728x90 AdSpace

LightBlog

Breaking

2.08.2018

ມີຄຼິບ ບໍລິສັດ SpaceX ຍິງຈະຫຼວດ ໃຫຍ່ທີ່ສຸດ ຂຶ້ນສູ່ ອະວະກາດ ຢ່າງສຳເລັດຜົນ



ບໍລິສັດສະເປສເອັກຊ໌ SpaceX ໄດ້ຍິງຈະຫຼວດທີ່ແຮງທີ່ສຸດ ເທົ່າທີ່ໃຊ້ກັນຢູ່ໃນທຸກມື້ນີ້
ຂຶ້ນສູ່ອະວະກາດ ຊຶ່ງເປັນການເຄື່ອນໄຫວຫຼ້າສຸດ ຂອງບໍລິສັດເອກກະຊົນດັ່ງກ່າວ ໃນ
ການຊຸກຍູ້ ໃຫ້ມີການພັດທະນາ ຊອກຫາຊ່ອງທາງ ເພື່ອຕັດຕົ້ນທຶນລົງ ໃນການສົ່ງສິ່ງ
ຂອງຂຶ້ນສູ່ອະວະກາດ ແລະໃນທີ່ສຸດ ເພື່ອສົ່ງມະນຸດໄປຍັງດາວເຄາະອື່ນໆ.


ພວກຜູ້ຊົມ ຢູ່ທີ່ ຊາຍຫາດ Cocoa ພາກັນແນມເບິ່ງ ຈະຫຼວດ Falcon Heavy ລູກທຳອິດ ຂອງ ບໍລິສັດ SpaceX ທີ່ຍິງຂຶ້ນ ຈາກສູນກາງອະວະກາດ ເຄນເນດີ້ (Kennedy Space Center) ໃນລັດຟລໍຣິດາ, ວັນທີ 6 ກຸມພາ 2018.
ຫົວໜ້າບໍລິຫານງານຂອງບໍລິສັດ SpaceX ທ່ານອີລອນ ມັສ (Elon Musk) ເອີ້ນການ
ຍິງທົດລອງຈະຫຼວດຟາລກອນໜັກ (Falcon Heavy) ຊຶ່ງໄດ້ມີແຜນມາໄດ້ຫຼາຍປີແລ້ວ
ນັ້ນວ່າ “ເໝືອນຝັນ.”

ທ່ານມັສກ່າວຕື່ມວ່າ “ຂ້າພະເຈົ້າໄດ້ເຫັນພາບນີ້ ໃນການລະເບີດຂະໜາດແຮງ ຢູ່ທີ່
ຖານສົ່ງໂດຍມີລົດຟົ້ງອອກມາໃສ່ຫົນທາງ ແຕ່ກໍເປັນຈັ່ງໂຊກ ນັ້ນບໍ່ແມ່ນສິ່ງທີ່ໄດ້
ເກີດຂຶ້ນ.”

ທ່ານອີລອນ ມັສ (Elon Musk) ຜູ້ກໍ່ຕັ້ງ ຜູ້ບໍລິຫານໃຫຍ່, ແລະ ຫົວໜ້າຝ່າຍອອກແບບ ຂອງ ບໍລິສັດ SpaceX, ກ່າວຢູ່ທີ່ກອງປະຊຸມຖະແຫລງຂ່າວ ຫຼັງຈາກຈະຫຼວດໜັກ Falcon 9 ຂອງ SpaceX ໄດ້ຍິງຂຶ້ນເປັນທີ່ສຳເລັດ ຈາກສຸນອະວະກາດ ເຄນເນດີ້ (Kennedy Space Center) ຢູ່ທີ່ Cape Canaveral ລັດຟລໍຣິດາ, ວັນທີ 6 ກຸມພາ 2018.
ຈະຫຼວດໄດ້ທະຍານຂຶ້ນຈາກສູນກາງອະວະກາດເຄນເນດີ້ທີ່ລັດຟລໍຣິດາ ຊຶ່ງເປັນ
ບ່ອນ ສົ່ງແຫ່ງດຽວກັນ ທີ່ຍານອາພອລໂລ 11 ຂອງອົງການອະວະກາດຫຼື ນາຊາ ຂອງ
ສະຫະລັດ ໄດ້ທະຍານຂຶ້ນສູ່ທ້ອງຟ້າໃນປີ 1969 ໃນການປະຕິບັດງານຄັ້ງທຳອິດ ທີ່ນຳ
ເອົາມະນຸດອະວະກາດ ລົງຢຽບຜິວພະຈັນ.
ເຄື່ອງທີ່ຈະຫຼວດນຳຂຶ້ນໄປໃນການທົດລອງຄັ້ງນີ້ ແມ່ນລົດແທັສລາ (Tesla) ຈາກບໍລິສັດ
ຜະລິດລົດໄຟຟ້າຂອງທ່ານມັສ ພ້ອມກັບຫຸ່ນຄົນຂັບທີ່ໃສ່ຊຸດອະວະກາດ. ບໍລິສັດ
SpaceX ໄດ້ຖ່າຍທອດພາບວີດີໂອສົດ ຂອງລົດຄັນດັ່ງກ່າວພ້ອມກັບຄົນຂັບ ທີ່ໂຄຈອນ
ອ້ອມໂລກ.

ລົດທີ່ມີຊື່ວ່າ "Starman" ໂດຍມີທ່ານອີລອນ ມັສ ນັ່ງຢູ່ບ່ອນຄົນຂັບ ລົດແຂ່ງຂອງບໍລິສັດ Tesla ໃນພາບນີ້ ທີ່ຖືກນຳລົງເຜີຍແຜ່ ຢູ່ບັນຊີ ອິນສຕາແກຣມ ຂອງທ່ານອີລອນ ມັສ (Elon Musk), ຫົວໜ້າຂອງບໍລິສັດ ລົດຍົນ Tesla ແລະຜູ້ກໍ່ຕັ້ງ ບໍລິສັດ SpaceX.
ລົດຄັນດັ່ງກ່າວນີ້ ຈະໂຄຈອນເປັນວົງຮີຢູ່ໃນລະຫວ່າງໂລກ ແລະດາວພະອັງຄານ ແຕ່
ທ່ານມັສກ່າວຜ່ານທາງທວິດເຕີ້ວ່າ ການເຜົາໄໝ້ຂັ້ນສຸດທ້າຍຂອງຈະຫຼວດ ຈະເຮັດໃຫ້
ມັນຢູ່ໃນທິດທາງ ທີ່ສາມາດສົ່ງໄປໄດ້ໄກກວ່ານີ້ ຊຶ່ງອາດຈະເຖິງເຂດວົງໂຄຈອນ ຂອງ
ຫີນ asteroid.

ຊົມຄຼິບ


No comments:

Post a Comment