728x90 AdSpace

LightBlog

Breaking

4.12.2018

ສັ່ງກວດສອບດ່ວນ 2 ບໍລິສັດເຂົ້າຂ່າຍເຄື່ອນໄຫວຜິດກົດໝາຍ

    ໃນວັນທີ 9 ເມສາ 2018 ນີ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການຫາຜູ້ວ່າການທະນາຄານແຫ່ງ ສປປ ລາວ ເພືື່ອຂໍທິດຊີ້ນຳກ່ຽວກັບການເຄື່ອນໄຫວລະດົມທຶນຂອງບໍລິສັດ Financial.org ເພື່ອໄປລົງທຶນໃນຕະຫຼາດຮຸ້ນໂດຍບໍ່ໄດ້ຮັບອະນຸຍາດຢ່າງຖືກຕ້ອງຕາມກົດໝາຍ.
      ໃນແຈ້ງການຫ້ອງວ່າການສຳນັກງານນາຍົກລັດຖະມົນຕີໄດ້ແຈ້ງທິດຊີ້ນຳຈາກທ່ານນາຍົກ ແລະຮອງນາຍົກລັດຖະມົນຕີ ໂດຍມີ 3 ປະເດັນສຳຄັນຄື: ເຫັນດີໃຫ້ຄະນະສະເພາະກິດແກ້ໄຂຄະດີບໍລິສັດພີເອັສ ລົງກວດກາຢ່າງເລິກເຊິ່ງຕື່ມ ເພື່ອເກັບກຳຂໍ້ມູນສະພາບການເຄື່ອນໄຫວຕົວຈິງຂອງບໍລິສັດ Financial.org ແລະບໍລິສັດເອຟໂອ ເທຼນນິງ ອໍກາໄນເຊີ ຈຳກັດຜູ້ດຽວ ເພື່ອແກ້ໄຂບັນຫາຢ່າງທັນການ. ຖ້າເຫັນວ່າມີຄວາມຜິດແທ້ກໍ່ໃຫ້ດຳເນີນການຕາມກົດໝາຍ ແລະລະບຽບການທີ່ກ່ຽວຂ້ອງຢ່າງເຂັ້ມງວດ.

- ໃຫ້ເອີ້ນທ້າວ ພຸດທະສອນ ສີສຸທຳ (ຜູ້ກ່ຽວຂ້ອງບໍລິສັດດັ່ງກ່າວ) ມາຕັກເຕືອນ ແລະຫ້າມເດັດຂາດບໍ່ໃຫ້ບໍລິສັດດັ່ງກ່າວເຄື່ອນໄຫວກິດຈະກຳໃດໆທີ່ບໍ່ໄດ້ຮັບອະນຸຍາດ ແລະບໍ່ຖືກຕ້ອງຕາມກົດໝາຍ ແລະລະບຽບການທີ່ກ່ຽວຂ້ອງ ເພາະຈະມີບັນຫາບານປາຍຕາມມາ.
-  ໃຫ້ທະນາຄານແຫ່ງ ສປປ ລາວ ຮີບຮ້ອນອອກແຈ້ງການເຕືອນໃຫ້ທົ່ວສັງຄົມ ໂດຍສະເພາະແມ່ນບັນດານັກລົງທຶນໃຫ້ຮັບຊາບ ແລະມີສະຕິບໍ່ຫຼົງເຊື່ອຕໍ່ກົນອຸບາຍຂອງບໍລິສັດຕ່າງໆທີ່ບໍ່ໄດ້ຮັບອະນຸຍາດໃຫ້ດຳເນີນທຸລະກິດໃນຮູບແບບລັກສະນະດັ່ງກ່າວ ໂດຍດ່ວນ.
ຕາມການສັງເກດແລ້ວບໍລິສັດນີ້ຈະເຮັດການຕະຫຼາດແບບລົງທຶນຮຸ້ນ ຊື້ຮຸ້ນທາງອອນລາຍມີຮຸ້ນຂອງຫຼາຍບໍລິສັດ ຊຶ່ງບໍ່ແນ່ໃຈເປັນຂໍ້ມູນຈິງຫຼືເທັດປະການໃດ ແຕ່ທີ່ໜ້າຈູງໃຈຄືມີລາຍໄດ້ຕໍ່ເດືອນສູງສຸດເຖິງ 100% ຕົວຢ່າງລົງທຶນ 50.000 ໂດລາກໍ່ຈະໄດ້ 50.000 ໂດລາ ປະມານວ່າບໍ່ມີຫຍັງຕ້ອງເສຍຫາຍ ນະໂຍບາຍແຮງຈູງໃຈແຮ່ງຫຼາຍກວ່າບໍລິສັດເອຊຽນເຟສ ແລະພີເອັສທີ່ຍັງຟ້ອງກັນຂຶ້ນສານທຸກວັນນີ້ອີກ.
     ຢ່າງໃດກໍ່ດີຈະລົງທຶນໃນຜະລິດຕະພັນໃດກໍ່ຕາມຕ້ອງສຶກສາໃຫ້ດີ ເງິນຄຳເປັນສິ່ງຫາຍາກບໍ່ມີຫຍັງໄດ້ມາງ່າຍດາຍ ສະນັ້ນຄວນກວດກາຄວາມຖືກຕ້ອງກ່ອນເພື່ອບໍ່ໃຫ້ມີບັນຫາເກີດຂຶ້ນຕາມມາຍ້ອນຄວາມບໍ່ຮອບຄອບຂອງຕົນເອງ.

No comments:

Post a Comment