728x90 AdSpace

LightBlog

Breaking

1.09.2018

ຮອງປະທານ ແນວລາວສ້າງຊາດສູນກາງ ລົງເຄື່ອນໄຫວ ແລະ ຊຸກຍູ້ເຮັດວຽກງານຢູ່ເມືອງເງິນ

ວັນທີ່ 4 ມັງ ກອນ 2018 ນີ້ ຢູ່ທີ່ຫ້ອງວ່າການປົກຄອງເມືອງ ເມືອງເງິນ ແຂວງ ໄຊຍະບູລີ ທ່ານ ຄຳຫຼ້າ ລີ່ງນະສອນ ຄະນະປະຈຳສູນກາງ ແນວລາວສ້າງຊາດ ທັງເປັນຮອງປະທານ ແນວລາວສ້າງຊາດສູນກາງ ໄດ້ລົງເຄື່ອນໄຫວ ແລະ ຊຸກຍູ້ວຽກງານແນວລາວສ້າງຊາດຢູ່ເມືອງເງິນ ເຊີ່ງໃຫ້ການຕ້ອນຮັບຈາກ ທ່ານ ສອນສຸກ ພວງແກ້ວ ຮອງເລຂາພັກເມືອງ ຮອງເຈົ້າເມືອງ ພ້ອມດ້ວຍຮອງປະທານແນວລາວສ້າງຊາດແຂວງ,ເມືອງ ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ.

          ການມາຢ້ຽມຢາມເຄື່ອນໄຫວ ແລະ ຊຸກຍູ້ວຽກງານແນວລາວສ້າງຊາດ ຄັ້ງນີ້ ທ່ານ ສົມຫວັງ ແສງຈັນ ຮອງປະທານແນວລາວສ້າງຊາດແຂວງ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານ ໃນໄລຍະ 1 ປີຜ່ານມາ ໂດຍສັງເຂບ. ຈາກນັ້ນ ທ່ານ ບຸນຕັນ ມາສຸວັນ ກຳມະການພັກເມືອງ ປະທານແນວລາວສ້າງຊາດເມືອງ ໄດ້ຂື້ນລາຍງານ ຜົນການຈັດຕັ້ງປະຕິບັດ ຂອງຄະນະກຳມະການແນວລາວສ້າງຊາດເມືອງ ຜ່ານມາ ແມ່ນໄດ້ນຳເອົາ ມະຕິ ຂອງກອງປະຊຸມໃຫຍ່ຄັ້ງທີ່ ຂອງພັກ, ກອງປະຊຸມໃຫຍ່ຂອງສູນກາງແນວລາວສ້າງຊາດ ແລະຂອງແຂວງ, ແລະຂອງເມືອງ ມາເຜີຍແຜ່ເຊື່ອມຊືມ ໃຫ້ພໍແມ່ປະຊາຊົນບັນດາເຜົ່າສໍຳເລັດ 22 ບ້ານໃນທົ່ວເມືອງ.  ຜ່ານການເຊື່ອມຊືມໄດ້ເຮັດໃຫ້ ປະຊາຊົນບັນດາເຜົ່າ ມີຄວາມຕື່ນຕົວ ຫ້າວຫັນຕໍ່ການປະກອບສ່ວນ ເຂົ້າໃນການພັດທະນາປະເທດຊາດ ກໍ່ຄື ເມືອງເງິນ ສະແດງອອກ ການສ້າງບ້ານ ສາມັກຄີປອງດອງ ໄດ້ 17 ບ້ານ, ມີຄອບຄົວສາມັກຄີປອງດອງ  3.100 ຄອບຄົວ ເທົ່າກັບ 89,34 %.

       ຕອນທ້າຍ ທ່ານ ຄຳຫຼ້າ ລີ່ງນະສອນ ຄະນະປະຈຳສູນກາງ ແນວລາວສ້າງຊາດ ທັງເປັນຮອງປະທານ ແນວລາວສ້າງຊາດສູນກາງ ໄດ້ໃຫ້ກຽດໂອລົມ ກ່ອນອື່ນ ທ່ານ ໄດ້ຍ້ອງຍໍ ຊົມເຊີຍຕໍ່ຜົນງານການຈັດຕັ້ງປະຕິບັດວຽກງານ ແນວລາວສ້າງຊາດຢູ່ແຂວງ ໄຊຍະບູລີ ກໍ່ຄືເມືອງເງິນ ແມ່ນມີຜົນສຳເລັດຫຼາຍດ້ານ. ໃຫ້ພ້ອມກັນເອົາໃຈໃສ່ສືບຕໍ່ໂຄສະນາ ເຜີຍແຜ່ແນວທາງຂອງພັກ-ລັດ ໃຫ້ພໍ່ແມ່ປະຊາຊົນໃຫ້ທົ່ວເຖີງ ເປັນຄັນທຸງເຕົ້າໂຮມຄວາມສາມັກຄີ ເພື່ອແນໃສ່ສ້າງເມືອງເງິນ ໃຫ້ກາຍເປັນເມືອງ ສາມັກຄີປອງດອງ ໃນອານາຄົດ.
ໂດຍ: ສຸລິຍາ ແສງເດືອນ

No comments:

Post a Comment