ຈຳປາສັກ: ເປັນຂ່າວເສົ້າໃຈ ຈາກເມືອງຈຳປາສັກ ແຂວງຈຳປາສັກ ເມື່ອຕອນບ່າຍ ວັນທີ 2 ກຸມພາ 2018 ເກີດເຫດ ເດັກນ້ອຍຈົມນໍ້າເສຍຊີວິດ ຈຳນວນ 3 ຄົນ ເປັນຜູ່ຍິງທັງໝົດ. ພາຍຫຼັງເກີດເຫດຊາວບ້ານໄດ້ຊ່ວຍກັນ ຕາມຫາ ສາມາດ ຊອກສົບຜູ່ເສຍຊີວິດ 2 ຄົນ. ຈາກນັ້ນ ໄດ້ໃຊ້ເວລາ ງົມຫາ ຫຼາຍຊົ່ວໂມງຈິງສາມາດ ພົບສົບຜູ່ເສຍຊີວິດ ຄົນທີ່ 3.
ເດັກນ້ອຍເປັນຄົນບ້ານຫ້ວຍເງິນໃຕ້ ເມືອງຈຳປາສັກ, ແຂວງຈຳປາສັກ. ຂໍ້ມູນເບື້ອງຕົ້ນບອກໃຫ້ຮູ້ວ່າ ເດັກທັງ 3 ແມ່ນພາກັນ ໄປເກັບໝາກຖົ່ວດິນ ນຳແມ່ເຖົ້າ ແລ້ວ ພາກັນລົງອາບນໍ້າ, ຈາກນັ້ນ ຈິງເກີດເຫດ ຈົມນໍ້າ ເສຍຊີວິດ ທັງສາມຄົນ.
ພາຍຫຼັງໄດ້ທັງສາມສົບ ແລ້ວ ທາງຍາດພີ່ນ້ອງ ແລະ ຊາວບ້ານ ກໍ່ໄດ້ຈັດພິທີຊາປະນະກິດ ໃຫ້ທັງສາມ.
ສະແດງຄວາມເສຍໃຈກັບຄອບຄົວຂອງນ້ອງທັງ 3. ຂໍໃຫ້ໄປສູ່ສຸຂະຕິ.




No comments:
Post a Comment