728x90 AdSpace

LightBlog

Breaking

1.03.2018

ກອງປະຊຸມໃຫຍ່ຄັ້ງທີ V ຂອງແມ່ຍິງຮາກຖານ ມສ ນໍ້າເງິນ


ໄດ້ຂຶ້ນໃນວັນທີ 28 ທັນວາ 2017 ຢູ່ທີ່ ໂຮງຮຽນ ມສ ນ້ຳເງິນ ເມືອງເງິນ ແຂວງ ໄຊຍະບູລີ ພາຍໃຕ້ການເປັນປະທານຂອງສະຫາຍ ນາງ ຈິນທະນາ ພິພັດເສລີ ປະທານສະຫະພັນແມ່ຍິງຮາກຖານ ມສ ນ້ຳເງິນ, ເປັນກຽດເຂົ້າຮ່ວມຂອງສະຫາຍ ນາງ ບົວຄຳ ຈັນທະວິໄລ ສະມາຊິກ ສະພາປະຊາຊົນຂັ້ນແຂວງ, ຄະນະບໍລິຫານສະຫະພັນແມ່ຍິງແຂວງ ກຳມະການພັກເມືອງ ປະທານສະຫະພັນແມ່ຍິງເມືອງ, ມີເລຂາໜ່ວຍພັກ, ປະທານສະຫະພັນແມ່ຍິງໜ່ວຍອ້ອມຂ້າງ, ແຂກ, ສະຫະພັນແມ່ຍິງເຂົ້າຮ່ວມທັງໝົດ 82 ສະຫາຍ ໃນນີ້ມີຜູ້ແທນສົມບູນ 71 ສະຫາຍ.

ກອງປະຊຸມສະຫາຍ ນາງ ແສງເດືອນ ສາຍວົງສາ ຮອງປະທານສະຫະພັນແມ່ຍິງຮາກຖານ ມສ ນ້ຳເງິນໄດ້ຜ່ານຮ່າງບົດລາຍງານການເມືອງທັງສອງພາກ ເຊິ່ງຍົກໃຫ້ເຫັນດ້ານດີ, ດ້ານອ່ອນ ຂໍ້ຄົງຄ້າງ. ສະຫະພັນແມ່ຍິງຮາກຖານ ມສ ນ້ຳເງິນ ມີສະມາຊິກ 72 ສະຫາຍ ແບ່ງອອກເປັນ 5 ໜ່ວຍຮ່ວມຊີວິດ, ຜ່ານມາເອື້ອຍນ້ອງແມ່ຍິງໜ່ວຍແມ່ນມີແນວຄິດອຸ່ນອ່ຽງທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນຳພາຂອງພັກ, ປະກອບສ່ວນເຂົ້າໃນແຜນພັດທະນາແມ່ຍິງເມືອງ, ແຜນການຂອງພັກ ແລະ ຂໍ້ແຂ່ງຂັນ 3 ດີຂອງສະຫະພັນແມ່ຍິງວາງອອກໄດ້ດີ.
ກອງປະຊຸມໄດ້ຜ່ານບົດສຳຫຼວດການນຳພາຂອງຄະນະສະຫະພັນແມ່ຍິງຊຸດເກົ່າ ພ້ອມທັງກ່າວລາໜ້າທີ່, ຈາກນັ້ນກໍ່ໄດ້ໃຊ້ສິດປະຊາທິປະໄຕ ປ່ອນບັດເອົາຄະນະສະຫະພັນຊຸດໃໝາ ເຊິ່ງມີຜູ້ສະໝັກ 7 ສະຫາຍ ເລືອກເອົາ 5 ສະຫາຍ, ກອງປະຊຸມຄັ້ງປະຖົມມະລຶກໄດ້ຄົ້ນຄວ້າ ແລະ ຄັດເລືອກເອົາ ສະຫາຍ ນາງ ຈິນທະນາ ພິພັດເສລີ ເປັນປະທານ, ສະຫາຍ ນາງ ແສງເດືອນ ສາຍວົງສາ ເປັນຮອງ ແລະ ສະຫາຍ ນາງ ຕາມົນ ຈັນປະເສີດ ເປັນຮອງ. ພ້ອມດຽວກັນນີ້ ຕາງໜ້າແຕ່ລະໜ່ວຍກໍ່ໄດ້ຜ່ານຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ ພ້ອມທັງຈັບມືແຂ່ງຂັນ.


ໂດຍ: ອິນແປງ ແຫວນຄຳ

No comments:

Post a Comment