ການເຄື່ອນໄຫວວຽກງານຂອງຄະນະສະມາຊິກສະພາປະຊາຊົນເພດຍິງ ແຂວງຄຳມ່ວນ ປະຈຳປີ 2017 ແມ່ນໄດ້ຖືສຳຄັນຕໍ່ວຽກງານການເມືອງ-ແນວຄິດໃຫ້ມີການດຳເນີນຊີວິດການເມືອງຢ່າງເປັນປົກກະຕິ, ປັບປຸງກົງຈັກການຈັດຕັ້ງ ແລະ ແບບແຜນວິທີເຮັດວຽກໃຫ້ສອດຄ່ອງ ແລະ ເຂົ້າສູ່ລະບົບຕາມກົດໝາຍ, ລະບຽບການ ເຮັດໃຫ້ມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ, ມີຄວາມກະຕືລືລົ້ນ ແລະ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານທີ່ຂັ້ນເທິງມອບໝາຍ.
ຜ່ານການຈັດຕັ້ງປະຕິບັດວຽກງານ 1 ປີຜ່ານມາ ຄະນະສະມາຊິກສະພາເພດຍິງແຂວງໄດ້ເຂົ້າຮ່ວມຄົ້ນຄວ້າການປະກອບຄຳຄິດຄຳເຫັນໃສ່ຮ່າງກົດໝາຍ, ນິຕິກຳຂອງບັນດາພະແນກການຕ່າງໆ ເພື່ອນຳເຂົ້າຄົ້ນຄວ້າພິຈາລະນາເຂົ້າໃນກອງປະຊຸມຂອງສະພາແຫ່ງຊາດ ແລະ ກອງປະຊຸມຂອງສະພາຂັ້ນແຂວງ ພ້ອມທັງການເຂົ້າຮ່ວມຮັບຮອງເອົາແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ໂຄງການກໍ່ສ້າງ ແລະ ບັນຫາສຳຄັນອື່ນໆຂອງແຂວງ, ຕິດຕາມ, ຊຸກຍູ້ ຈັດຕັ້ງປະຕິບັດກົດໝາຍ, ນິຕິກຳ, ລະບຽບການຕ່າງໆ ແລະ ແຜນຍຸດທະສາດກ່ຽວກັບການສົ່ງເສີມຄວາມສະເໝີພາບຍິງ-ຊາຍ, ການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະ ການປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງແມ່ຍິງ ແລະ ເດັກຂອງບັນດາພະແນກການ ແລະ ບັນດາເມືອງ, ໄດ້ນຳເອົາຜົນສຳເລັດຂອງກອງປະຊຸມສະພາແຫ່ງຊາດ, ສະພາປະຊາຊົນແຂວງລົງໄປເຜີຍແຜ່ ເຊິ່ງລວມມີ 159 ຈຸດໃຫຍ່, ມີຜູ້ເຂົ້າຮ່ວມຮັບຟັງທັງໝົດ 43 ພັນກວ່າເທື່ອຄົນ ໃນນັ້ນມີຍິງ 27 ພັນກວ່າເທື່ອຄົນ ພ້ອມທັງນຳເອົາວັດຖຸ ແລະ ເຄື່ອງອຸປະໂພກ-ບໍລິໂພກຈຳນວນໜຶ່ງ ລົງມອບໃຫ້ແກ່ປະຊາຊົນທີ່ຖືກຜົນກະທົບຈາກໄພທຳມະຊາດ, ພ້ອມນັ້ນກໍ່ໄດ້ຍາດແຍ່ງທຶນຮອນຈາກຕ່າງປະເທດເພື່ອປະກອບສ່ວນເຂົ້າໃນການພັດທະນາເຂດເລືອກຕັ້ງຂອງຕົນ ລວມມູນຄ່າ 105 ລ້ານກວ່າກີບ ແລະ 66 ພັນກວ່າໂດລາສະຫະລັດ ແລະ ວຽກງານອື່ນໆອີກຈຳນວນໜຶ່ງ.
ນອກນັ້ນຄະນະສະມາຊິກສະພາເພດຍິງຍັງໄດ້ຜ່ານແຜນການເຄື່ອນໄຫວປະຈຳປີ 2018 ເພື່ອໃຫ້ສອດຄ່ອງກັບແຜນ 5 ປີຂອງສະມາຊິກສະພາແຫ່ງຊາດເພດຍິງ, ສະມາຊິກສະພາປະຊາຊົນເພດຍິງ ທີ່ໄດ້ກຳນົດໄວ້ ເພື່ອເພີ່ມທະວີຄວາມຮັບຜິດຊອບ, ແນໃສ່ຮັບປະກັນການຈັດຕັ້ງປະຕິບັດພາລະບົດບາດຂອງຕົນໃນແຕ່ລະໄລຍະໃຫ້ສຳເລັດຜົນ, ເພື່ອຍົກສູງຄວາມຮັບຜິດຊອບ ແລະ ຄຸນນະພາບໃນການເຄື່ອນໄຫວ ຂອງຄະນະສະມາຊິກສະພາປະຊາຊົນເພດຍິງ ໃນການເປັນເສນາທິການໃຫ້ແກ່ຄະນະປະຈຳສະພາປະຊາຊົນແຂວງ ໃນຂົງເຂດວຽກງານແມ່ຍິງ ແລະ ເດັກ ແລະ ວຽກງານອື່ນໆຕາມການມອບໝາຍ.
ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 29 ມັງກອນ 2018 ທີ່ສະພາປະຊາຊົນແຂວງຄຳມ່ວນ ໂດຍມີທ່ານ ນາງ ວຽງມະນີ ຈັນທະນະສິນ ຮອງປະທານສະພາປະຊາຊົນແຂວງ, ທ່ານ ນາງກ້ອນແກ້ວ ຫຼວງໄຊມຸງຄຸນ ປະທານສະມາຊິກສະພາປະຊາຊົນເພດຍິງແຂວງຄຳມ່ວນ, ມີຕາງໜ້າຈາກພະແນກການອ້ອມຂ້າງ ແລະ ຄະນະສະມາຊິກສະພາປະຊາຊົນປະຈຳບັນດາເມືອງເຂົ້າຮ່ວມ.



No comments:
Post a Comment