728x90 AdSpace

LightBlog

Breaking

2.04.2018

ໂຄງການກໍ່ສ້າງເສັ້ນທາງເບຕົງເສີມເຫຼັກ 6 ເລນ ແຕ່ໄຟແດງຕານມີໄຊ ຫາ 3 ແຍກໜອງບຶກ



    ໂຄງການກໍ່ສ້າງເສັ້ນທາງເບຕົງເສີມເຫຼັກ 6 ເລນ ແຕ່ໄຟແດງຕານມີໄຊ ຫາ 3 ແຍກໜອງບຶກ ໄດ້ເລີ່ມລົງມືປະຕິບັດມາແຕ່ ເດືອນຕຸລາ 2016 ມູນຄ່າການກໍ່ສ້າງທັງໝົດ 45 ລ້ານໂດລາ ໃນໄລຍະທາງ 9,3 ກິໂລແມັດ ໂດຍແມ່ນກຸ່ມ ບໍລິສັດຕັງຈະເລີນ ເປັນຜູ້ຮັບເໝົາກໍ່ສ້າງ ແລະ ລົງທຶນກ່ອນ.
       ຢ່າງໃດກໍຕາມຜູ້ທີ່ມີບ້ານເຮືອນ ເຂດດັ່ງກ່າວ ແລະ ຈຳເປັນຕ້ອງໃຊ້ເສັ້ນທາງດັ່ງກ່າວໃນການສັນຈອນ ລວມເຖິງ ແມ່ຄ້າຊາວຂາຍ ແລະ ບໍລິສັດ ສຳນັກງານຕ່າງໆໃນເຂດດັ່ງກ່າວ ຕ່າງກໍອອກມາຮຽກຮ້ອງໃຫ້ຜູ້ຮັບຜິດຊອບໂຄງການເລັ່ງມືກໍ່ສ້າງໃຫ້ສຳເລັດໂດຍໄວ.
    ອີງຕາມການລາຍງານຂອງໜັງສືພິມ ເສດຖະກິດ ການຄ້າໃນອາທິດຜ່ານມາໃຫ້ຮູ້ວ່າ:ປັດຈຸບັນໂຄງການມີຄວາມຄືບໜ້າທັງໝົດ 30,28%, ເຖິງວ່າປັດຈຸບັນຜູ້ຮັບເໝົາກໍ່ສ້າງຈະກຳລັງດຳເນີນວຽກເທເບຕົງໜ້າທາງ ແຕ່ປະຊາຊົນກໍວອນໃຫ້ບໍລິສັດໃຫ້ເອົາໃຈໃສ່ໃນການຫົດນ້ຳໃສ່ທາງຕື່ມ ເພາະຂີ້ຝຸ່ນຫຼາຍ.
      ແມ່ຄ້າຂາຍເຄື່ອງແຫ້ງແຄມທາງ ບ້ານໜອງພະຍາໃຫ້ສຳພາດວ່າ: ຢາກຮຽກຮ້ອງໃຫ້ບໍລິສັດ ຫຼື ທາງໂຄງການ ໃຫ້ເນັ້ນໃສ່ເລື່ອງການຫົດນ້ຳໃສ່ທາງຕື່ມ (ເພາະຖ້າຈະໃຫ້ເລັ່ງປູເບຕົງໜ້າທາງຄືສິເປັນໄປບໍ່ໄດ້ ເພາະເພິ່ນກໍ່ຕ້ອງເຮັດໄປຕາມເຕັກນິກ) ແຕ່ຢາກໃຫ້ມາຫົດນ້ຳໃສ່ໜ້າທາງຫຼາຍຂຶ້ນ, ຜ່ານມາມີການຫົດແຕ່ມື້ໜຶ່ງ 2-3 ເທື່ອ, ຫົດກໍ່ຫົດແບບດິນບໍ່ທັນປຽກຊ້ຳ ເພາະລົດນ້ຳແລ່ນໄວ, ດັ່ງນັ້ນ ຈຶ່ງເຮັດໃຫ້ດິນແຫ້ງໄວ ແລະ ລົດແລ່ນສັນຈອນໄປມາຢູ່ເຂດນີ້ພັດແລ່ນໄວ ເຮັດໃຫ້ມີຂີ້ຝຸ່ນປິວຫຼາຍໆ, ຮ້ານຂ້າພະເຈົ້າເປັນຮ້ານຂາຍເຄື່ອງແຫ້ງມັນຖືວ່າໄດ້ຮັບຜົນກະທົບ ເພາະຕັ້ງແຕ່ແປງທາງ ລູກຄ້າຫຼຸດລົງກວ່າແຕ່ກ່ອນຫຼາຍ, ເຄື່ອງທີ່ວາງໄວ້ກໍຖືກຂີ້ຝຸ່ນຈັບຈົນເປັນສີແດງ ຕ້ອງໄດ້ໃຊ້ເຄື່ອງເປົ່າຂີ້ຝຸ່ນອອກມື້ລະຢ່າງໜ້ອຍ 2 ເທື່ອ ຫາກເປົ່າຫຼາຍຂີ້ຝຸ່ນມັນກໍ່ປີວໄປຫາລູກຄ້າທີ່ເຂົ້າມາຊື້ເຄື່ອງ.

ສ່ວນແມ່ຄ້າຂາຍຂອງກິນສຸກຕະຫຼາດໜອງພະຍາ ກ່າວວ່າ: ຕົນຂາຍຂອງກິນສຸກມາຕັ້ງແຕ່ຕອນເປີດຕະຫຼາດ ເມື່ອກ່ອນກໍ່ພໍໄດ້ຂາຍຢູ່ ແຕ່ຫຼັງຈາກເຮັດທາງມານີ້ກໍ່ຍອມຮັບວ່າມີຂີ້ຝຸ່ນຫຼາຍ, ຫຼາຍຈົນມືດ ເພາະການຫົດນ້ຳໜ້າທາງໜ້ອຍເທື່ອເກີນໄປ, ມີບາງມື້ກໍຫົດພຽງຄັ້ງດຽວ, ເສັ້ນທາງດັ່ງກ່າວໄດ້ຮັບການປັບປຸງປະຊາຊົນເຂດນີ້ມີຄວາມດີໃຈເປັນຢ່າງຍິ່ງ ແຕ່ກ່ອນເສັ້ນທາງຈະສຳເລັດກໍ່ຢາກໃຫ້ເຫັນໃຈກັນ ເພາະຂີ້ຝຸ່ນຫຼາຍແບບນີ້ເຮັດໃຫ້ຊາຍຄ້າຂາຍໂດຍສະເພາະແມ່ນການຂາຍຂອງກິນສຸກລູກຄ້າກໍຫຼຸດລົງຫຼາຍ.
    ທ່ານ ຫຸມພັນ ດວງພະເດດ ຫົວໜ້າໂຄງການ ກໍ່ສ້າງເສັ້ນທາງ ແຕ່ 4 ແຍກໄຟແດງຕານມີໄຊ ຫາ ສາມແຍກໜອງບຶກ ໄດ້ໃຫ້ຮູ້ວ່າ: ໂຄງການກໍ່ສ້າງເສັ້ນທາງແຕ່ 4 ແຍກໄຟແດງຕານມີໄຊ ຫາ 3 ແຍກໜອງບຶກ ທີ່ໄດ້ລົງມືປະຕິບັດມາແຕ່ວັນທີ 1 ຕຸລາ 2016 ເປັນຕົ້ນມາ, ຜ່ານການປະຕິບັດຕົວຈິງ (ຮອດທ້າຍເດືອນທັນວາ 2017) ໂຄງການແມ່ນຊ້າກວ່າແຜນການທີ່ກຳນົດໄວ້ (ທຽບໃສ່ແຜນການລວມທັງໝົດແມ່ນຊ້າກ່ອນແຜນການ 34,20%).
   ສຳລັບໜ້າວຽກທີ່ສາມາດບັນລຸໄດ້ຄື: ວຽກຍົກຍ້າຍສິ່ງກີດຂວາງ ສຳເລັດ 58,53%, ວຽກດິນ ສຳເລັດ 42,35%, ວຽກກໍ່ສ້າງລະບົບລະບາຍນ້ຳສອງຂ້າງທາງ ສຳເລັດ 78%, ວຽກກໍ່ສ້າງຂຸມພັກນ້ຳ ສຳເລັດ74%, ວຽກກໍ່ສ້ງທໍ່ສີ່ລ່ຽມ ແລະ ທໍ່ລອດທາງ ສຳເລັດ 50%, ວຽກກໍ່ສ້າງເບຕົງເສີມເຫຼັກໜ້າທາງ 8,37%, ສິ່ງທີ່ເປັນຂໍ້ຫຍຸ້ງຍາກເຮັດໃຫ້ໂຄງການຊ້າກວ່າແຜນທີ່ກຳນົດໄວ້ ແມ່ນການຍົກຍ້າຍສິ່ງກີດຂວາງເປັນຕົ້ນ



ທີ່ມາ laosupdate

No comments:

Post a Comment