728x90 AdSpace

LightBlog

Breaking

2.03.2018

ລູກຊາຍທ່ານກາສໂຕຣ ຂ້າໂຕຕາຍ ຫລັງຈາກ ເປັນໂຣກຊຶມເສົ້າ

ທ່ານ​ຟີ​ແດລ ກາສ​ໂຕຣ ດີ​ອາສ-ບາ​ລາ​ຣຕ໌ ລູກຊາຍອະດີດ ປະນາທິບໍດີ ຟີແດລ ກາສໂຕຣ ກ່າວຕໍ່ບັນດານັກເຄື່ອນໄຫວ ສິດທິມະນຸດອາເຈັນຕີນາ ໃນນະຄອນຮາວານາ ທີ 8, 2007.

ລູກ​ຊາຍ​ກົກ​ຂອງ​ມື້​ລາງ ຜູ້ນຳ​ຄອມ​ມິ​ວນິສຄິວບາ ທ່ານ​ຟີ​ແດລ ກາສ​ໂຕຣ ​ໄດ້​ຂ້າ​ໂຕ​
ຕາຍໃນ​ວັນ​ພະ​ຫັດ​ວານ​ນີ້ ຫລັງ​ຈາກ​ໄດ້ເປັນໂຣກຊຶ​ມ​ເສົ້າມາເປັນເວລາຫຼາຍເດືອນ
ອີງຕາມລາຍງານຂອງສື່ມວນຊົນລັດຖະບານ. ທ່ານ​ມີ​ອາຍຸ​ໄດ້ 68 ປີ.
ທ່ານ​ຟີ​ແດນ ກາສ​ໂຕຣ ດີ​ອາສ-ບາ​ລາ​ຣຕ໌ ​ໄດ້ຢູ່​ໃນ “ສະພາບຊືມ​ເສົ້າໜັກ” ອີງຕາມ
ການປະກາດຂອງ​ໂທລະ​ພາບ​. ການ​ປິ່ນປົວ​ຂອງ​ທ່ານ​ “ຕ້ອງ​ໄດ້​ຢູ່​ໂຮງໝໍ ຫລັງ​ຈາກ
​ນັ້ນ​ອອກ​ມາ​ຢູ່ບ້ານ ​ເພື່ອປິ່ນປົວຕໍ່.
ທ່ານ​ຟີ​ແດລ​ລິ​ໂຕ ຫລື​ຟີ​ແດລ​ນ້ອຍ ດັ່ງ​ທີ່​ຮູ້ຈັກ​ກັນ​ຢູ່ໃນ​ປະ​ເທດ​ຂອງ​ທ່ານ ທີ່​ຮູບ​ຮ່າງ
​ເບິ່ງ​ຄືກັນ​ກັບ​ພໍ່ ​ໄດ້​ສຶກສາ​ວິຊາ​ນິວ​ເຄລຍຟີ​ຊິກ ຢູ່​ໃນ​ອະດີດ​ສະຫະພາບໂຊຫວຽດ ​
ແລະ​ໄດ້​ຮັບ​ໃຊ້​ເປັນ​ທີ່​ປຶກສາ​ຝ່າຍ​ວິທະຍາສາດ ໃຫ້ແກ່​ສະພາ​ຂອງ​ປະ​ເທດ​ຄິວ​ບາ.
ທ່ານ​ຟີ​ແດລ ກາສ​ໂຕຣ ດີ​ອສສ-ບາ​ລາ​ຣຕ໌ ​ໄດ້​ເປັນ​ຮອງ​ປະທານ​ສະ​ຖາ​ບັນ​ວິ ທະຍາ
ສາດ​ຄິວ​ບາ. ທ່ານ​ໄດ້​ນຳພາ​ໂຄງການ​ນິວ​ເຄລຍຄິວ​ບາ​ແຕ່​ປີ 1980 ຫາ​ປີ 1992.
ທ່ານ​ໄດ້​ເກີດ​ຈາກ​ພັນ​ລະ​ຍາ​ຄົນ​ທຳ​ອິດ​ຂອງ​ ທ່ານຟີ​ແດລ ​ກາສ​ໂຕຣ ທ່ານ​ນາງເມີ​ຕາ
ດິອາສ-ບາ​ລາຣຕ໌ ​ແມ່ຍິງ​ຄົນ​ນຶ່ງ​ຈາກ​ຊົນຊັ້ນປົກຄອງຄິວ​ບາ ຜູ້​ທີ່​ທ່ານ​ກາສ​ໂຕຣ ​ໄດ້
​ແຕ່ງ​ງານ​ນຳ ​ໃນ​ເວ​ລາ​ຍັງ​ໜຸ່ມ ກ່ອນ​ທີ່​ທ່ານ​ໄດ້​ນຳພາຊາວ​ຄິວ​ບາ​ ​ປະຕິວັດ​ໂຄ່ນ​ລົ້ມ
​ຈອມຜະເດັດ​ການຟູ​ນ​ເຈັນ​ຊິ​ໂອ ບາ​ຕິ​ສຕາ ​ໃນ​ປີ 1959.
ຜ່ານ​ທາງ​ແມ່​ຂອງທ່ານ ທ່ານກາສ​ໂຕຣ ດີ​ອັສ-ບາ​ລາ​ຣຕ໌ ​ແມ່ນເປັນພີ່ນ້ອງຂອງ​ສະ
ມາຊິກ​ສະພາຕ່ຳ​ສະຫະລັດ ສັງກັດ​ພັກຣີພັບ​ບລິ​ກັນ ທ່ານ​ມາຣິ​ໂອ ດີ​ອາສ-ບາ​ລາ​ຣຕ໌
ທີ່​ຮວມ​ຢູ່ໃນບັນດາພວກຊາວ​ຄິວ​ບາລີ້​ໄພ​ທັງຫລາຍ​ຢູ່​ໃນ​ລັດ​ຟລໍຣິດາ​ແລະ​ອະດີດ​ສະ
ມາຊິກ​ສະພາ​ຕ່ຳສະຫະລັດ ທ່ານ​ລິນຄອນ ດີ​ອາສ-ບາ​ລາຣຕ໌.
ທ່ານ​ກາສ​ໂຕຣຜູ້ເປັນລູກ ​ໄດ້​ຈົງ​ຮັກ​ພັກດີ ​ຕໍ່​ແນວ​ຄິດ​ຄອມ​ມິ​ວນິສ ຂອງພໍ່​ທ່ານ​ຢູ່​ສະ
​ເໝີມາ. ການ​ຕາຍ​ຂອງ​ທ່ານ​ມີ​ຂຶ້ນ​ນຶ່ງ​ປີກວ່າໆຫລັງ​ຈາກ​ພໍ່​ຂອງທ່ານໄດ້ເຖິງແກ່ມໍລະ
ນະກຳ ​ໃນ​ວັນ​ທີ 25 ​ເດືອນ​ພະ​ຈິກ ປີ 2016 ຮວມ​ອາຍຸ​ໄດ້ 90 ປີ.






No comments:

Post a Comment