ພາກລັດຖະບານ ໃຫ້ຄວາມສໍາຄັນ ແລະ ເປີດກ້ວາງຂ
ະແໜງສາທາລະນະສຸກຫຼາຍຂຶ້ນ ໂດຍເປີດໂອກາດໃຫ້ພາກເອກະຊົນໃ
ຫ້ມີສ່ວນຮ່ວມ, ອາທິດຜ່ານມາມີການເປີດໂຄງການ
ໂຮງໝໍຂະໜາດໃຫ່ຍເຖິງ 2 ແຫ່ງ ຄາດການວ່າຈະມີໂຮງໝໍລະດັບດີເ
ລີດເຂົ້າມາເສີມອີກໃນ ມໍ່ໆນີ້.
•Mahosoth Hospital 600ຕຽງແຜນການ 1000 ຕຽງ
ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ
ໄດ້ລາຍງານໃຫ້ຮູ້ວ່າ: ໂຄງການກໍ່ສ້າງໂຮງໝໍມະໂຫສົດຫ
ລັງໃໝ່
ເປັນໂຮງໝໍຂະໜາດ 600 ຕຽງ, ສູງ 8 ຊັ້ນ, ເນື້ອທີ່ດິນກໍ່ສ້າງ 31 ພັນຕາແມັດ,
ພື້ນທີ່ຊົມໃຊ້ 54 ພັນຕາແມັດ, ລວມມູນຄ່າການກໍ່ສ້າງທັງໝົດ 600
ລ້ານກວ່າຢວນປະມານ736ຕື້ກີບ(
ການຊ່ວຍເຫລືອລ້າ ຈາກສປຈີນ) ຄາດວ່າຈະສ້າງສຳເລັດໃນປີ 2020.
ໂຄງການດັ່ງກ່າວ, ເປັນໂຄງການຂະໜາດໃຫຍ່ທີ່ສຸດ,
ຈຳນວນຕຽງ ແລະ ມູນຄ່າການກໍ່ສ້າງຫລາຍທີ່ສຸດ
ທີ່ລັດຖະບານຈີນ ໄດ້ໃຫ້ການຊ່ວຍເຫລືອໃນການກໍ່
ສ້າງໂຮງໝໍແກ່ຕ່າງປະເທດ.
ໂຮງຫມໍມະໂຫສົດຫຼັງໃຫມ່ແມ່ນຕ
ັ້ງໃນເນື້ອທີ່ເກົ່າ
•Kasemraj Vientiane International Hodpital 100ຕຽງ (ເລີ່ມຕົ້ນ)
ໂດຍເປັນໂຄງການຮ່ວມມືລະຫວ່າງ
ນັກທຸລະກິດລາວກັບກະເສມຣາດກຣ
ຸບ ຈາກປະເທດໄທ ຊຶ່ງເປັນຜູ້ໃຫ້ບໍລິການດ້ານສ
ຸຂະພາບມາເປັນເວລາຫຼາຍປີຢູ່ປ
ະເທດໄທ. ໂຮງໝໍແຫ່ງໃໝ່ນີ້ຈະນຳໃຊ້ງົບປ
ະມານຫຼາຍເຖິງ 50 ລ້ານໂດລາເຂົ້າໃນການກໍ່ສ້າງ ຫວັງເປັນສ່ວນໜຶ່ງຂອງການປິ່ນ
ປົວສຸຂະພາບປະຊາຊົນກໍ່ຄືຊາວຕ
່າງປະເທດທີ່ມາດຳລົງຊີວິດຢູ່
ລາວມີທາງເລືອກເພີ່ມຂຶ້ນອີກທ
າງໜຶ່ງ ແລະຫຼຸດຜ່ອນການຂ້າມຂອງໄປບໍລ
ິການຢູ່ຝັ່ງໄທດັ່ງທີ່ເປັນຢູ
່ໃນທຸກວັນນີ້.
•Vientiane Base Hospital 400 ຕຽງ
ເຈົ້າຂອງໂຄງການກໍ່ສ້າງໂຮ
ງໝໍນະຄອນຫຼວງວຽງຈັນເບສ ກ່າວວ່າ: ໂຮງໝໍນະຄອນຫຼວງວຽງຈັນເບສ
ເປັນໂຮງໝໍທີ່ໃຫຍ່ ແລະ ມີອຸປະກອນທີ່ທັນສະໄໝຄົ
ບຖ້ວນ ເປັນແຫ່ງທຳອິດຢູ່ ສປປ ລາວ ສະຖານທີ່ຕັ້ງຢູ່ບ້ານດົງ
ຊຽງດີ
ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ມີເນື້ອທີ່ 33 ເຮັກຕາ
ອາຄານໂຮງໝໍຂະໜາດ 9 ຊັ້ນ 1 ຫຼັງ ອາຄານ 5 ຊັ້ນ 3 ຫຼັງ
ອາຄານສຳລັບຜູ້ອາຍຸສູງ 1 ຊັ້ນ 50 ຫຼັງ ປະກອບມີ 400 ຕຽງ
ພ້ອມທັງມີອຸປະກອນການແພ
ດແບບຄົບຊຸດ ໄລຍະການກໍ່ສ້າງ 36 ເດືອນ
ມູນຄ່າການກໍ່ສ້າງ 413.183.000 ໂດລາສະຫະລັດ ຫຼື ປະມານ 3.435,44 ຕື້ກີບ
ໂດຍແມ່ນທຶນຂອງເອກະຊົນ 100% ໂຮງໝໍນະຄອນຫຼວງວຽງຈັນເບສ
ຈະເນັ້ນໜັກການປິ່ນປົວດ້
ວຍເຄື່ອງມືທີ່ທັນສະໄໝ ມີຄວາມສາມາດໃນການບົ່ງ
ມະຕິພະຍາດ ໂດຍໃຊ້ເຄືອຄ່າຍທາງອິນເ
ຕີເນັດ ແລະ ໃຫ້ການບໍລິການທີ່ດີແກ່
ປະຊາຊົນ ພ້ອມນີ້ຍັງມີແພດໝໍທີ່
ມີປະສົບການຫຼາຍ 10 ປີ ເນັ້ນຂອດການໃຫ້ການບໍລິກ
ານເທົ່າທຽມກັບນາໆປະເທດ.
ແຫລ່ງຂ່າວ: Support Pm Thongloun Sisoulith
No comments:
Post a Comment