728x90 AdSpace

LightBlog

Breaking

1.03.2018

ພະນັກງານໄຟຟ້າຖືກໄຟຟ້າຊ໋ອດເສຍຊີວິດ ຂະນະປະຕິບັດວຽກງານ ຍ້ອນມອດໄຟບໍ່ໝົດ!


ນະຄອນຫຼວງວຽງຈັນ: ລາຍງານຈາກ ໄຟຟ້າ ນະຄອນຫຼວງໃຫ້ຮູ້ວ່າ ໃນວັນທີ 2​ ມັງກອນ 2018 ໃຫ້ຮູ້ວ່າ ເວລາ 7:50​ ເກີດເຫດໄຟຟ້າຊ໋ອດ ພະນັກງານໄຟຟ້າ ເສຍຊີວິດ ທີ່ເຂດບ້ານທົ່ງມັງ, ເມືອງໄຊທານີ,​ ນະຄອນຫຼວງວຽງຈັນ.

ຜູ່ເສຍຊີວິດ ຊື່ ທ້າວມິນທະດາ ພົມມະໄກສອນ ອາຍຸ 28 ປີ ພະນັກງານ ສັງກັດຂອງພະແນກຄຸ້ມຄອງ ລະບົບ ເມືອງໄຊທານີ. ສາເຫດຂອງອຸບັດຕິເຫດ ແມ່ນຍ້ອນ ບໍ່ຮອບຄອບ ຕັດໄຟຟ້າບໍ່ໝົດ. ເພາະເສົາໄຟດັ່ງກ່າວ ມີສາຍແຈກ 3​ສາຍ, ແຕ່ມີການມອດໄຟແຕ່ 2 ສາຍ, ຍັງສາຍ 1​ທີ່ມີໄຟຟ້າ ຈົນເຮັດໃຫ້ເກດເຫດສະຫຼົດດັ່ງກ່າວ.

ເປັນອຸທາຫອນ ແກ່ການປະຕິບັດວຽກງານ ທີ່ຕ້ອງສຳພັດ ກັບອຸປະກອນໄຟຟ້າ ຕ້ອງໄດ້ຍົກສູງ ຄວາມລະມັດລະວັງ ແລະ ປ້ອງກັນໄວ້ດີທີສຸດ. ສຳຄັນ ສຸດປະຕິວັດງານຂອງພະນັກງານໄຟຟ້າ ຕ້ອງມີຄວາມປອດໄພທີ່ສູງທີ່ສຸດ. ເພື່ອບໍ່ໃຫ້ເຫດການເຊັນນີ້ເກີດຂຶ້ນ.


No comments:

Post a Comment