728x90 AdSpace

LightBlog

Breaking

4.09.2018

1 ປີຜ່ານມາ ທົ່ວແຂວງສາລະວັນ ມີຄະດີເກີດຂຶ້ນທັງໝົດ 526 ເລື່ອງ

ປີ 2017 ຜ່ານມາ, ທົ່ວແຂວງສາລະວັນ ມີຄະດີເກີດຂຶ້ນທັງໝົດ 526 ເລື່ອງ, ຜູ້ຖືກຫາ 463 ຄົນ ຍິງ 41 ຄົນ ແລະ ສາມາດແກ້ໄຂ້ໄດ້ 287 ເລື່ອງ, ຜູ້ຖືກຫາ 415 ຄົນ ຍິງ 38 ຄົນ.

ກອງປະຊຸມປະຈຳປີ 2017 ແລະ ວາງທິດທາງແຜນການປີ 2018 ຂອງ ຫ້ອງຕຳຫຼວດ ປກສ ແຂວງສາລະວັນ, ໃນອາທິດຜ່ານມາ, ພັຕ ບຸນໂຮມ ຮົ່ມຄຳ ຮອງຫົວໜ້າຫ້ອງຕຳຫຼວດ ປກສ ແຂວງ ໃຫ້ຮູ້ວ່າ: ຄະນະພັກ-ຄະນະບັນຊາ ໄດ້ເອົາໃຈໃສ່ຊີ້ນຳ-ນຳພາພະນັກງານ -ນັກຮົບເອົາໃຈໃສ່ປະປະຕິບັດໜ້າທີ່ວຽກງານວິຊາສະເພາະ ແລະ ສາມາດເຮັດສຳເລັດໜ້າທີ່ການເມືອງຂອງຕົນເປັນຢ່າງດີ; ໃນນີ້, 1 ປີຜ່ານມາ, ທົ່ວ ແຂວງສາລະວັນ ມີຄະດີເກີດຂຶ້ນທັງໝົດ 526 ເລື່ອງ, ຜູ້ຖືກຫາ 463 ຄົນ ຍິງ 41 ຄົນ ສາມາດແກ້ໄຂໄດ້ 287 ເລື່ອງ, ຜູ້ຖືກຫາ 415 ຄົນ ຍິງ 38 ຄົນ. ໃນ ນັ້ນ, ຄະດີມົ້ວສຸມຢາເສບຕິດ 192 ເລື່ອງ, ແກ້ໄຂໄດ້ 124 ເລື່ອງ ຜູ້ຖືກຫາ 152 ຄົນ, ສາມາດຢຶດຂອງກາງປະເພດຢາບ້າ ໄດ້ 65.563 ເມັດ, ລົດຈັກ-ລົດໃຫຍ່ 54 ຄັນ, ໂທລະສັບມືຖື 117 ໜ່ວຍ, ມີສະກຸນເງິນກີບ 172.292.000 ກີບ, ສະກຸນເງິນບາດໄທຈຳນວນ 96.100 ບາດ, ວັດຖຸຄ້າຍຄືຄຳ 24 ບາດ,

ຢຶດປືນແກັບ 8 ກະບອກ, ຄະດີເສດຖະ ກິດ 25 ເລື່ອງ, ຜູ້ຖືກຫາ 31 ຄົນ, ຄະດີອາຍາ 154 ເລື່ອງ ແກ້ໄຂໄດ້ 35 ເລື່ອງ, ຜູ້ຖືກຫາ 58 ຄົນ, ປຸ້ນຈີ້ຊິງຊັບພົນລະເມືອງ 52 ເລື່ອງ, ຜູ້ຖືກຫາ 75 ຄົນ, ນັກເລງອັນຕະພານກວນເມືອງ 59 ເລື່ອງ, ຜູ້ຖືກຫາ 76 ຄົນ, ທຳຮ້າຍຮ່າງກາຍ 13 ເລື່ອງ, ຜູ້ຖືກຫາ 32 ຄົນ, ຄະດີອຸບັດຕິເຫດ 214 ເລື່ອງ, ມີຜູ້ໄດ້ຮັບບາດເຈັບເລັກໜ້ອຍ 184 ຄົນ, ບາດເຈັບສົມຄວນ-ສາຫັດ 186 ຄົນ, ເສຍຊີວິດ 45 ຄົນ ພາຫະນະເປ່ເພເລັກໜ້ອຍທັງສົມຄວນ 343 ຄັນ, ໃຊ້ການບໍ່ໄດ້ 24 ຄັນ, ອັກຄີໄພ 12 ຄັ້ງ, ສະເລ່ຍຜົນເສຍຫາຍທັງໝົດ 11 ຕື້ກ່ວາກີບ, ສະກຸນເງິນບາດໄທ 8 ລ້ານ 2 ແສນກວ່າບາດ, ສະກຸນເງິນໂດລາ 385.249 ໂດລາ, ຈາກຜົນເສຍຫາຍດັ່ງກ່າວ ເຈົ້າໜ້າທີ່ ປກສ ແຂວງສາລະວັນກໍສາມາດເກັບກູ້ຄືນມາໄດ້ເປັນຈຳນວນເງິນ 654 ລ້ານກ່ວາກີບ, ມີສະກຸນເງິນບາດໄທ 42.000 ບາດ, ສະກຸນເງິນໂດລາສະຫາລັດ 33.170 ໂດລາ, ວັດຖຸຄ້າຍຄືຄຳ 2 ສະຫຼຶງ.


ພັທ ຊົມພູ ສາຍຈັນທະເວດ ຮອງຫົວໜ້າກອງບັນຊາການ ປກສ ແຂວງສາລະວັນ ກ່າວວ່າ: ໃນຕໍ່ໜ້າ, ຄະນະພັກ-ຄະນະບັນຊາຫ້ອງຕຳຫຼວດ ແລະ ສະມາຊິກຕ້ອງເປັນເຈົ້າການຮຽນຮູ້ເຊື່ອມຊຶມການເມືອງ-ແນວຄິດ, ມູນເຊື້ອ, ວຽກງານວິຊາສະເພາະຂອງຕົນໃຫ້ມີຄວາມປອດໃສທ່ຽງທໍາກັບທຸກຝ່າຍ ເພື່ອສາມາດຍາດໄດ້ໄຊຊະນະໃໝ່ທີ່ຍິ່ງໃຫຍ່ກວ່າເກົ່າ, ສືບຕໍ່ສະກັດກັ້ນບັນດາກຸ່ມຄົນບໍ່ດີລັກລອບຄ້າຂາຍສິ່ງຜິດກົດໝາຍຕາມຊາຍແດນການລັກລອບເຂົ້າ-ອອກເມືອງ ແລະ ສະພາບການຕ່າງໆ ທີ່ອາດຈະເກີດຂຶ້ນທັງນີ້ ກໍເພື່ອເຮັດໃຫ້ໃນທົ່ວແຂວງສາລະວັນ ຂອງຕົນມີສະ ຖຽນລະພາບທາງດ້ານການເມືອງ ແລະ ມີຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມຢ່າງຮອບດ້ານ.

No comments:

Post a Comment