728x90 AdSpace

LightBlog

Breaking

1.02.2018

ເກົາຫລີເຫນືອກຳລັງກຽມປ່ອຍດາວທຽມດວງໃຫມ່


ສື່ເກົາຫລີໃຕ້ລາຍງານວ່າມື້ນີ້ ເກົາຫລີເຫນືອກຳລັງກຽມປ່ອຍດາວທຽມດວງໃຫມ່ ຂະນະທີ່ຜູ້ສັງເກດການເຕືອນວ່າ ເກົາຫລີເຫນືອໃຊ້ໂຄງການອາວະກາດບັງຫນ້າການທົດສອບນິວເຄຼຍ.
ສຳນັກຂ່າວຫນັງສືພິມຈຸງອັງອິລໂບຂອງເກົາຫລີໃຕ້ລາຍງານຂ່າວວ່າ ໄດ້ຮັບຮູ້ມາຈາກຫລາຍຊ່ອງທາງເມື່ອບໍ່ດົນມານີ້ວ່າ ເກົາຫລີເຫນືອມີດາວທຽມດວງໃຫມ່ແລ້ວຊື່ ກວາງມະຢອງຊອງ-5 ຕິດກ້ອງ ແລະ ອຸປະກອນສື່ສານ ກຽມນຳເຂົ້ົາສູ່ໂຄຈອນ ຫລັງຈາກນຳດາວທຽມກວາງມະຢອງຊອງ-4 ເຂົ້າສູ່ວົງໂຄຈອນເດືອນກຸມພາ 2016 ຊື່ງຖືກຫລາຍຝ່າຍໃຫ້ທັດສະນະຄະຕິວ່າເປັນການບັງຫນ້າການທົດສອບຍິງຂີປະນາວຸດ, ດ້ານຫົວຫນ້າຄະນະເສນາທິການທະຫານຮ່ວມເກົາຫລີໃຕ້ ແຈ້ງວ່າຍັງບໍ່ມີສີ່ງຜິດປົກກະຕິໃນເວລານີ້ ແຕ່ກໍກຳລັງຈັບຕາເບີ່ງວ່າ ເກົາຫລີເຫນືອຈະດຳເນີນການຍຸແຍ່ງໃດໆ ຫລື ບໍ? ລວມເຖີງການທົດສອບຍິງຂີປະນາວຸດມິດໄຊໄກ ໂດຍໃຊ້ເລື່ອງການປ່ອຍດາວທຽມເປັນການບັງຫນ້າ. 

ທາງດ້ານຫນັງສືພິມໂຣດອງຊິນມຸນຂອງພັກແຮງງານເກົາຫລີເຫນືອລົງບົດຄວາມມື້ວານນີ້ ໂດຍໃຊ້ຫົວຂໍ້ເລື່ອງວ່າ ໂຄງການອະວາກາດຢ່າງສັນຕິແມ່ນສິດທິອັນຊອບທຳຂອງປະຊາທິປະໄຕ. ການປ່ອຍດາວທຽມຂອງເກົາຫລີເຫນືອເປັນໄປຕາມກົດຫມາຍສາກົນຢ່າງຄົບຖ້ວນ, ເລື່ອງການພັດທະນາອາວາດກາດ ກ່ອນຫນ້ານີ້ ຄິມ ອິນຮາຍອງ ຮອງເອກອັກຄະລັດຖະທູດເກົາຫລີເຫນືອປະຈຳສະຫະປະຊາຊາດ ຫລື ຢູເອັນ ກ່າວຕໍ່ກອງປະຊຸມສະມັດຊາໃຫຍ່ຢູເອັນ ໃນເດືອນ 10 ວ່າ ປີ 2016-2020 ເກົາຫລີເຫນືອມີແຜນເລື່ອງການພັດທະນາດາວທຽມທີ່ຈະຊ່ວຍພັດທະນາເສດຖະກິດ ແລະ ຍົກລະດັບຊີວິດຄວາມເປັນຢູ່ຂອງປະຊາຊົນ ເຊີ່ງສິດທິຂອງເກົາຫລີເຫນືອທີ່ຈະຜະລິດ ແລະ ປ່ອຍດາວທຽມ ແມ່ນຈະບໍ່ມີການປ່ຽນແປງພຽງແຕ່ ສະຫະລັດບໍ່ໃຫ້ການຍອມຮັບ.
ເຊື່ອກັນວ່າເກົາຫລີເຫນືຶອເລີ່ມປະສົບຄວາມສຳເລັດໃນການສົ່ງດາວທຽມເຂົ້າສູ່ວົງໂຄຈອນ ໃນເດືອນ 12/2012 ແລະ ມີແນວໂນ້ມທີ່ເກົາຫລີເຫນືອຈະປ່ອຍດາວທຽມອີກ 2 ດວງ ເປັນດາວທຽມສຳຫລວດໂລກ ແລະ ດາວທຽມສື່ສານ ໃນໄວໆນີ້, ຫລັງຈາກທີ່ລົ້ມເຫລວມາຫລາຍປີຕັ້ງແຕ່ເລີ່ມສົ່ງດາວທຽມນຳລ່ອງ ກວາງມະຢອງຊອງ-1 ດວງທຳອິດໃນປີ 1998.
ແຫລ່ງຂ່າວຕ່າງປະເທດ TNA

No comments:

Post a Comment