![]() |
| ປະທານາທິບໍດີເມັກຊິໂກ ທ່ານອັງຣິກເກ ເປຍາ-ນີເອໂຕ ( ຊ້າຍ) ຈັບມື ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານເຣັກສ໌ ທິລເລີສັນ. |
ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານເຣັກສ໌ ທິລເລີສັນ ກ່າວຢູ່ທີ່ປະເທດເມັກຊິໂກ
ໃນວັນສຸກວານນີ້ວ່າ ພວກຄົນເຂົ້າເມືອງນຳເອົາ “ຄຸນຄ່າຢ່າງຫຼວງຫຼາຍ” ມາສູ່ສະຫະລັດ
ແຕ່ໄດ້ກ່າວເພີ້ມວ່າ ລັດຖະບານສະຫະລັດບໍ່ມີ “ການປະຕິບັດທີ່ດີ” ໃນການຄວບຄຸມ ຜູ້ຄົນເຂົ້າມາອາໄສຢູ່ໃນປະເທດ.

ຫລັງຈາກປະຊຸມກັນຢູ່ນະຄອນເມັກຊິໂກຊີຕີ້ ກັບລັດຖະມົນຕີຕ່າງປະເທດເມັກຊິໂກ
ທ່ານຫລຸຍ ວີເດີກາເຣ ແລ້ວ ທ່ານທິລເລີສັນ ກໍກ່າວຕໍ່ບັນດານັກຂ່າວວ່າ ສະຫະລັດໄດ້
ວາງ “ກົນໄກໄວ້ຫລາຍໆຢ່າງ” ໃນຫລາຍປີທີ່ຜ່ານມາ ເພື່ອຄວບ ຄຸມພວກຄົນເຂົ້າເມືອງ
ແຕ່ບໍ່ໄດ້ “ກັບຄືນໄປກວດກາເບິ່ງ.”

ທ່ານທິລເລີສັນ ກ່າວວ່າ “ຂໍໃຫ້ເປັນທີ່ແນ່ນອນວ່າ ພວກເຮົາມີລະບົບຢູ່ແລ້ວ ບ່ອນທີ່
ພວກເຮົາເຂົ້າໃຈວ່າ ມີໃຜແດ່ເຂົ້າມາໃນປະເທດ.”

ທ່ານກ່າວວ່າ ພວກຄົນເຂົ້າເມືອງຢູ່ໃນສະຫະລັດ ໄດ້ກາຍ “ເປັນເລື່ອງທີ່ຄວບ
ຄຸມບໍ່ໄດ້” ຊຶ່ງທ່ານກ່າວວ່າ ເປັນຫຍັງປະທານາທິບໍດີດໍໂນລ ທຣໍາ ກຳລັງຊຸກຍູ້ໃຫ້ລັດ
ຖະສະພາ “ແກ້ໄຂຂໍ້ຂາດຕົກບົກຜ່ອງເຫຼົ່ານີ້ ທີ່ໄດ້ເກີດຂຶ້ນໃນໄລຍະຫຼາຍປີທີ່ຜ່ານມາ.”

ລັດຖະບານເມັກຊິໂກໄດ້ສະແດງການຄັດຄ້ານຊໍ້າແລ້ວຊໍ້າອີກ ຕໍ່ຂໍ້ສະເໜີຂອງທ່ານ
ທຣຳ ທີ່ີຈະຫລຸດພວກຄົນເຂົ້າເມືອງຜິດກົດໝາຍ ແລະໃຫ້ເມັກຊິໂກຈ່າຍຄ່າກໍ່ສ້າງ
ກຳແພງຊາຍແດນ.

ຄວາມແຕກຕ່າງກັນກ່ຽວກັບບັນຫາດັ່ງກ່າວນີ້ ກໍບໍ່ໄດ້ເຮັດໃຫ້ທ່ານວີເດີກາເຣຢຸດ ການ
ຍ້ອງຍໍສະຫະລັດ. ທ່ານກ່າວວ່າ ຄວາມສຳພັນ ຂອງລັດຖະບານເມັກຊິໂກ ກັບລັດຖະ
ບານປະທານາທິບໍດີທຣໍາ ແມ່ນ “ແໜ້ນແຟ້ນ" ກວ່າ ທີ່ໄດ້ມີມາ ກັບລັດຖະບານ ອະດີດ
ປະນາທິບໍດີີ ບາຣັກ ໂອບາມາ. ທ່ານວີເດີກາເຣ ໄດ້ຮັບຮູ້ວ່າ ປະເທດທັງສອງ “ມີຄວາມ
ແຕກຕ່າງກັນຈຳນວນນຶ່ງ” ແຕ່ກໍກ່າວວ່າ “ພວກເຮົາກຳລັງເຮັດວຽກຢ່າງໃກ້ຊິດ ແລະ
ພວກເຮົາເກືອບເຫັນຜົນແລ້ວ.”

ທ່ານທິລເລີສັນ ໃນເວລາຕໍ່ມາ ໄດ້ພົບປະແບບປິດລັບ ໃນວັນສຸກວານນີ້ກັບປະທານາ
ທິບໍດີເມັກຊິໂກ ທ່ານອັງຣິກເກ ເປຍາ-ນີເອໂຕ ໃນຂະນະທີ່ຄວາມສຳພັນຂອງປະເທດ
ທັງສອງພວມຊຸດໂຊມລົງໂດຍການຂົ່ມຂູ່ຂອງສະຫະລັດທີ່ຈະຖອນ ໂຕອອກຈາກຂໍ້ຕົກ
ລົງການຄ້າເສລີໃນເຂດອາເມຣິກາເໜືອ ຫລື NAFTA ລະ ຫວ່າງສະຫະລັດ ເມັກຊິໂກ
ແລະການາດາ. ພວກທ່ານໄດ້ຮ່ວມສົມທົບໂດຍ ທ່ານວີເດີກາເຣ ແລະລັດຖະມົນຕີຕ່າງ
ປະເທດການາດາ ທ່ານນາງຄຣິສເຕຍ ຟຣີແລນ.

ການຢ້ຽມຢາມເມັກຊິໂກຂອງທ່ານທິລເລີສັນ ເປັນບ່ອນຢຸດແວ່ແຫ່ງທຳອິດຂອງການເດີນທາງຢ້ຽມຢາມອາເມຣິກາລາຕິນ ທີ່ຈະນຳພາທ່ານໄປຍັງອາເຈັນຕິນາ ເປຣູ ແລະ
ໂຄລອມເບຍ ພ້ອມດ້ວຍບ່ອນແວ່ແຫ່ງສຸດທ້າຍທີ່ ຈາໄມກາ ໃນວັນທີ 7 ກຸມພາ.

ທີ່ມາ: https://lao.voanews.com

No comments:
Post a Comment