ະທານາທິບໍດີ ອາເມລິກາ Donald Trump ຖະແຫຼງໃນວັນທີ 5 ເມສາ 2018 ນີ້ວ່າ ຈະຮຽກຮ້ອງກະຊວງການຄ້າປະເທດຂອງອາເມລິກາ ພິຈາລະນາຂຶ້ນການເກັບພາສີເພີ່ມຂຶ້ນ 2 ເທົ່າສຳລັບສິນຄ້ານຳເຂົ້າຈາກຈີນ.
ໃນວັນດຽວກັນ 05 ເມສາ, ກະຊວງການຄ້າ ຈີນ ກໍ່ໄດ້ໃຫ້ຮູ້ວ່າ: ໄດ້ຮ້ອງຟ້ອງເຖິງອົງການການຄ້າໂລກ (WTO) ກ່ຽວກັບເລື່ອງ ອາເມລິກາ ຂຶ້ນການເກັບພາສີ ສຳລັບປະເພດສິນຄ້າເຫຼັກກ້ານຳເຂົ້າ.
ກ່ອນໜ້ານັ້ນ, ວັນທີ 04 ເມສາ, ທ່ານເອກອັກຄະລັດຖະທູດ ຈີນ ປະຈຳ WTO ຈາງແຊງເຈີ໋ນ ຢືນຢັນວ່າ ແຈ້ງການຂອງ ອາເມລິກາ ກ່ຽວກັບບັນດາມາດຕະການພຽງລຳພັງຝ່າຍດຽວທີ່ແນໃສ່ ຈີນ ຕາມຂໍ້ 301 ແມ່ນການລະເມີດນະໂຍບາຍການຄ້າ ແລະ ຈົງໃຈລະເມີດຫຼັກການພື້ນຖານຂອງ WTO ກ່ຽວກັບການບໍ່ຈຳແນກການປະພຶດ ແລະ ພາສີຈຳກັດ.
ສະຖານະການຕໍ່ໄປຈເປັນແນວໃດ ລອງຕິດຕາມຕໍ່ປະເທດມະຫາອຳນາດຄືກັນ ອີກຢ່າງໃນເງື່ອນໄຂການຮ່ວມມືກັບສາກົນຈະບໍ່ສາມາດເຮັດຫຍັງຕາມລຳພັງໃຈໄດ້ ເຊື່ອວ່າສອງປະເທດຈະມີທາງອອກທີ່ດີ ແລະຕ່າງຄົນຕ່າງໄດ້ຮັບຜົນປະໂຫຍດ.
4.06.2018
ທຣຳ ສັ່ງກະຊວງການຄ້າເກັບພາສີິເພີ່ມສອງທົບກັບທຸກສິນຄ້ານຳເຂົ້າຈາກຈີນ
Subscribe to:
Post Comments (Atom)





No comments:
Post a Comment