728x90 AdSpace

LightBlog

Breaking

4.07.2018

ຄັ້ງທຳອິດ ໄຊຍະເປີດກວ້າງທາບທາມພະນັກງານຜູ້ຈະມານຳພາ-ຄຸ້ມຄອງ

ໃນຕອນບ່າຍຂອງວັນທີ 4 ເມສາ ປີນີ້ທີ່ຫ້ອງປະຊຸມຊັ້ນ 4 ຂອງຫ້ອງວ່າການແຂວງ ໄຊຍະບູລີ ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນຂຶ້ນ, ໂດຍການເປັນປະທານຂອງທ່ານ ເພັດພິໄຊ ສູນວິໄລ ຫົວໜ້າຫ້ອງວ່າການປົກຄອງແຂວງໄຊຍະບູລີ, ເຂົ້າຮ່ວມມີ ທ່ານ ຈັນເພັງ ແສນຄຳ ຮອງຫົວໜ້າຈັດຕັ້ງແຂວງ, ມີບັນດາຄະນະຫ້ອງວ່າການ, ຫົວໜ້າ, ຮອງຫົວໜ້າຄະແໜງ ແລະ ພະນັກງານຫຼັກແຫຼ່ງຂອງຫ້ອງວ່າການເຂົ້າຮ່ວມເກືອບ 100 ຄົນ.

ການຈັດກອງປະຊຸມຄັ້ງນີ້ໂດຍມີຈຸດປະສົງເພື່ອເຮັດໃຫ້ພະນັກງານຂອງຫ້ອງວ່າການກຳໄດ້ເນື້ອໃນມະຕິເລກທີ 030/ກມສພ, ລົງວັນທີ 3 ມັງກອນ 2018, ວ່າດ້ວຍມາດຖານຂອງພະນັກງານນຳພາ-ຄຸ້ມຄອງ, ເປັນຕົ້ນແມ່ນການກຳນົດເນື້ອໃນມາດຖານລວມ, ມາດຕະຖານສະເພາະຂອງຕຳແໜ່ງ ແລະ ກຸ່ມຕຳແໜ່ງຂອງພະນັກງານນຳພາ-ຄຸ້ມຄອງ ໃນທົ່ວລະບົບການເມືອງ ແຫ່ງ ສປປ ລາວ, ເພື່ອເປັນພື້ນຖານໃນການເລືອກເຟັ້ນສ້າງແຜນກຳນົດ, ກໍ່ສ້າງ, ບຳລຸງ, ຕີລາຄາ, ສັບຊ້ອນ, ຈັດວາງ ແລະ ແຕ່ງຕັ້ງພະນັກງານເຂົ້າໃນຕຳແໜ່ງນຳພາ-ຄຸ້ມຄອງແຕ່ລະຂັ້ນໃຫ້ມີຄວາມເໝາະສົມ ສຳຄັນແມ່ນຜູ້ທີ່ມີຄວາມຮູ້ຄວາມສາມາດທີ່ຈະມານຳພາພະນັກງານລັດຖະກອນປະຕິບັດໜ້າທີ່ຕ່າງໆທີ່ປະເທດຊາດ ແລະປະຊາຊົນມອບໝາຍໃຫ້ ໃຫ້ມີບາດກ້າວໃໝ່.
ການເປີດເວທີທາບທາມບຸກຄະລາກອນໃນຄັ້ງນີ້ໂດຍຫຼັກແມ່ນເພື່ອເປັນບ່ອນອີງໃຫ້ພະນັກງານໄດ້ຄົ້ນຄວ້າຄັດເລືອກເອົາຜູ້ທີ່ມີຄຸນທາດການເມືອງໜັກແໜ້ນ, ມີຄວາມຈົ່ງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ, ມີຄຸນສົມບັດສິນທຳປະຕິວັດ ແລະ ແບບແຜນການດຳລົງຊີວິດ, ມີນໍ້າໃຈເສຍສະຫຼະເພື່ອຊາດ, ເພື່ອປະຊາຊົນ, ເປັນບຸກຄົນທີ່ມີຄວາມບໍລິສຸດສັດສື່, ປອດໃສ, ອົດທົນ, ມີຄວາມຮູ້-ຄວາມສາມາດ, ກຳແໜ້ນແນວທາງນະໂຍບາຍຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ, ມີຄວາມສາມັກຄີຊ່ວຍເຫຼືອເຊີ່ງກັນ ແລະ ກັນ ບັນຈຸເຂົ້າໃນຕຳແໜ່ງງານຂອງຫ້ອງວ່າການເປັນຕົ້ນແມ່ນ: ຕຳແໜ່ງຫົວໜ້າ, ຮອງຫົວໜ້າຫ້ອງວ່າການ, ຫົວໜ້າ, ຮອງຮົວໜ້າຂະແໜງການຕ່າງໆຂອງຫ້ອງວ່າການແຂວງ ໄຊຍະບູລີ.

ອີກດ້ານໜຶ່ງຍັງເປັນການປັບປຸງລະບົບການຈັດຕັ້ງ ພາຍໃນຫ້ອງວ່າການໃຫ້ສອດຄ່ອງກັບໜ້າວຽກຕົວຈິງ ແລະ ເພື່ອຄາດຄະເນເປົ້າໝາຍພະນັກງານທີ່ຈະຈັດວາງເຂົ້າໃນຕຳແໜ່ງນຳພາ-ຄຸ້ມຄອງແຕ່ລະຂັ້ນ, ແຕ່ລະຂະແໜງການໃຫ້ຮັບປະກັນລັກສະນະສືບທອດປ່ຽນແທນໃນສະເພາະໜ້າ ແລະ ຍາວນານ.


ໂດຍ: ອຸ່ນເຮືອນ ໂພທິລັກ

No comments:

Post a Comment