728x90 AdSpace

LightBlog

Breaking

2.08.2018

ກວດສອບອົງການຈັດຕັ້ງລັດ 58 ຫົວໜ່ວຍ ພົບເຫັນລາຍຮັບເພີ່ມ 689 ຕື້ກີບ

ທ່ານ​ ນາງ ວຽງທອງ ສີ​ພັນ​ດອນ ປະທານ​ອົງການ​ກວດ​ສອບ​ແຫ່ງ​ລັດ

ອົງການ​ກວດ​ສອບ​ແຫ່ງ​ລັດ ໄດ້​ຈັດ​ກອງ​ປະຊຸມ​ເປີດ​ກວ້າງວຽກ​ງານ​ກວດ​ສອບ​ງົບປະມານແຫ່ງ​ລັດ ປະຈຳ​ສົກ​ປີ 2017 ໄດ້ໄຂ​ຂຶ້ນ​ວັນ​ທີ 5 ກຸມພາ 2018 ທີ່ໂຮງແຮມ​ດອນ​ຈັນ​ພາ​ເລດ ເປັນປະທານ​ຂອງ​ ມີ​ຮອງລັດຖະມົນຕີ ອົງການ​ກວດກາລັດຖະບານ ກຳມາ​ທິ​ການ​ແຜນການ-ການ​ເງິນ ແລະ ກວດ​ສອບຂອງ​ສະພາ​ແຫ່ງ​ຊາດ ຮອງ​ເຈົ້າແຂວງ ຮອງ​ເຈົ້າ​ຄອງ ນວ ແລະ ພາກສ່ວນ​ກ່ຽວຂ້ອງ​ເຂົ້າ​ຮ່ວມ.
ກອງ​ປະຊຸມ​ເປີດ​ກວ້າງ​ວຽກງານ​ກວດ​ສອບ​ໃນ​ຄັ້ງ​ນີ້ ແມ່ນ​ມີຄວາມ​ໝາຍ​ສຳຄັນ​ຕໍ່​ກັບ​ການ​ຈັດຕັ້ງ​ຜັນ​ຂະຫຍາຍ ​ມະຕິ​ກອງ​ປະຊຸມແຫ່ງ​ຊາດ ວ່າ​ດ້ວຍ​ການ​ຮັບຮອງຜົນ​ການ​ກວດ​ສອບ ປະຈຳ​ສົກ​ປີ 2015-2016 ແລະ ແຈ້ງ​ການຂອງ​ລັດຖະບານ ໃນ​ການ​ຜັນ​ຂະຫຍາຍ​ຜົນ​ການ​ກວດ​ສອບ​ແຫ່ງລັດ ທັງ​ໄດ້​ຮັບ​ຟັງ​ບົດ​ສະຫຼຸບ​ການເຄື່ອນ​ໄຫວ​ວຽກ​ງານ​ຂອງ​ອົງການ​ກວດ​ສອບ​ແຫ່ງ​ລັດ ປະຈຳ​ປີ 2017 ແລະ ທິດ​ທາງ​ແຜນການ 2018 ບົດ​ລາຍ​ງານ​ກວດ​ສອບບົດ​ສະຫຼຸບ​ຂາດ​ຕົວ ການ​ຈັດຕັ້ງ​ປະຕິບັດ​ແຜນ​ງົບປະມານ​ແຫ່ງລັດ ປະຈຳ​ປີ 2015-2016 ແລະ ມາດ​ຕະການ​ແນະນຳ​ປັບປຸງ​ແກ້ໄຂ ບົດ​ລາຍ​ງານ​ການຈັດຕັ້ງ​ປະຕິ​ບັດ​ການ​ແກ້​ໄຂ​ຜົນ​ການ​ກວດສອບ ສົກ​ປີ 2014-2015 ແລະ ການ​ຜັນ​ຂະຫຍາຍ​ມາດ​ຕະການແນະນຳ​ປັບປຸງ​ແກ້​ໄຂ​ຜົນ​ການກວດ​ສອບ ສົກ​ປີ 2015-2016 ຄຽງ​ຄູ່​ກັນ​ນັ້ນ ກອງ​ປະຊຸມ​ຍັງ​ໄດ້ປຶກສາ​ຫາລື ແລະ ທົບ​ທວນ​ການດຳເນີນ​ການ​ກວດ​ສອບ ການ​ປະກອບ​ຄຳ​ເຫັນ​ຂອງ​ບັນດາ​ຜູ້​ແທນເຂົ້າ​ຮ່ວມ​ກອງ​ປະຊຸມ ເຊິ່ງ​ທັງ​ໝົດນັ້ນ ກໍ່​ເພື່ອ​ເຮັດ​ໃຫ້​ມີ​ຄວາມ​ເປັນເອກະ​ພາບ​ໃນ​ການ​ແກ້​ໄຂ​ຂໍ້​ຄົງຄ້າງ ​ຈາກ​ການ​ລະເມີດ​ວິໄນ​ແຜນການ-ການ​ເງິນ ຈາກ​ຜົນ​ການກວດ​ສອບ ແນໃສ່​ໃຫ້​ບັນດາ​ຫົວໜ່ວຍ​ງົບປະມານ​ທີ່​ນຳ​ໃຊ້​ທຶນຮອນ​ຂອງ​ລັດ ໄດ້​ຮັບ​ການ​ປັບປຸງແກ້​ໄຂ​ເປັນ​ຮູບ​ປະ​ທຳ ແລະ ຫັນເຂົ້າ​ສູ່​ລະບຽບ​ກົດໝາຍ​ຢ່າງ​ເຂັ້ມງວດ ສ້າງ​ຄວາມ​ເຂັ້ມແຂງ​ໃຫ້ແກ່​ການຈັດຕັ້ງ​ປົກ​ປ້ອງ​ພັກປົກປ້ອງ​ແນວທາງ ແລະ ພະນັກງານ-ລັດຖະກອນ ສະກັດ​ກັ້ນ​ປາກົດ​ການ​ຫຍໍ້ທໍ້​ໃນ​ການ​ບໍລິຫານໃນ​ລະບົບ​ງົບປະມານ​ແຫ່ງ​ລັດ ປະກອບສ່ວນ​ເຮັດ​ໃຫ້ການ​ຄຸ້ມຄອງ​ລັດ ຄຸ້ມ​ຄອງ​ເສດຖະກິດ-ສັງຄົມ​ມີ​ຄວາມ​ເຂັ້ມແຂງ ໂປ່ງ​ໃສ ມີປະສິດທິພາບ​ປະ​ສິດທິ​ຜົນ ແລະ ປະຢັດ.
ສຳລັບ​ຜົນ​ການ​ກວດ​ສອບຂາດ​ຕົວ​ການຈັດຕັ້ງ​ປະຕິບັດ ​ແຜນງົບປະມານ​ແຫ່ງ​ລັດ ສົກ​ປີ 2015-2016 ໄດ້​ດຳເນີນ​ການ​ກວດສອບ​ບັນດາ​ອົງ​ການຈັດຕັ້ງ​ລັດຂັ້ນ​ສູນ​ກາງ ແລະ ທ້ອງຖິ່ນ ຈຳນວນ 58 ຫົວໜ່ວຍ ໃນ​ນັ້ນໄດ້ກວດ​ສອບ​ເຫັນ​ລາຍ​ຮັບ​ເພີ່ມລາຍ​ຮັບ​ສ່ວຍ​ສາ​ອາກອນລາຍຮັບ​ຊັບ​ສິນ​ຂອງ​ລັດ ເງິນ​ກອງ​ທຶນລັດ ແລະ ອື່ນໆ ຈຳນວນ 689,61 ຕື້​ກີບ ກວດ​ສອບ​ເຫັນ​ໜີ້ຕ້ອງ​ຮັບ​ສະ​ສົມ ຮອດ​ວັນ​ທີ 30 ກັນຍາ 2016 ຈຳນວນ 985,28 ຕື້​ກີບ ທັງ​ກວດ​ສອບ​ເຫັນ​ການເອົາ​ເງິນ​ປັນ​ຜົນ ເງິນ​ອາກອນ​ມູນຄ່າ​ເພີ່ມ​ອາກອນ​ລາຍ​ໄດ້ ແລະ ອາກອນ​ກຳໄລ ຈຳນວນ 3,45 ຕື້​ກີບ ໄປ​ຈົດ​ຮັບ-ຈົດ​ຈ່າຍ ແລະ ກວດ​ສອບ​ເຫັນ​ກົມ​ສ່ວຍ​ອາກອນ ບໍ່​ໄດ້​ປັບ​ໃໝ​ບັນດາ​ວິ​ສາ​ຫະ​ກິດ​ທີ່ແຈ້ງ​ເສຍ​ອາກອນ​ບໍ່​ຄົບ​ຖ້ວນ ຈຳນວນ 16,23 ຕື້​ກີບ ແລະ ປັບ​ໃໝບໍ່​ຖືກ​ຕາມ​ອັດຕາ​ທີ່​ກົດໝາຍ ຈຳນວນ 3,93 ຕື້​ກີບ ກວດ​ສອບເຫັນ​ໜີ້​ຕ້ອງ​ຮັບ​ຈາກ​ເງິນ​ຂາຍ​ໄມ້ ຄ່າ​ປັບ​ໃໝ​ຄ່າ​ເຊົ່າ-ສຳ​ປະທານທີ່​ດິນ ແລະ ຄ່າ​ຊັບພະຍາກອນທຳ​ມະ​ຊາດ ຈຳນວນ 427,76 ຕື້​ກີບ ກວດ​ເຫັນ​ການ​ຂຸດ​ຄົ້ນ​ໄມ້ເກີນ​ໂກ​ຕາ​ລັດຖະບານ​ອະນຸມັດຂອງ 2 ແຂວງ ຈຳນວນ 28 ພັນ​ກວ່າ​ແມັດ​ກ້ອນ ຂຸດ​ຄົ້ນ​ໄມ້​ບໍ່ໄດ້​ຮັບ​ອະນຸຍາດ​ລັດຖະບານ 4 ແຂວງ ຈຳນວນ 11 ພັນ​ກວ່າແມັດ​ກ້ອນ ແລະ ອື່ນໆ ພ້ອມ​ນັ້ນໄດ້​ກວດ​ເຫັນ​ຄັງ​ເງິນ​ແຫ່ງ​ຊາດ​ປະຈຳ​ສູນ​ກາງ ​ບໍ່​ໄດ້​ສະ​ສາງ​ຍອດເງິນ​ໃນ​ບັນຊີ​ລາຍ​ຮັບ ລໍຖ້າ​ແບ່ງປັນ ຈຳນວນ 114,14 ຕື້​ກີບ ກວດສອບ​ເຫັນ​ຍອດ​ເຫຼືອ​ເງິນ​ໃນ​ບັນຊີເງິນ​ຝາກ​ບໍລິຫານ​ກອງ​ການ​ວິຊາການ​ທີ່​ບໍ່​ໄດ້​ສະ​ສາງ ຈຳນວນ 1.041 ຕື້​ກວ່າ​ກີບ ກວດ​ສອບ​ເຫັນເງິນ​ຝາກ​ນອກ​ລະບົບ​ຄັງ​ເງິນ ຈຳນວນ 29 ບັນຊີ ສ່ວນ​ຂະແໜງ​ພາສີ​ກວດ​ສອບ​ເຫັນ​ມີການ​ຍົກເວັ້ນ​ຫຼຸດຜ່ອນ​ພາສີ-ອາກອນ ປະເພດ​ພາຫະນະນ້ຳມັນເຊື້ອ​ໄຟ ຄ່າ​ຊັກ​ພິເສດ​ໄມ້​ຂາ​ອອກ ແລະ ສິນຄ້າ​ທົ່ວ​ໄປ ຈຳນວນ 3.570 ຕື້​ກວ່າ​ກີບ ແລະ ອື່ນໆ.
ແຫຼ່ງຂ່າວ: ໜັງສືພິມວຽງຈັນໃໝ່

No comments:

Post a Comment