728x90 AdSpace

LightBlog

Breaking

4.06.2018

ເຕືອນໄພ ພະຍຸລະດູຮ້ອນ ວັນທີ6 ເມສາ 2018

ເຕືອນໄພ ພະຍຸລະດູຮ້ອນ ວັນທີ6 ເມສາ 2018, ກົມອຸຕຸນິຍົມ ແລະ ອຸທົກກະສາດ ລາຍງານວ່າ: ມວນອາກາດເຢັນຈາກປະເທດຈີນ ໄດ້ມີກໍາລັງປານກາງ ແຜ່ລົງມາປົກຄຸມຢູ່ທົ່ວທຸກພາກ ຂອງປະເທດລາວ, ສົມທົບກັບລົມຕາເວັນອອກ - ຕາເວັນອອກສ່ຽງເໜືອພັດປົກຄຸມເປັນສ່ວນໃຫ່ຍ, ຊຶ່ງຈະເຮັດໃຫ້ອາກາດເຢັນລົງໃນແຕ່ລະພາກ ແລະ ເກີດມີພະຍຸລະດູຮ້ອນຢູ່ບາງທ້ອງຖິ່ນແຂວງພາກເໜືອ ຫາ ພາກກາງ, ໂດຍຈະມີຝົນຕົກຟ້າຮ້ອງ, ຟ້າເຫຼື້ອມ, ຟ້າຜ່າ ແລະ ລົມພັດແຮງ.

ດັ່ງນັ້ນ ຈື່ງຂໍແຈ້ງເຕືອນ ເຖິງອໍານາດການປົກຄອງທຸກພາກສ່ວນ ແລະ ພໍ່ແມ່ປະຊາຊົນທີ່ອາໄສຢູ່ບັນດາ ແຂວງ ຫົວພັນ, ຊຽງຂວາງ, ໄຊສົມບູນ, ບໍ່ແກ້ວ, ຫຼວງນໍ້າທາ, ອຸດົມໄຊ, ຫຼວງພະບາງ, ໄຊຍະບູລີ, ນະຄອນຫຼວງວຽງຈັນ, ວຽງຈັນ, ບໍລິຄຳໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ ຈົ່ງມີສະຕິສືບຕໍ່ກຽມພ້ອມຮັບມືກັບສະພາບອາກາດຮ້າຍແຮງດັ່ງກ່າວ ທີ່ຈະກໍ່ໃຫ້ເກີດມີຕົ້ນໄມ້ ແລະ ປ້າຍໂຄສະນາ ຫັກລົ້ມ,

ຫຼັງຄາເຮືອນເປເພ່, ຊື່ງຈະເປັນອັນຕະລາຍຕໍ່ຊີວິດ ແລະ ຊັບສິນ. ພ້ອມນີ້ກໍ່ໃຫ້ຫລີກເວັ້ນການຢູ່ກ້ອງຕົ້ນໄມ້ໃຫຍ່ ຫຼື ສິ່ງປຸກສ້າງທີ່ບໍ່ໄດ້ມາດຕະຖານ ແລະ ຫຼີກເວັ້ນການຢູ່ກາງເດີນທີ່ກ້ວາງ ເພາະຈະມີຄວາມສ່ຽງຕໍ່ການເກີດຟ້າຜ່າ. ຂໍໃຫ້ຕິດຕາມການລາຍງານສະພາບອາກາດ ແລະ ລະດັບນໍ້າ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດເປັນປະຈຳ.


No comments:

Post a Comment