728x90 AdSpace

LightBlog

Breaking

4.06.2018

ຄິວໂດຍສານສາຍໃຕ້ຈະເພີ່ມລົດ 30 ກວ່າຄັນ ຂົນສົ່ງມວນຊົນໄລຍະປີໃໝ່ . ສ່ວນລາຄາທ່ານ ວັນເພັນ ສີສຸກ ບອກຍັງຄົງເດີມບໍ່ມີຂຶ້ນ

ໃນວັນທີ5 ເມສາ 2018 ທ່ານ ວັນເພັນ ສີສຸກ ຜູ້ອຳນວຍການສະຖານີຂົນສົ່ງໂດຍສານສາຍໃຕ້ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນເຖິງການກະກຽມຄວາມພ້ອມໃນໄລຍະບຸນປີໃຫມທີ່ລາວທີ່ມາມາຮອດນີ້ວ່າ: ມາຮອດປັດຈຸບັນໄດ້ກະກຽມຄວາມພ້ອມໃນການສະໜອງລົດໂດຍສານ ເພື່ອຂົນສົ່ງພໍ່ແມ່ພີ່ນ້ອງມວນຊົນໃນຖ້ຽວທາງສາຍໃຕ້ ໄລຍະເທດສະການບຸນປີໃໝ່ລາວທີ່ຈະມາເຖິງນີ້ ໂດຍໄດ້ເພີ່ມລົດຈາກວັນປົກກະຕິ 30 ຄັນ/ວັນ ເປັນ 60 ກວ່າຄັນ/ວັນ.

ດ້ານການຮັບປະກັນຄວາມປອດໄພໃຫ້ແກ່ຜູ້ໂດຍສານແມ່ນທາງສະຖານີພວກເຮົາ ໄດ້ຮ່ວມກັບ ພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫຼວງວຽງຈັນ ຈັດຄະນະກວດກາເຕັກນິກລົດໂດຍສານທຸກຄັນ ຖ້າຄັນໃດບໍ່ຜ່ານເຕັກນິກພວກເຮົາຈະບໍ່ໃຫ້ແລ່ນໂດຍສານເດັດຂາດ. ດ້ານລາຄາແມ່ນຈະປະຕິບັດຕາມລາຄາເດີມ ແລະ ຈະບໍ່ມີການຂຶ້ນຄ່າໂດຍສານແຕ່ຢ່າງໃດ ດັ່ງລາຄາລຸ່ມນີ້

1. ລົດທຳມະດາ:

  • ວຽງຈັນ-ທ່າແຂກ 60.000 ກີບ;
  • ວຽງຈັນ-ສະຫວັນ 75.000 ກີບ;
  • ວຽງຈັນ-ປາກເຊ 110.000 ກີບ;
  • ວຽງຈັນ-ອັດຕະປື 140.000 ກີບ.

2.ລົດດ່ວນ:
  • ວຽງຈັນ-ທ່າແຂກ 70.000 ກີບ;
  • ວຽງຈັນ-ສະຫວັນ 90.000 ກີບ,
  • ວຽງຈັນ-ປາກເຊ 140.000 ກີບ;
  • ວຽງຈັນ-ອັດຕະປື 170.000 ກີບ.

3.ລົດ VIP:
  • ວຽງຈັນ-ທ່າແຂກ 80.000 ກີບ;
  • ວຽງຈັນ-ສະຫວັນ 120.000 ກີບ;
  • ວຽງຈັນ-ປາກເຊ 170.000 ກີບ;
  • ວຽງຈັນ-ອັດຕະປື 220.000 ກີບ.








No comments:

Post a Comment