728x90 AdSpace

LightBlog

Breaking

1.10.2018

ເຫດລົດໃຫຍ່ຕັດໜ້າລົດຈັກລົດຈັກລົ້ມລົດໃຫຍ່ອີກຄັນມາຢຽບຊໍ້າ

ເຫດລົດໃຫຍ່ຕັດໜ້າລົດຈັກແລ້ວເຮັດໃຫ້ລົດຈັກເສຍຫຼັກລົ້ມລົງ ແລະມີລົດໃຫຍ່ອີກຄັນມາຢຽບຊໍ້າ(ອາການສາຫັດ)

ວັນພຸດ ວັນທີ10/01/2018ເວລາ17:55ນາທີ

ໄດ້ຮັບແຈ້ງຈາກປະຊາຊົນເຂົ້າເບີສຸກເສີນ1628ວ່າມີລົດໃຫຍ່ຕັດໜ້າລົດຈັກແລ້ວເຮັດໃຫ້ລົດຈັກເສຍຫຼັກລົ້ມລົງແລະມີລົດໃຫຍ່ອີກຄັນມາຢຽບຊໍ້າ ເຂດໜ້າຮ້ານອາຫານລຳເນົາ ບ້ານສົມຫວັງ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ

ໜ່ວຍກູ້ໄພມູນນິທິຈີນ1628ໄດ້ອອກກວດສອບເຫດພົບຜູ້ບາດເຈັບ1ຄົນເປັນເພດຍິງ ອາການເບື້ອງຕົ້ນແມ່ນ:

-ມີບາດແຜຕາມແຂນຂາ.ຫົວແຕກ.ຄາງຈີກ.ກະທົບພາຍໃນ.ແໜ້ນໜ້າເອີກ ແລະຊີບພະຈອນເຕັ້ນຕຳ່

ດັ່ງນັ້ນໜ່ວຍກູ້ໄພມູນນິທິຈີນ1628ຈື່ງໄດ້ປະຖົມພະຍາບານຂັ້ນຕົ້ນແລ້ວ(ນຳສົ່ງຜູ້ບາດເຈັບໄປໂຮງໝໍມິດຕະພາບ150ຕຽງ)

-ພົບອຸປະຕິເຫດຕາມທ້ອງຖະໜົນ

-ຜູ້ປ່ວຍສຸກເສີນຕ່າງໆໂທແຈ້ງ1628ໄດ້24ຊົ່ວໂມງ

-ຫ້າມໂທກວນ

Add caption

No comments:

Post a Comment