ໃນເດືອນມັງກອນຜ່ານມາ ມີຂ່າວເລື່ອງເສືອ 3 ໂຕຕາຍ ຊຶ່ງເປັນກະແສໂດ່ງດັງໃນສັງຄົມອອນລາຍ ບາງກຸ່ມກໍ່ວ່າຖືກນາຍພານທາງໃດລັກລອບຂ້າ, ບາງກຸ່ມກໍ່ວ່າຕາຍຍ້ອນອາກາດໜາວ ຊຶ່ງຂ່າວຄວາມເປັນຈິງແມ່ນແນວໃດແທ້ມື້ນີ້ແຂວງຄຳມ່ວນໃຫ້ຄຳຕອບ.
ສຳລັບເສືອ 3 ໂຕທີ່ເປັນຂ່າວນັ້ນທ່ານ ຄຳແກ້ວ ລັດຖະຍອດ ຫົວໜ້າກອງກວດກາປ່າໄມ້ແຂວງຄຳມ່ວນ ໄດ້ຖະແຫຼງຄວາມຈິງໃຫ້ຮູ້ວ່າ: ໃນວັນທີ 12 ມັງກອນ 2018 ເຈົ້າໜ້າທີ່ກອງກວດ ກາປ່າໄມ້ແຂວງໄດ້ຮັບການແຈ້ງຈາກ ປກສ ເມືອງຍົມມະລາດ ແລະກອງຫຼອນບ້ານແກ້ງເຫຼັກ ໄດ້ກັກຢຶດເສືອໂຄ່ງ ຈຳນວນ 3 ໂຕ ເຊິ່ງແຕ່ລະໂຕແມ່ນຢູ່ໃນສະພາບທີ່ຕາຍແລ້ວ ແລະ ຖືກຄົວເອົາເຄື່ອງໃນອອກຈົນໝົດ.
ໃນນັ້ນໂຕທີ 1 ມີນ້ຳໜັກ 165 ກິໂລກະກຼາມ ຢູ່ໃນສະພາບແຂ້ວແຕກຄ້າຍກັບຖືກທຸບ ຫຼືງັດຈາກວັດຖຸຂອງແຂງ ແລະ ໜ້າຜາກຖືກປາດເອົາໜັງອອກ, ໂຕທີ 2 ມີນ້ຳໜັກ 151 ກິໂລກຼາມ, ແຂ້ວເບື້ອງຊ້າຍຫັກ 2 ເຫຼັ້ມ ແລະ ເລັບເບື້ອງຂວາ 1 ເລັບຖືກທອດອອກ, ໂຕທີ 3 ນ້ຳໜັກ 118 ກິໂລກຼາມ ສະພາບແມ່ນຍັງຄົບນອກຈາກເຄື່ອງໃນທີ່ຖືກຄົວອອກໄປ.
ຫຼັງຈາກນັ້ນເຈົ້າໜ້າທີ່ ກອງກວດກາປ່າໄມ້ ໂດຍສົມທົບກັບ ປກສ ແຂວງໄດ້ນຳເອົາເສືອດັ່ງກ່າວ ໄປໄວ້ທີ່ ຕູ້ແຊ່ແຂງທີ່ຝາມເສືອຂອງບໍລິສັດວິນາ-ສາຄອນ ບ້ານນ້ຳດິກ ເມືອງຫີນບູນ ເພື່ອເກັບຮັກສາໄວ້ເປັນຫຼັກຖານ ແລະ ລໍຖ້າໃນການ ດຳເນີນຄະດີຕໍ່ຜູ້ກະທຳຜິດ. ຈາກການສອບສວນ ເບື້ອງຕົ້ນນຂອງເຈົ້າໜ້າທີ່ໄດ້ຊາບຊື່ຜູ້ຕ້ອງຫາແມ່ນທ້າວ ປໍວ່າງ ຫ້ວຍຢາງ ເຊິ່ງເປັນປະຊາຊົນຢູ່ບ້ານທົ່ງແປ ເມືອງຄຳເກີດ ແຂວງບໍລິຄຳໄຊ.
ຜູ້ກ່ຽວໃຫ້ການວ່າຕົນເອງພຽງແຕ່ເປັນຜູ້ຮັບຈ້າງຂົນສົ່ງ-ເຄື່ອນຍ້າຍເສືອຈຳນວນດັ່ງກ່າວ ໂດຍມີເປົ້າໝາຍຈະນຳສົ່ງອອກນອກປະເທດ. ສ່ວນວ່າເສືອທັງ 3 ໂຕນັ້ນເປັນຂອງໃຜ ແລະ ໄດ້ມາຈາກໃສແມ່ນຍັງບໍ່ຮູ້ລາຍລະອຽດທີ່ແທ້ຈິງ. ໃນວັນທີ 29 ມັງກອນ ຜ່ານມາ ທ່ານ ນາງ ຫຼອມຄຳ ແສງຈັນອຸດົມ ຮອງຫົວໜ້າກົມກວດກາປ່າໄມ້ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ລົງມາສົມທົບກັບກອງກວດກາປ່າໄມ້ ແຂວງຄຳມ່ວນ ເພື່ອປຶກສາຫາລື ແລະ ເກັບກຳຂໍ້ມູນການດຳເນີນຄະດີການ ລັກລອບຊື້-ຂາຍ, ເຄື່ອນຍ້າຍເສືອໂຄ່ງດັ່ງກ່າວ ພ້ອມທັງຊີ້ນຳໃຫ້ເຈົ້າ ໜ້າທີ່ປະຕິບັດຕາມຂັ້ນຕອນຂອງກົດໝາຍ. ເຊິ່ງປະຈຸບັນຜູ້ ກະທໍາຜິດແມ່ນຢູ່ໃນຂັ້ນຕອນການດຳເນີນຄະດີຂອງເຈົ້າໜ້າທີ່.

ແຫຼ່ງຂ່າວຈາກແຂວງຄຳມ່ວນ




No comments:
Post a Comment