ປະທານາທິບໍດີ ດໍໂນລ ທຣໍາ ໄດ້ສະເໜີໃນວັນອັງຄານທີ່ຜ່ານມານີ້ວ່າ ທ່ານມີຄວາມ
ສຳພັນທີ່ດີ ກັບຜູ້ນຳເກົາຫຼີເໜືອ ທ່ານກິມ ຈົງ ອຶນ ເຖິງແມ່ນວ່າພວກທ່ານທັງສອງໄດ້
ໂຕ້ຖຽງກັນ ກ່ຽວກັບວ່າ ໂຕະໃຜມີປຸ່ມກົດລະເບີດນິວເຄລຍທີ່ໃຫຍ່ກ່ອນກັນ.

ປະທານາທິບໍດີທຣໍາ ກ່າວເພີ້ມຕໍ່ໜັງສືພິມ Wall Street ໃນວັນພະຫັດວານນີ້ ວ່າ
“ຂ້າພະເຈົ້າອາດມີຄວາມສຳພັນທີ່ດີກັບທ່ານ ກິມ ຈົງ ອຶນ” ແລະທ່ານກ່າວຕື່ມວ່າ
“ຂ້າພະເຈົ້າມີຄວາມສຳພັນ ກັບຜູ້ຄົນທັງຫຼາຍ. ຂ້າພະເຂົ້າຄິດວ່າ ພວກທ່ານອາດຈະ
ຕື່ນຕົກໃຈ.”

ເວລາຖາມວ່າທ່ານໄດ້ໂອ້ລົມກັບທ່ານກິມຫຼືບໍ່ ທ່ານທຣໍາຕອບວ່າ “ຂ້າພະເຈົ້າບໍ່ຕ້ອງ
ການເວົ້າກ່ຽວກັບເລື້ອງນີ້. ຂ້າພະເຈົ້າບໍ່ໄດ້ເວົ້າວ່າ ຂ້າພະເຈົ້າໄດ້ລົມຫລືບໍ່ໄດ້ລົມ.
ຂ້າພະເຈົ້າພຽງແຕ່ບໍ່ຢາກໃຫ້ຄວາມເຫັນກ່ຽວກັບເລື້ອງນີ້.”

ປະທານາທິບໍດີທຣໍາ ໃນໄລຍະຜ່າມນາໄດ້ຮ້ອງທ່ານກິມວ່າ “ເຕັ້ຍ ແລະຕຸ້ຍ ແລະ
“ຄົນບໍ່ດີ.” ທ່ານດີໃຈທີ່ໄດ້ລໍ້ຫລິ້ນກັບທ່ານກິມວ່າ “ມະນຸດຈະຫລວດນ້ອຍ” ຍ້ອນ
ເກົາຫຼີເໜືອໄດ້ທົດລອງລູກສອນໄຟ.

ທ່ານກິມ ໄດ້ຮ້ອງທ່ານທຣໍາວ່າ “ຜູ້ເຖົ້າສະໝອງບໍ່ດີ” ແລະໄດ້ຂົ່ມຂູ່ທີ່ຈະຕອບໂຕ້
ດ້ວຍໄຟ.
ດ້ວຍໄຟ.
ປະທານາທິບໍດີທຣໍາ ປາກົດວ່າໄດ້ກ່າວຕໍ່ໜັງສືພິມ Wall Street ວ່າ ການຂຽນຂໍ້
ຄວາມລົງທວີດເທີ ທີ່ໃຫ້ຄວາມເຫັນແບບດູໝິ່ນແລະມີຄວາມໝາຍແບບບໍ່ຈະແຈ້ງ
ກ່ຽວກັບການມີຄວາມສຳພັນທີ່ດີ ກັບທ່ານກິມ ແມ່ນເປັນສ່ວນນຶ່ງໃນຍຸດທະສາດ
ຂອງທ່ານ.
ທ່ານໄດ້ເວົ້າກ່ຽວກັບການຂຽນຂໍ້ຄວາມລົງທາງທວິດເຕີຂອງທ່ານວ່າ “ທ່ານຈະເຫັນ
ສິ່ງນັ້ນຫລາຍກັບຂ້າພະເຈົ້າ. ແລະໃນທັນທີ ທັນໃດ ຜູ້ໃດຜູ້ນຶ່ງກໍມາເປັນເພື່ອນທີ່ດີ
ຂອງຂ້າພະເຈົ້າ. ຂ້າພະເຈົ້າໃຫ້ທ່ານໄດ້ 20 ໂຕຢ່າງ. ຂ້າພະເຈົ້າເປັນຄົນກົງໄປກົງມາ.”

ປະທານາທິບໍດີໄດ້ເວົ້າກັບໄປກັບມາ ລະຫວ່າງອັນທີ່ປາກົດວ່າ ເປັນຄວາມເຕັມໃຈໃນ
ການພົບປະກັບທ່ານກິມ ແລະຮ້ອງການເຈລະຈາຕ່າງໆ ຮວມທັງການສະເໜີຂອງ
ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານເຣັກສ໌ ທິລເລີສັນ ທີ່ຈະລິເລີ້ມກັບເກົາຫຼີເໜືອ
ນັ້ນ ເປັນການເສຍເວລາ.

ໃນວັນພຸດທີ່ຜ່ານມານີ້ ປະທານາທິບໍດີທຣໍາ ໄດ້ກ່າວຕໍ່ປະທານາທິບໍດີເກົາຫຼີໃຕ້ ທ່ານ
ມູນ ແຈ ອິນ ໂດຍທາງໂທລະສັບວ່າ ປັດຈຸບັນນີ້ ທ່ານແມ່ນເປີດກວ້າງທີ່ຈະໂອ້ລົມກັບ
ເກົາຫຼີເໜືອ “ພາຍໃນເວລາທີ່ເໝາະສົມແລະສະພາບການທີ່ເຫັນວ່າ ສົມຄວນ.”

ປະທານາທິບໍດີທຣໍາ ຍັງກ່າວວ່າ ທ່ານຫວັງວ່າ ການເຈລະຈາໃນອາທິດນີ້ລະຫວ່າງ
ເກົາຫຼີເໜືອ ແລະເກົາຫຼີໃຕ້ ຊຶ່ງເປັນເທື່ອທຳອິດໃນຮອບສອງປີຈະ “ນຳໄປສູ່ຜົນສຳ
ເລັດສຳລັບໂລກນຳດ້ວຍ.”

ແຫຼ່ງທີ່ມາ: lao.voanews.com

No comments:
Post a Comment