ໃນວັນທີ 16 ມັງກອນ 2018 ນີ້ ກອງພັນໃຫຍ່ 703 ໄດ້ຈັດຕັ້ງສະຫລຸບຖອດຖອນ ບົດຮຽນວຽກງານກໍ່ສ້າງຮາກ ຖານການເມືອງຂຶ້ນ ໂດຍເປັນປະ ທານຂອງພັນເອກ ສູນທອນ ພົມ ມະເສນ ຫົວໜ້າ ການເມືອງກອງ ພັນໃຫຍ່ 703 , ເປັນກຽດເຂົ້າ ຮ່ວມຂອງທ່ານ ສົມໄຊ ແສງປະ ດິດ ຫົວໜ້າຫ້ອງວ່າການເມືອງ ສີໂຄດ ຕາງໜ້າຄະນະພັກເມືອງ ມີຄະນະພັກ-ຄະນະບັນຊາຕະ ຫຼອດຮອດພະນັກງານ ລົງກໍ່ສ້າງຮາກຖານ ແລະ ອຳນາດການ ປົກຄອງບ້ານ 8 ໝູ່ບ້ານອ້ອມ ຂ້າງເຂົ້າຮ່ວມ.
ໃນໂອກາດນີ້ພັນໂທ ສາຍຄຳ ລໍປາຢາວ ຫົວໜ້າຂະແໜງກໍ່ ສ້າງຮາກຖານກອງພັນໃຫຍ່ 703 ໄດ້ຜ່ານບົດສະຫຼຸບຕີລາຄາ ຄືນໃນໄລຍະ 1 ປີຜ່ານມາ ໂດຍ ຍົກໃຫ້ເຫັນຕໍ່ຜົນງານຫລາຍ ດ້ານ ໂດຍສະ ເພາະທາງດ້ານ ການເມືອງໃນ 8 ໝູ່ບ້ານທີ່ຢູ່ໃນ ຂອບເຂດກອງພັນໃຫຍ່ 703 ຮັບຜິດຊອບແມ່ນໄດ້ມີຄວາມສະ ຫງົບ ແຕ່ລະໝູ່ບ້ານແມ່ນໄດ້ໃຫ້ ຄວາມຮ່ວມມືເຂົ້າຮ່ວມໃນຂະ ບວນການຕ່າງໆເຊັ່ນ: ການສ້າງ ຜົນງານຄຳນັບຮັບຕ້ອນວັນຊາດ ທີ 2 ທັນວາ ຄົບຮອບ 42 ປີ, ວັນສ້າງຕັ້ງພັກ ປະຊາຊົນ ປະຕິ ວັດລາວຄົບຮອບ 62 ປີ ແລະ ວັນສ້າງຕັ້ງກອງທັບປະຊາຊົນ ລາວຄົບຄົບຮອບ 69 ປີ ດ້ວຍ ບັນຍາກາດເບີກບານມ່ວນຊື່ນ ແລ ມີຄວາມສະຫງົບປອດໄພ, ແຕ່ລະໄລຍະໄດ້ມີການສ່ອງ ແສງລາຍງານຕາມາລະບົບ ເພື່ອຮັບປະກັນການແກ້ໄຂໄດ້ ທັນສະພາບການໃນກອງປະຊຸມ ໄດ້ມີຫລາຍສະ ຫາຍຕາງໜ້າ ແຕ່ລະບ້ານໄດ້ປະກອບຄຳຄິດ ຄຳເຫັນເພື່ອປະກອບສ່ວນ ເຮັດໃຫ້ວຽກງານກໍ່ສ້າງຮາກ ຖານການເມືອງໄດ້ຮັບການ ປັບປຸງດີຂຶ້ນ.



No comments:
Post a Comment