໍ່ດີຈາກຄູ່ນອນຄົນເກົ່າ ເຊັ່ນ ເຄີຍຖືກວ່າລີລາເທີງຕຽງເປັນໄກ່ອ່ອນຢ້ານວ່າໂຕເອງຈະເຮັດໃຫ້ອີກຝ່າຍບໍ່ບັນລຸຈຸສຸດຍອດໄດ້ ສີ່ງເຫຼົ່ານີ້ລ້ວນແຕ່ສ້າງຄວາມວິຕົກກັງວົນຈົນເຮັດໃຫ້ ອະໄວຍະວະເພດບໍ່ແຂງໂຕເຊັ່ນກັນ.


2.ອາຍຸ
ເປັນສາເຫດທີ່ເຮັດໃຫ້ ອະໄວຍະວະເພດບໍ່ແຂງໂຕ ທີ່ພົບຕະຫຼອດແລະຫຼາຍທີ່ສຸດ ຜູ້ຊາຍທີ່ມີອາຍຸລະຫວ່າງ 55- 59ປີມີແນວໂນ່ມທີ່ຈະປະສົບກັບບັນຫາອະໄວຍະວະເພດບໍ່ແຂງໂຕຫຼາຍທີ່ສຸດ ໃນຂະນະທີ່ຜຜູ້ຊາຍອາຍຸ 18-24 ປີກໍ່ມີໂອກາດທີ່ອະໄວຍະເພດບໍ່ແຂງໂຕ ປະມານ 14% ແຕ່ບໍ່ແມ່ນວ່າຜູ້ຊາຍທີ່ອາຍຸຫຼາຍກ່ວາ55 ປີຈະຕ້ອງປະສົບບັນຫານີ້ທຸກຄົນ.

3.ການໄຫຼວຽນທີ່ບໍ່ຄ່ອຍດີຂອງເລືອດ.


ເປັນອີກໜື່ງສາເຫດທີ່ເຮັດໃຫ້ ອະໄວຍະວະເພດບໍ່ແຂງໂຕ ທີ່ພົບຕະຫຼອດເຊັ່ນກັນ ການໄຫຼວຽນຂອງເລືອດທີ່ບໍ່ເຫມາະສົມໂດຍສະເພາະໃນບໍລິເວນເນື້ອເຍື້ອທີ່ຢູ່ຕະຫຼອດຄວາມຍາວຂອງອະໄວຍະເພດຊາຍທີ່ຖືກຈຳກັດເອົາໄວ້ສົ່ງຜົນຕໍ່ການແຂງໂຕຂອງອະໄວຍະວະເພດຊາຍຢ່າງຫຼວງຫຼາຍ ຍີ່ງຜູ້ທີ່ມີບັນຫາຄວາມດັນເລືອດຕຳ່ ,ເລືອດອຸດຕັນ, ຫຼື ບັນຫາຫົວໃຈກໍ່ຍີ່ງເກີດໂອກາດໃຫ້ອະໄວຍະເພດບໍແຂງໂຕຫຼາຍກ່ວາປົກກະຕິຂື້ນໄປອີກ.

4. ແອວກໍຮໍ ແລຢາບາງປະເພດ.
ເປັນອີກໜື່ງສາເຫດທີ່ເຮັດໃຫ້ ອະໄວຍະວະເພດຊາຍບໍ່ແຂງໂຕ ແລະຍັງເພີ່ມຄວາມສ່ຽງໃຫ້ບັນຫາຍີ່ງລຸກລາມຫຼາຍຂື້ນ ນອກຈາກຍາ ແລະ ແອວກໍຮໍແລ້ວ ຢາເສບຕິດບາງປະເພດກໍອາດເຮັດໃຫ້ເກີດບັນຫາໃນຂະນະທີ່ປະຕິບັດກິດຈະກຳທາງເພດໄດ້ຄືກັນ.


ທີ່ມາ: https://www.ovolva.com

No comments:

Post a Comment