ກ່ອນອື່ນຕ້ອງຂໍຊົມເຊີຍເຈົ້າໜ້າທີ່ການຄ້າເມືອງສີໂຄດຕະບອງທີ່ກຽມການແຕ່ເບື້ອງຕົ້ນ ເພື່ອປົກປ້ອງຜູ້ບໍລິໂພກບໍ່ໃຫ້ຖືກແມ່ຄ້າເອົາປຽບໂດຍການສວຍໂອກາດຂຶ້ນລາຄາຕາມໃຈໄລຍະສະຫຼອງປີໃໝ່ລາວທີ່ຈະມາເຖິງ, ສ່ວນແມ່ຄ້າຈະປະຕິບັດຕາມຫຼືບໍນັ້ນ ປະຊາຊົນຕ້ອງຮ່ວມເປັນເຈົ້າການ.
ເພື່ອໃຫ້ໝັ້ນໃຈວ່າແມ່ຄ້າຈະບໍ່ສວຍໂອກາດກັກຕຸນສິນຄ້າ ແລະຂຶ້ນລາຄາໃນໄລຍະທີ່ສັງຄົມມີຄວາມຕ້ອງການບໍລິໂພກຈຳນວນຫຼາຍຕະຫຼອດໜຶ່ງອາທິດທີ່ພັກຜ່ອນສະເຫຼີມສະຫຼອງປີໃໝ່ລາວ ພສ 2561, ໃນ 2-3 ວັນກ່ອນໜ້ານີ້(4-5 ເມສາ 2018) ຫ້ອງການ ອຸດສາຫະກຳ ແລະ ການຄ້າເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນໄດ້ລົງເຮັດສັນຍາກັບແມ່ຄ້າຊາວຂາຍຢູ່ 4 ຕະຫຼາດຫຼັກພາຍໃນເມືອງ.
ການລົງເຮັດສັນຍາຄັ້ງນີ້ເປົ້າໝາຍກໍ່ເພື່ອຈັດສັນ ແລະ ແຈ້ງແມ່ຄ້າຊາວຂາຍຮ່ວມເປັນເຈົ້າການໃນການຕິດລາຄາຊີ້ນໝູ, ງົວ, ປານິນກາຊັງ ໃນຊ່ວງສະເຫຼີມສະຫຼອງປີໃໝ່ 2561 ຕາມລາຄາຄຸ້ນຄອງທີ່ພາກລັດໄດ້ກຳນົດໃຫ້, ຫ້າມສວຍໂອກາດຂຶ້ນລາຄາສິນຄ້າໂດຍພະລະການໃນຈຳນວນ 4 ຕະຫຼາດໃຫຍ່ໃນເມືອງ ສີໂຄດຕະບອງ ໃນນີ້ສາມາດເຮັດສັນຍາກັບຮ້ານຂາຍຊີ້ນໝູ 63 ຮ້ານ, ງົວ-ຄວາຍ 21 ຮ້ານ, ປານິນກາຊັງ 25 ຮ້ານພ້ອມໄດ້ແຕ່ງພະນັກງານລົງປະຈຳຈຳນວນໜຶ່ງ.
ຢ່າລືມຖ້າທ່ານພົບເຫັນເຫດການບໍ່ເໝາະສົມ, ຖືກເອົາລັດເອົາປຽບດ້ານລາຄາ ຫຼື ຂາຍສິນຄ້າເກີນລາຄາ, ສິນຄ້າໝົດອາຍຸຕ່າງໆສາມາດໂທໄປຍັງສາຍດ່ວນ 1510 ໂດຍບໍ່ເສຍຄ່າເຊິ່ງເປັນສາຍກົງເຖິງເຈົ້າໜ້າທີ່ປົກປ້ອງຜູ້ບໍລິໂພກ.







No comments:
Post a Comment